ວັນບຸນໃຫຍ່ວິສາຂະບູຊາ ພ.ສ 2558 : ຮຽກຮ້ອງພຸດທະສາສະນິກກະຊົນມຸ່ງໄປສູ່ທະເລຕາເວັນອອກ
13/05/2014 12:26
(vovworld)- ຕອນເຊົ້າວັນທີ 13/5 ຢູ່ຮ່າໂນ້ຍ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມໄດ້ຈັດວັນບຸນໃຫຍ່ວິສາຂະບູຊາ ພ.ສ 2558...

(vovworld)- ຕອນເຊົ້າວັນທີ 13/5 ຢູ່ຮ່າໂນ້ຍ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມໄດ້ຈັດວັນບຸນໃຫຍ່ວິສາຂະບູຊາ ພ.ສ 2558. ທີ່ພິທີ, ພະອາຈານມະຫາ ທິກບາວງຽມ ຮອງປະທານສະພາບໍລິຫານງານ ສະມາຄົມພຸດທະສາສະໜາຫວຽດນາມໄດ້ຂຶ້ນກ່າວສູນທອນພົດຊຶ່ງໄດ້ຢືນຢັນ ສະມາຄົມພຸດທະສາສະໜາຫວຽດນາມນັບມື້ນັບພັດທະນາຢ່າງແຂງແຮງ ແລະ ມີອິດທິພົນຊື່ສຽງທັງຢູ່ພາຍໃນປະເທດ ແລະ ທົ່ວໂລກ. ແລະ ກໍໃນວັນບຸນໃຫຍ່ວິສາຂະບູຊາ ພ.ສ 2558 ເມື່ອຕອນເຊົ້າວັນດຽວກັນ, ພຸດທະສາສະນິກກະຊົນຫຼາຍຄົນໄດ້ຮັບຟັງສານຂອງສາດສະດາສະມາຄົມພຸດທະສາສະໜາຫວຽດນາມກ່ຽວກັບສັນຕິພາບຢູ່ທະເລຕາເວັນອອກ, ຊຶ່ງພະອົງໄດ້ຮຽກຮ້ອງສະຫະສະມາຄົມພຸດທະສາສະໜາຈີນຈົ່ງອອກສຽງຮຽກຮ້ອງລັດຖະບານຈີນປະຕິບັດຕາມຄຳໝັ້ນສັນຍາຕາມຂໍ້ກຳນົດຂອງກົດໝາຍສາກົນ. ພະອາຈານມະຫາ ທິກຢາກວາງ, ຮອງປະທານສະພາບໍລິຫານງານ ສະມາຄົມພຸດທະສາສະໜາຫວຽດນາມໃຫ້ຮູ້ວ່າ : “ ສານສະບັບນີ້ໄດ້ສົ່ງເຖິງບັນດາພະສົງສຳມະເນັນຜູ້ມີຍົກສັກຕຳແໜ່ງ, ພຸດທະສາສະນິກກະຊົນໃນທົ່ວໂລກ, ໃນນັ້ນມີສະຫະສະມາຄົມພຸດທະສາສະໜາຈີນ, ດ້ວຍການທຳຂອງຕົນ ຈົ່ງຮຽກຮ້ອງໃຫ້ລັດຖະບານຈີນນຳຮ້ານເຈາະນ້ຳມັນ ໄຮຢາວ 981 ອອກຈາກເຂດນ່ານທະເລຂອງຫວຽດນາມ, ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ ”
TAG
vov/vovworld/ວັນບຸນວິສາຂະບູຊາ
Related






