ຢາປິນປົວໂລກ Ebola ຈະຖືກໃຊ້ທົດລອງຢູ່ອາຟະລິກາຕາເວັນຕົກໃນໄວໆນີ້
14/11/2014 10:45
(vovworld)- ການທົດລອງໃຊ້ຢາປິນປົວໂລກ Ebola ຈະເລີ່ມປະຕິບັດໃນເດືອນ 12 ທີ່ຈະມາເຖິງຢູ່ບັນດາສູນປິນປົວຄົນເຈັບຕິດໂລກ Ebola....

ພາລະກອນການແພດພວມຮັບມືກັບໂລກ Ebola (vovworld)- ການທົດລອງໃຊ້ຢາປິນປົວໂລກ Ebola ຈະເລີ່ມປະຕິບັດໃນເດືອນ 12 ທີ່ຈະມາເຖິງຢູ່ບັນດາສູນປິນປົວຄົນເຈັບຕິດໂລກ Ebola ໂດຍບັນດາທ່ານໝໍອາສາສະໝັກສັງກັດອົງການແພດໝໍບໍ່ມີພົມແດນ MSF ບໍລິຫານຢູ່ອາຟະລິກາຕາເວັນຕົກ. ແຫຼ່ງຂ່າວຈາກອັງກິດເມື່ອວັນທີ 13/11 ໃຫ້ຮູ້ວ່າ ການທົດລອງໃຊ້ຢາປິນປົວໂລກ Ebola ພວມຖືກຍູ້ໄວດ້ວຍຄວາມຫວັງຢາຊະນິດຕ່າງໆຈະຫຼຸດຜ່ອນ 70% ອັດຕາການຕາຍຍ້ອນ ໂລກ Ebola ກໍ່ຂຶ້ນຢູ່ ອາຟະລິກາຕາເວັນຕົກ. ຕາມຂໍ້ມຸນຫຼ້າສຸດຂອງອົງການ ອະນາໄມໂລກແລ້ວ, ໄລຮອດວັນທີ 9/11 ໂລກໄດ້ຮັບຮູ້ມີ ຄົນເຈັບຕິດໂລກ Ebola ຈຳນວນ 14.098 ຄົນ, ໃນນັ້ນມີເຖິງ 5.160 ໄດ້ເສຍຊີວິດ.
TAG
vovworld/vov/ໂລກອີໂບລາ
Related






