ວຽກງານການຕ່າງປະເທດປ້ອງກັນຊາດປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ
08/01/2014 11:56
(vovworld)- ໃນໄລຍະ 3 ປີຜ່ານມາ, ກະຊວງປ້ອງກັນປະເທດໄດ້ຜັນຂະຫຍາຍບັນດາມະຕິ, ແຜນການ, ໂຄງການ, ແຜນຮ່າງ, ຂໍ້ຕົກລົງ

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຟຸ່ງກວາງແທງ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ດວງໃຈ ພິຈິດ ພາບ: vietnamplus.vn (vovworld)- ໃນໄລຍະ 3 ປີຜ່ານມາ, ກະຊວງປ້ອງກັນປະເທດໄດ້ຜັນຂະຫຍາຍບັນດາມະຕິ, ແຜນການ, ໂຄງການ, ແຜນຮ່າງ, ຂໍ້ຕົກລົງ ແລະ ບັນດາເອກະສານນິຕິກຳກ່ຽວຂ້ອງເຖິງການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບການປ້ອງກັນຊາດ, ພົ້ນເດັ່ນແມ່ນສ້າງມະຕິກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະ ການຕ່າງປະເທດປ້ອງກັນຊາດ, ແຜນຮ່າງກອງທັບເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ. ມາຮອດປະຈຸບັນ, ກະຊວງປ້ອງກັນປະເທດໄດ້ເປີດທູດທະຫານ ຢູ່ 34 ປະເທດ ແລະ ມີ 45 ປະເທດ ສ້າງຕັ້ງທູດທະຫານຢູ່ ຫວຽດນາມ. ວຽກງານການຕ່າງປະເທດປ້ອງກັນຊາດໄດ້ປະກອບສ່ວນສຳຄັນເຂົ້າໃນສະພາບແວດລ້ອມແຫ່ງສັນຕິພາບ, ຍາດແຍ່າງບັນດາເງື່ອນໄຂສາກົນທີ່ສະດວກເພື່ອພັດທະນາເສດຖະກິດສັງຄົມ, ຮັກສາຄວາມສະຫງົບປອດໄພແຫ່ງຊາດ, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນ. ກ່າວຄຳເຫັນທີ່ກອງປະຊຸມສະຫລຸບວຽກງານການຕ່າງປະເທດປ້ອງກັນຊາດໄລຍະ 2011-2013, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ສະເຫນີວ່າ:
TAG
vovworld/vov/ກະຊວງປ້ອງກັນປະເທດ
Related






