ໄປຢ້ຽມຢາມຫ້ອງຮຽນຢູ່ເກາະຊອງຕື
13/08/2013 17:00
ຜູ້ໃດມາຢ້ຽມຢາມເກາະຊອງຕືໄຕ ກໍ່ລ້ວນແຕ່ມີຄວາມປະທັບໃຈຕໍ່ຫ້ອງຮຽນນ້ອຍໆໃຕ້ຮົ່ມໄມ້ຫູກວາງ, ພ້ອມກັບສຽງຫັດອ່ານຂອງນັກຮຽນ ປະສານກັບສຽງຄື້ນທະເລທົບໃສ່ຝັ່ງ.ເຖິງວ່າຫ້ອງຮຽນ ແລະ ຊີວິດການເປັນຢູ່ຂອງບັນດາຄູສອນຢູ່ທີ່ນີ້ຍັງປະສົບກັບຄວາມຫຍຸ້ງຍາກ, ຂາດເຂີນຫຼາຍຢ່າງ ແຕ່ເຂົາເຈົ້າພັດມີອຸດົມຄະຕິລວມ ນັ້ນແມ່ນນຳເອົາຄວາມຮູ້ມາສິດສອນໃຫ້ພວກນ້ອງນັກຮຽນຢູ່ເມືອງເກາະ ທີ່ຫ່າງໄກ .

(vovworld) - ຕາແສງເກາະຊອງຕືໄຕ (ຢູ່ທິດຕາເວັນຕົກ), ເມືອງເຈື່ອງຊາ, ແຂວງແຄ໋ງຮ່ວາ, ຕັ້ງຢູ່ທິດເໜືອຂອງໝູ່ເກາະເຈື່ອງຊາ. ຜູ້ໃດມາຢ້ຽມຢາມເກາະຊອງຕືໄຕ ກໍ່ລ້ວນແຕ່ມີຄວາມປະທັບໃຈຕໍ່ຫ້ອງຮຽນນ້ອຍໆໃຕ້ຮົ່ມໄມ້ຫູກວາງ, ພ້ອມກັບສຽງຫັດອ່ານຂອງນັກຮຽນ ປະສານກັບສຽງຄື້ນທະເລທົບໃສ່ຝັ່ງ. ເຖິງວ່າຫ້ອງຮຽນ ແລະ ຊີວິດການເປັນຢູ່ຂອງບັນດາຄູສອນຢູ່ທີ່ນີ້ຍັງປະສົບກັບຄວາມຫຍຸ້ງຍາກ, ຂາດເຂີນຫຼາຍຢ່າງ ເມື່ອທຽບໃສ່ເຂດດິນຕໍ່ແຜ່ນກໍ່ຕາມ, ແຕ່ເຂົາເຈົ້າພັດມີອຸດົມຄະຕິລວມ ນັ້ນແມ່ນນຳເອົາຄວາມຮູ້ມາສິດສອນໃຫ້ພວກນ້ອງນັກຮຽນຢູ່ເມືອງເກາະ ທີ່ຫ່າງໄກ ເພື່ອອະນາຄົດທີ່ສົດໃສຢູ່ທີ່ນີ້.
TAG
ຢ້ຽມຢາມເກາະ
Related








