VOV WorldVOV World
ວິຊາພາສາສາດ ແລະ ວັດທະນະທໍາຫວຽດນາມ ຖືກນໍາເຂົ້າຫຼັກສູດການສອນຢູ່ມະຫາວິທະຍາໄລ Montpellier ຢ່າງເປັນທາງການ
13/10/2019 10:17
(VOVWORLD) - ຕາມນັກຂ່າວຂອງ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ຝລັ່ງ, ພາສາຫວຽດ ໄດ້ຮັບຖືວ່າ ແມ່ນພາສາທີ່ບໍ່ເຄີຍນໍາເຂົ້າຫຼັກສູດການສອນ ແລະ ພຽງແຕ່ໄດ້ນໍາມາສອນຢູ່ບາງສະຖາບັນຄົ້ນຄວ້າ ຫຼື ມະຫາວິທະຍາໄລ ບາງແຫ່ງຢູ່ບັນດານະຄອນໃຫຍ່ຄື ປາຣີ ແລະ Bordeaux ເທົ່ານັ້ນ.
ວິຊາພາສາສາດ ແລະ ວັດທະນະທໍາຫວຽດນາມ ຖືກນໍາເຂົ້າຫຼັກສູດການສອນຢູ່ມະຫາວິທະຍາໄລ Montpellier ຢ່າງເປັນທາງການ
       ນີ້ແມ່ນຄັ້ງທໍາອິດ ຢູ່ເຂດ Occitanie ພາກໃຕ້ ປະເທດ ຝລັ່ງ, ໃບປະກາດສະນິຍະບັດປະລິນຍາຕີ ກ່ຽວກັບພາສາ ແລະ ວັດທະນະທໍາຫວຽດນາມ ຫາກໍໄດ້ເປີດຕົວຢ່າງເປັນທາງການ. ນີ້ແມ່ນບາດກ້າວພັດທະນາໃໝ່ໃນການຮ່ວມມືລະຫວ່າງ ມະຫາວິທະຍາໄລ Paul – Valery Montpellier 3 ແລະ ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ. ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝລັ່ງ ຫງວຽນທຽບ ແລ້ວ, ເຫດການດັ່ງກ່າວ ມີຄວາມໝາຍຢ່າງໃຫຍ່ຫຼວງ ແລະ ມີລັກສະນະບຸກທະລຸ, ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ:         “ລາຍການດັ່ງກ່າວ ມີຄວາມໝາຍໃຫຍ່ຫຼວງທີ່ສຸດ, ອັນໄດ້ບໍາລຸງສ້າງນັກຄົ້ນຄວ້າໜຸ່ມລຸ້ນໃໝ່ຂອງ ຝລັ່ງກ່ຽວກັບ ຫວຽດນາມ. ນັກຄົ້ນຄວ້າລຸ້ນນີ້  ແມ່ນຜູ້ຄົນທີ່ສ້າງພື້ນຖານໃຫ້ແກ່ການພົວພັນແລກປ່ຽນລະຫວ່າງສອງປະເທດຊາດ.”         ປັດຈຸບັນ, ມີນັກສໍາມະນາກອນຝລັ່ງ ປະມານ 20 ຄົນ ໄດ້ຈົດຊື່ເຂົ້າຮ່ວມຊຸດຮຽນທໍາອິດເພື່ອຮັບໃບປະກາດສະນິຍະບັດປະລິນຍາຕີ ກ່ຽວກັບພາສາ ແລະ ວັດທະນະທໍາຫວຽດນາມ. ເວລາທັງໝົດຂອງຊຸດຮຽນ ຈະແກ່ຍາວໃນໄລຍະ 01 ປີ, ຫຼັງຈາກນັ້ນ ຄາດວ່າ ຈະເພີ່ມເວລາຂຶ້ນເປັນ 2 ປີ. ໃນປີທີ 2, ບັນດານັກສໍາມະນາກອນ ຝລັ່ງ ຈະມີໂອກາດມາສຶກສາ, ຮໍ່າຮຽນ ແລະ ເຮັດວຽກຢູ່ຫວຽດນາມ ເພື່ອໃຫ້ການບໍາລຸງສ້າງບັນລຸໄດ້ປະສິດທິຜົນສູງສຸດ.
TAG
VOV/VOVworld/ວິຊາພາສາສາດ/ຝລັ່ງ/ໃບ​ປະກາດ​ສະ​ນິຍະ​ບັດ​ປະລິນຍາ​ຕີ