VOV WorldVOV World
115 ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ: ເລົ່າ​ເລື່ອງ​ດ້ວຍ​ແສງ​ສີສຽງ ແລະ ເຕັກ​ໂນ​ໂລ​ຢີ
06/12/2025 02:20
(VOVWORLD) - ເປັນຄັ້ງທຳອິດໃນປະຫວັດສາດ, ໂຮງລະຄອນໃຫຍ່ ຮ່າໂນ້ຍ ໄດ້ປິດເວທີສະແດງປະຈຳວັນໄວ້ ເພື່ອກາຍເປັນເວທີຂອງຕົວເອງ. ພື້ນທີ່ທັງໝົດນັບແຕ່ຫ້ອງໂຖງຕ້ອນຮັບແຂກ, ຂັ້ນໄດ, ຫ້ອງຜູ້ຊົມ ຕະຫຼອດຮອດ ເພດານ ລ້ວນແຕ່ໄດ້ “ຈັດແຈງເອຢ້ອງ - ປຸກລຸກ” ດ້ວຍລະບົບແສງສີສຽງແລະ ຮູບພາບ , ຫວນຄືນຄວາມຊົງຈຳຂອງກວ່າ 1 ສະຕະວັດແຫ່ງມໍລະດົກສະຖາປັດຕະຍາກຳທີ່ເປັນເອກະລັກນີ້. ໃນແຕ່ລະຂອບພາບແສງສີ, ແຕ່ລະຈັງຫວະທຳນອງ ໄດ້ເຮັດໃຫ້ຜູ້ຊົມສາມາດຄຳນຶງເຖິງຄວາມຊົງຈຳກ່ຽວກັບນະຄອນຫຼວງ ຮ່າໂນ້ຍ. ໂຄງການ “115 ປີ ໂຮງລະຄອນ ເລົ່າເລື່ອງ - ມໍລະດົກທີ່ເວົ້າອອກດ້ວຍແສງສີສຽງ ແລະ ເຕັກໂນໂລຢີ” ແມ່ນຮູບແບບນຳໜ້າໃນການເລົ່າເລື່ອງມໍລະດົກດ້ວຍເຕັກໂນໂລຢີ, ໂດຍພິສູດໃຫ້ເຫັນວ່າ ການອະນຸລັກບໍ່ພຽງແຕ່ແມ່ນການຮັກສາເທົ່ານັ້ນ, ຫາກຍັງເຮັດໃຫ້ຄຸນຄ່ານັ້ນໄດ້ມີຊີວິດຂຶ້ນມາຄືນໃໝ່ ແລະ ແຜ່ກະຈາຍດ້ວຍນະວັດຕະກຳດີຈີຕອນອີກດ້ວຍ.
115 ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ: ເລົ່າ​ເລື່ອງ​ດ້ວຍ​ແສງ​ສີສຽງ ແລະ ເຕັກ​ໂນ​ໂລ​ຢີ
ແຂກຄົນລຽນແຖວເຂົ້າມາຊົມຄວາມງາມຂອງໂຮງລະຄອນໃຫຍ່ 
TAG
VOV/VOVworld/115 ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ: ເລົ່າ​ເລື່ອງ​ດ້ວຍ​ແສງ​ສີສຽງ ແລະ ເຕັກ​ໂນ​ໂລ​ຢີ