VOV WorldVOV World
ຮ່ວມມືປ້ອງກັນ ແລະ ຄວບຄຸມບັນດາພະຍາດຕິດແປດຈາກສັດສູ່ຄົນ
04/04/2013 10:31
ຕອນ​ເຊົ້າ​ວັນ​ທີ 3 ຢູ່ ຮ່າ​ໂນ້ຍ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ສາທາລະນະ​ສຸກ ຈັດ​ຕັ້ງ​ກອງ​ປະຊຸມ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸ​ມພະຍາດ​ຕິດ​​ແປດຈາກ​ສັດ​​ສູ່​ຄົນ
ຮ່ວມມືປ້ອງກັນ ແລະ ຄວບຄຸມບັນດາພະຍາດຕິດແປດຈາກສັດສູ່ຄົນ
ພາບປະກອບ: internet (vovworld) -  ຕອນ​ເຊົ້າ​ວັນ​ທີ 3/4 ຢູ່ ຮ່າ​ໂນ້ຍ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ສາທາລະນະ​ສຸກ ຈັດ​ຕັ້ງ​ກອງ​ປະຊຸມ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸ​ມພະຍາດ​ຕິດ​​ແປດຈາກ​ສັດ​​ສູ່​ຄົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ຜູ້ຕາງຫນ້າ​ບັນດາ​ອົງການ​ຈັດ​ຕັ້ງສາກົນ​ຄື: ອົງການ​ອະນາ​ໄມ​ໂລກ, ອົງການ​ສັດຕະ​ວະ​ແພດ​ໂລກ, ສະຖານທູດ ອາ​ເມ​ລິ​ກາ​ປະຈຳ​ຫວຽດນາມ ພ້ອມ​ກັບ​ບັນດາ​ຄູ່​ຮ່ວມ​ມື, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ ຢູ່ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ຊື່​ງຫວຽດນາມ​ບັນລຸ​ໄດ້​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຄວບ​ຄຸມ​​ໂລກລະບາດ​ຈາກ​ສັດ​ສູ່​ຄົນ. ພິ​ເສດ ຫວຽດນາມ ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະຄວບ​ຄຸມ​ໂລກ​ລະ​ບາດ SARS, ສະກັດ​ກັ້ນ​ໂລກ​ໄຂ້ຫວັດ​ສັດ​ປີກ ​ແລະ HIV/AIDS.  ​ເມື່ອ​ເວົ້າ​ເຖິງ​ວຽກ​ງານ​ປ້ອງ​ກັນ ​ແລະ ຄວບ​ຄຸມພະ​ຍາດຕິດ​​ແປດ​ຈາກ​ສັດ​ໄປ​ສູ່​ຄົນ, ທ່ານ​ David B Shear, ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ ຍົກ​ຄຳ​ເຫັນ​ວ່າ:       
TAG
ພະຍາດຕິດແປດ