VOV WorldVOV World
ຢ້ຽມຢາມຕະຫລາດພາບແກ້ວມະນີຢູ່ລຸກອຽນ
08/07/2015 08:35
ທຳ​ມະ​ຊາດ​ໄດ້​ດົນ​ບັນ​ດານ​ໃຫ້ເມືອງ ລຸກ​ອຽນ ໂລ​ຫະ​ປະ​ເພດ​ຫນຶ່ງ​ຫາ​ຍາກ​ທີ່​ສຸດ, ນັ້ນ​ແມ່ນ ແກ້ວ​ມະ​ນີ. ເມື່ອ​ຢ້ຽມ​ຢ​າມ​ເທດ​ສະ​ບານ ອຽນ​ເທ, ນັກ​ທ່ອງ​ທ່ຽວ​ຈະ​ພົບ​ເຫັນ​ຕະ​ຫລາດ​ນັດ​ທີ່ແຕກ​ຕ່າງ​​ກັບ​ບັນ​ດາ​ຕະ​ຫລາດ​ນັດ
ຢ້ຽມຢາມຕະຫລາດພາບແກ້ວມະນີຢູ່ລຸກອຽນ
(vovworld)- ຫ່າງ​ຈາກ​ໃຈ​ກາງ​ແຂວງ ອຽນ​ບາຍ​ທາງ​ທິດ​ເຫນືອ ປະ​ມານ 80 ກິ​ໂລ​ແມັດ, ເມືອງ ລຸກ​ອຽນ ​ທີ່ມີ​ຊື່​ສຽງ​ດ້ວຍ​ອາ​ຊີບ​ຜະ​ລິດ​ພາບ​ແກ້ວ​ມະ​ນີ ນັບ​ສິບໆ​ປີ​ມານີ້. ຈາກ​ ສີ​ມື​ອັນຄ່ອງ​ແຄ້ວ​ຂອງ​ນາຍ​ຊ່າງໄດ້​ເຮັດ​ໃຫ້ບັນ​ດາ​ກ້ອນ​ຫີນ​ທຳ​ມະ​ຊາດກາຍ​ເປັນ​ພາບ​​ແກ້ວ​ມະ​ນີທີ່​ສວຍ​ງາມ, ມ​ີ​ມູນ​ຄ່າ​ສູງ ແລະ ໄດ້​ຮັບ​​ຄວາມນິ​ຍົມ​ຈາກ​ລູກ​ຄ້າ​​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ. ເບື້ອງ​ຕົ້ນ​ ມີ​ພຽງ​ແຕ່​ບາງ​ຮາກ​ຖານ​ຜະ​ລິດ​ພາບ​ແກ້ວ​ມະ​ນີ​ເທົ່າ​ນັ້ນ, ແຕ່​ມາ​ຮອດ​ປະ​ຈຸ​ບັນ ຢູ່ ລຸກ​ອຽນ ໄດ້​ປະ​ກົດ​ອອກ​ນັບຮ້ອຍແຫ່ງ ​ອັນ​ໄດ້ດຶງ​ດູດ​ຄົນ​ງານ​​ມາ​ເຮັດ​ວຽກ​ຢູ່​ທີ່ນີ້ນັບ​ພັນໆ​ຄົນ. ພາບ​ແກ້ວ​ມະ​ນີ ໄດ້​ກາຍ​ເປັນ​ອາ​ຊີບ​ຕົ້ນ​ຕໍ, ປະ​ກອບ​ສ່ວນ​ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ຊາວ​ທ້ອງ​ຖິ່ນ.
TAG
vovworld/vov/ແກ້ວ​ມະ​ນີ