ເຈື່ອງຊາ -ແກ້ວມະນີຂຽວຢູ່ກາງທະເລ
05/07/2025 00:38
(VOVWORLD) - ໂດຍຕັ້ງຢູ່ກາງທະເລ, ອາກາດປ່ຽນແປງຮ້າຍແຮງຕະຫຼອດປີແຕ່ເມືອງເກາະເຈື່ອງຊາ (ເຊິ່ງປັດຈຸບັນແມ່ນເຂດພິເສດເຈື່ອງຊາ, ແຂວງແຄັງຮວ່າຂອງຫວຽດນາມຍາມໃດກໍໄດ້ປົກຄຸມໄປດ້ວຍສີຂຽວຂອງຕົ້ນໄມ້ໃບຫຍ້າ. ດ້ວຍໂຄງການ “ຫັນເຈື່ອງຊາເປັນສີຂຽວ”, ອຳນາດການປົກຄອງແລະປະຊາຊົນເຂດພິເສດເຈື່ອງຊາໄດ້ສ້າງເຂດດຳລົງຊີວິດທີ່ປອດໂປ່ງແລະສະຫງົບສຸກ.

ເມື່ອໄປຮອດເກາະແຫ່ງຕ່າງໆຢູ່ໝູ່ເກາະເຈື່ອງຊາຢູ່ໃສກໍເຫັນມີຕົ້ນໄມ້ຂຽວພ້ອມກັບບັນດາສວນກ້າເບ້ຍໄມ້, ສວນຜັກຂຽວອຸ່ມທຸມ ເຢັນສະບາຍ. ຢູ່ເທດສະບານເຈື່ອງຊາ, ມີເບ້ຍໄມ້ປະມານ 2.000 ເບ້ຍ. ທ່ານພົນຈັດຕະວາຫງວຽນວັນນາມໃຫ້ຮູ້ວ່າຍ້ອນຄຸນລັກສະ ນະຂອງດິນ ມີຂີ້ຊາຍ, ຫີນປະກາລັງກວມເອົາສ່ວນຫຼາຍ, ສະນັ້ນບໍ່ສາມາດຮັກສາໄດ້ຄວາມຊຸ່ມ, ຫົດນ້ຳຫຼາຍເທົ່າໃດກໍແຫ້ງໝົດເທົ່ານັ້ນ. ດ້ານອື່ນ, ໃນຊຸມວັນທີ່ມີຄື້ນໃຫຍ່, ລົມແຮງ, ນ້ຳທະເລຊັດເຂົ້າເກາະກໍເຮັດໃຫ້ຕົ້ນໄມ້ເຕີບໃຫຍ່ຊ້າ. “ ພະ ນັກ ງານ , ນັກ ຮົບ ຢູ່ ເກາະຕ້ອງ ເປັນ ເຈົ້າ ການ ເລືອກ ແນວພັນ ຜັກ ຊະ ນິດ ໃດ ທີ່ ມີ ຄວາມ ທົນ ທານ ສູງ , ບົວ ລະ ບັດ ງ່າຍເພື່ອ ເພີ່ມ ພູນ ຜະ ລິດ ຜົນ . ໄລ່ ມາ ຮອດ ປັດ ຈຸ ບັນ , ພວກ ຂ້າ ພະ ເຈົ້າ ຍາມ ໃດ ກໍ ຮັບ ປະ ກັນມີ ຜັກ ກິນ , ຊ້ຳ ບໍ່ ໜຳ ແມ່ນ ກິນ ບໍ່ ໝົດ ”.
TAG
VOV/VOVworld/ເກາະເຈື່ອງຊາ/ແກ້ວມະນີຂຽວ/ປູກຕົ້ນໄມ້
Related








