ວຽກງານບຸກຄະລາກອນຍື່ນສະເໜີຕໍ່ສະພາແຫ່ງຊາດ ຕ້ອງໄດ້ຮັບການກະກຽມຢ່າງເຂັ້ມງວດ, ລະມັດລະວັງ
01/04/2026 13:00
[VOVWORLD] - , ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ ບັນດາຮ່າງກົດໝາຍ ແລະ ມະຕິທີ່ນຳເຂົ້າໃນລາຍການກອງປະຊຸມ ຕ້ອງຖືເລື່ອງຄຸນນະພາບເປັນແຖວໜ້າ

260401_am_22_anh_2.jpg ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ພິທີໄຂວາລະປະຊຸມ ຕອນບ່າຍວັນທີ 01 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານວາລະປະຊຸມທີ 56 ຂອງຄະນະປະຈຳສະພາແຫ່ງຊາດ. ຄາດວ່າກອງປະຊຸມຈະຈັດຂຶ້ນ ໃນ 1 ມື້ ເຄິ່ງ , ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຫຼາຍເນື້ອໃນສຳຄັນ. ກ່າວຄຳເຫັນທີ່ພິທີໄຂວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ ບັນດາຮ່າງກົດໝາຍ ແລະ ມະຕິທີ່ນຳເຂົ້າ ໃນ ລາຍການກອງປະຊຸມ ຕ້ອງຖືເລື່ອງຄຸນນະພາບເປັນແຖວໜ້າ; ສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດພິຈາລະນາ, ຕີລາຄາບັນດາຜົນກະທົບຢ່າງລະອຽດລະອໍ, ຄົບຖ້ວນ ເພື່ອຮັບປະກັນລັກສະນະເປັນໄປໄດ້, ມີສະຖຽນລະພາບ ແລະ ຍາວນານຂອງນະໂຍບາຍ. ກ່ຽວກັບວຽກງານບຸກຄະລາກອນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃສ່ໃຈວ່າ: “ໜຶ່ງໃນບັນດາເນື້ອໃນສຳຄັນພິເສດອື່ນ ອີກ ທີ່ວາລະປະຊຸມນີ້ ແມ່ນການປະກອບຄຳເຫັນເພື່ອກະກຽມໃຫ້ວຽກງານຈັດຕັ້ງບຸກຄະລາກອນຍື່ນສະເໜີຕໍ່ສະພາແຫ່ງຊາດ ທີ່ກອງປະຊຸມ ຄັ້ງປະຖົມມະລືກ , ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16. ບັນດາເນື້ອໃນດັ່ງກ່າວຕ້ອງໄດ້ຮັບການກະກຽມຢ່າງ ເຂັ້ມງວດ , ລະມັດລະວັງ, ຮັບປະກັນໃຫ້ຖືກຕາມຂັ້ນຕອນ, ຂໍ້ກຳນົດ, ການກຳທົດທິດຂອງພັກ, ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ; ຮັບປະກັນມາດຕະການ, ເງື່ອນໄຂ, ໂຄງປະກອບທີ່ເໝາະສົມ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ໃນໄລຍະໃໝ່”.
TAG
VOV/VOVWORLD ລະອຽດລະອໍ/ຄົບຖ້ວນ/ຮັບປະກັນ/ລັກສະນະ
Related





