ວິສາຫະກິດຫຼາຍແຫ່ງຂອງສ.ເກົາຫຼີ ເລືອກເຟັ້ນຫວຽດນາມເປັນສະຖານທີ່ລົງທຶນໃນປີ 2015
21/02/2015 09:36
(vovworld)- ຕາມການສຳຫຼວດຄັ້ງຫຼ້າສຸດຂອງສະຫະສະມາຄົມການຄ້າສາກົນ ແຫ່ງສ.ເກົາຫຼີ ໃຫ້ຮູ້ວ່າ...

ທ່ານນາງ Seo Min – Jeong ຫົວໜ້າກົມເສດຖະກິດພາກພື້ນອາຊີຕາເວັນອອກ - ກະຊວງການຕ່າງປະເທດສ.ເກົາຫຼີ (vovworld)- ຕາມການສຳຫຼວດຄັ້ງຫຼ້າສຸດຂອງສະຫະສະມາຄົມການຄ້າສາກົນ ແຫ່ງສ.ເກົາຫຼີ ໃຫ້ຮູ້ວ່າ ວິສາຫະກິດຂອງສ.ເກົາຫຼີ ສ່ວນຫຼາຍໄດ້ມີແຜນການເປີດກ້ວາງການດຳເນີນທຸລະກິດຢູ່ຕະຫຼາດຕ່າງປະເທດໃນປີ 2015, ໃນນັ້ນ, ຫວຽດນາມແມ່ນປະເທດທີ່ບັນດາວິສາຫະກິດເລືອກເຟັ້ນເຂົ້າມາລົງທຶນຫຼາຍກ່ວາໝູ່. ທ່ານນາງ Seo Min – Jeong ຫົວໜ້າກົມເສດຖະກິດພາກພື້ນອາຊີຕາເວັນອອກ - ກະຊວງການຕ່າງປະເທດສ.ເກົາຫຼີ ໃຫ້ຮູ້ວ່າ : “ ຫວຽດນາມແມ່ນປະເທດທີ່ມີລະດັບການເຕີບໂຕສູງ, ແຫຼງ່ຊັບພະຍາກອນຫຼວງຫຼາຍ. ການແລກປ່ຽນສິນຄ້າລະຫວ່າງ 2 ປະເທດຫວຽດນາມ - ສ.ເກົາຫຼີ ໃນໄລຍະທີ່ຜ່ານມາ, ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ, ແຕ່ຂົງເຂດການລົງທຶນຍັງປະສົບກັບຄວາມຫຍຸ້ງຍາກຢູ່. ໃນໄລຍະທີ່ຈະມາເຖິງ, ພວກຂ້າພະເຈົ້າຫວັງຫວັງວ່າ ການລົງທຶນຂອງຕົນຢູ່ຫວຽກນາມ ນັບມື້ນັບເປີດກ້ວາງຕາມວິວັດທະນາການປົວແປງສິ່ງແວດລ້ອມດຳເນີນທຸລະກິດຂອງຫວຽດນາມ ”
TAG
vov/vovworld/ລົງທຶນ/ຕ່າງປະເທດ
Related






