ຫໍພິພິດທະພັນວິຈິດສິນຫວຽດນາມ
13/11/2013 09:47
(vovworld)- ເມື່ອມາຢ້ຽມຢາມນະຄອນຫລວງ ຮ່າໂນ້ຍ, ຫນຶ່ງໃນບັນດາສະຖານທີ່ຊື່ງນັກທ່ອງທ່ຽວສາກົນເລືອກເຟັ້ນມາຢາມຫລາຍກວ່າໝູ່, ນັ້ນແມ່ນຫໍພິພິດທະພັນວິຈິດສິນ

(vovworld)- ເມື່ອມາຢ້ຽມຢາມນະຄອນຫລວງ ຮ່າໂນ້ຍ, ຫນຶ່ງໃນບັນດາສະຖານທີ່ຊື່ງນັກທ່ອງທ່ຽວສາກົນເລືອກເຟັ້ນມາຢາມຫລາຍກວ່າໝູ່, ນັ້ນແມ່ນຫໍພິພິດທະພັນວິຈິດສິນ ຫວຽດນາມ ຕັ້ງຢູ່ເລກທີ 66 ຖະຫນົນ ຫງວຽນທາຍຫອກ, ເມືອງ ບາດີງ, ນະຄອນຮ່າໂນ້ຍ. ຫໍພິພິດທະພັນວິຈິດສິນ ຫວຽດນາມ ບໍ່ພຽງແຕ່ແມ່ນກິດຈະກຳສະຖາປັດຕະຍະກຳທີ່ສວຍງາມເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ຮັກສາ, ແນະນຳບັນດາຜະລິດຕະພັນສິລະປະພົ້ນເດັ່ນ ຊື່ງແມ່ນບັນດາພະຍານຫລັກຖານທີ່ມີຊີວິດຊີວາກ່ຽວກັບວິວັດແຫ່ງການພັດທະນາຂອງພື້ນຖານວິຈິດສິນຫວຽດນາມທີ່ອຸດົມສົມບູນ ແລະ ເຂັ້ມຂົ້ນໄປດ້ວຍສີສັນຊາດ.
TAG
vovworld/vov/ຫໍພິພິດທະພັນ/ວິຈິດສິນ
Related








