ວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ ເຊັນຂໍ້ຕົກລົງຮ່ວມມື
25/09/2012 08:21
ວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ ເຊັນຂໍ້ຕົກລົງຮ່ວມມື

(ພາບ:baoquangninh.com.vn) (vovworld)- ຕອນບ່າຍວັນທີ 24/9, ຢູ່ພະນົມເປັນ ປະເທດກຳປູເຈຍ, ທ່ານ Nguyen Dang Tien ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ (VOV) ແລະ ທ່ານ Tan Yan ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ (RNK) ໄດ້ເຊັນຂໍ້ຕົກລົງຮ່ວມມືໄລຍະ 2013-2016. ຕາມຂໍ້ຕົກລົງດັ່ງກ່າວແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະສັນນຳກັນຈະເພີ່ມທະວີການອອກອາກາດບັນດາຂ່າວ, ບົດ, ບົດສາລະຄະດີ, ລາຍການສິລະປະ, ວັນນະຄະດີກ່ຽວກັບບັນດາບົດຮຽນ, ຜົນງານໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມຂອງແຕ່ລະປະເທດ…ສອງຝ່າຍຈະສົ່ງຄະນະພະນັກງານການນຳ ແລະ ນັກຂ່າວໄປຢ້ຽມຢາມຊື່ງກັນ ແລະ ກັນເພື່ອແລກປ່ຽນວິຊາການ, ວິຊາສະເພາະ ແລະ ຂຽນຂ່າວ, ບົດໃຫ້ແກ່ວິທະຍຸກະຈາຍສຽງ. ຕີລາຄາກ່ຽວກັບຂໍ້ຕົກລົງການຮ່ວມມືທີ່ຫາກໍ່ໄດ້ເຊັນນັ້ນ, ທ່ານຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ Nguyen Dang Tien ເວົ້າວ່າ: “
TAG
Nguyen Dang Tien
Related






