VOV WorldVOV World
​ແຜ່​ກະ​ຈາຍ​ຄວາມ​ຮັກ​ຊຸດ​ເສື້ອ​ຍາວ​ສູ່​ປະ​ຊາ​ຊົນ​ນະ​ຄອນຫຼວງ ຮ່າ​ໂນ້ຍ
04/11/2023 08:00
(VOVWORLD) - ທ້າຍອາທິດຜ່ານມາ, ຢູ່ຄຸ້ມຖະໜົນຍ່າງ ຮວ່ານກຽມ (ຮ່າໂນ້ຍ) ມີຄວາມຄຶກຄື້ນມ່ວນຊື່ນ ແລະ ຫຼາກຫຼາຍສີສັນດ້ວຍເວທີສະແດງຊຸດເສື້ອຍາວ, ພ້ອມດຽວກັນນັ້ນ ກໍຍັງມີການເຂົ້າຮ່ວມຂອງແມ່ຍິງນັບພັນຄົນທີ່ນຸ່ງຊຸດເສື້ອຍາວທີ່ສວຍງາມ. ນີ້ແມ່ນກິດຈະກຳນອນໃນຂອບເຂດງານບຸນຊຸດເສື້ອຍາວການທ່ອງທ່ຽວຮ່າໂນ້ຍ ປີ 2023 (ເຊິ່ງໄດ້ດຳເນີນແຕ່ວັນທີ 27 – 29 ຕຸລາ), ໂດຍເປັນເຫດການໃຫຍ່ຂອງນະຄອນຫຼວງ ເພື່ອແນໃສ່ແນະນຳ, ໂຄສະນາ, ເຊີດຊູຄວາມງາມຂອງຊຸດເສື້ອຍາວອັນເປັນປະເພນີ ຂອງ ຫວຽດນາມ ເຖິງປະຊາຊົນ ແລະ ແຂກທ່ອງທ່ຽວ. ໄປຄຽງຄູ່ກັນນັ້ນ, ນະຄອນ ຮ່າໂນ້ຍ ກໍໄດ້ຈັດຫຼາຍເຫດການເພື່ອແນໃສ່ປະກອບສ່ວນແຜ່ກະຈາຍຄວາມຮັກສຳລັບຊຸດເສື້ອຍາວຂອງຊາດຕື່ມອີກ.
​ແຜ່​ກະ​ຈາຍ​ຄວາມ​ຮັກ​ຊຸດ​ເສື້ອ​ຍາວ​ສູ່​ປະ​ຊາ​ຊົນ​ນະ​ຄອນຫຼວງ ຮ່າ​ໂນ້ຍ
  ງານບຸນ ຊຸດ ເສື້ອຍາວການທ່ອງທ່ຽວຮ່າໂນ້ຍ ປີ 2023  
TAG
VOV/VOVworld/ຊຸດ​ເຊື້ອ​ຍາວ/ວົງ​ຄະ​ນະ​ຍາດ/ວັດ​ທະ​ນະ​ທຳ/ເຊີດ​ຊູ