ກວາງນິງ ຕ້ອນຮັບແຂກທ່ອງທ່ຽວຊາວມຸດສະລິມ
29/10/2023 08:00
(VOVWORLD) - ມາຮອດປະຈຸບັນ, Delasea Ha Long ແມ່ນໂຮງແຮມ 5 ດາວແຫ່ງດຽວຂອງແຂວງ ກວາງນິງ ທີ່ມີເງື່ອນໄຂຢ່າງພຽງພໍເພື່ອຕ້ອນຮັບແຂກຊາວ ມຸດສະລິມ.

(ນັກ ຊ່ຽວ ຊານ ມຸດ ສະ ລິມ ມາ ຈາກ ມາ ເລ ເຊຍ ມາ ຝຶກ ແອບ ໃຫ້ ພະ ນັກ ງານ ຂອງ ໂຮງ ແຮມ ) ພາຍຫຼັງ ໂລກ ລະ ບາດ Covid - 19, ແຂກ ທ່ອງ ທ່ຽວ ຊາວ ມຸດ ສະ ລິມ ( ການທ່ອງ ທ່ຽວ Halal) ມີ ທ່າ ອ່ຽງ ຫັນ ໄປ ທ່ຽວ ບັນ ດາ ປະ ເທດ ອາ ຊີ ຕາ ເວັນ ອອກ ສ່ຽງ ໃຕ້ , ໃນ ນັ້ນ ມີ ຫວຽດ ນາມ . ນີ້ ແມ່ນ ກະແສການ ທ່ອງ ທ່ຽວ ທີ່ ຂະ ແໜງ ທ່ອງ ທ່ຽວ ກວາງ ນິງ ຈະ ສຸມ ໃສ່ ຂຸດ ຄົ້ນ ໃນ ໄລ ຍະ ຈະ ມາ ເຖິງ . ປະຈຸ ບັນ , ທາງແຂວງ ພວມ ກະກຽມ ເງື່ອນ ໄຂ ດີ ທີ່ ສຸດ ເພື່ອ ຕ້ອນຮັບ ແຂກ ທ່ອງ ທ່ຽວ ທີ່ ພິ ເສດ ນີ້ . ມາຮອດປະຈຸບັນ, Delasea Ha Long ແມ່ນໂຮງແຮມ 5 ດາວແຫ່ງດຽວຂອງແຂວງ ກວາງນິງ ທີ່ມີເງື່ອນໄຂຢ່າງພຽງພໍເພື່ອຕ້ອນຮັບແຂກຊາວມຸດສະລິມ. ເພື່ອຮັບປະກັນມາດຕະຖານຂອງການຕ້ອນຮັບ ແຂກພິເສດນີ້, ໂຮງແຮມໄດ້ ສະຫງວນ 2 ຊັ້ນເພື່ອຮັບໃຊ້ການດຳເນີນຊີວິດສະເພາະ, ມີເຂດເຮືອນຄົວຕ່າງຫາກ. ໂຮງແຮມຍັງໄດ້ສ້ອມແປງ, ຕົບແຕ່ງ 36 ຫ້ອງພັກຕາມມາດຕະຖານທີ່ເຂັ້ມງວດຂອງການທ່ອງທ່ຽວ Halal. ຫ້ອງພັກຂອງແຂກ Halal ປະກອບບ່ອນສວດມົນອະທິຖານ. ນີ້ແມ່ນຄວາມຮຽກຮ້ອງທີ່ ຕ້ອງມີ ແລະ ແມ່ນ 1 ໃນປັດໄຈທໍາອິດຂອງຊາວມຸດສະລິມ ຊອກຫາເມື່ອໄປທ່ອງທ່ຽວ. ທ່ານ ເລແທງຕາມ, ຜູ້ອຳນວຍການໂຮງແຮມ Delasea Ha Long ແບ່ງປັນວ່າ: ທາງໂຮງແຮມໄດ້ເຊີນນັກຊ່ຽວຊານມາຄົ້ນຄວ້າກ່ຽວກັບວັດທະນະທຳ, ຄວາມເຊື່ອຖືທາງສາສະໜາ ແລະ ອາຫານການກິນ Halal ເພື່ອແນະນຳໃຫ້ແກ່ໂຮງແຮມ: “ ພວກ ຂ້າ ພະ ເຈົ້າ ໄດ້ ເຊີນ ນັກ ຊ່ຽວ ຊານ ມຸດ ສະ ລິມ ມາ ຈາກ ມາ ເລ ເຊຍ ມາ ຝຶກ ແອບ ໃຫ້ ພະ ນັກ ງານ ຂອງ ໂຮງ ແຮມ . ເຊີນ ພໍ່ ຄົວຊາວ ປາ ກິດ ສະ ຖານ ຄົນໜຶ່ງ ແລະ ຊ່ຽວຊານກ່ຽວ ກັບ ອາ ຫານ Halal ຄົນໜຶ່ງ ມາ ເພື່ອ ສຶກ ສາ , ແນະ ນຳ ຂັ້ນ ຕອນ ແຕ່ງ ກິນ ແລະ ຮັບ ໃຊ້ ໃຫ້ຖືກ ກັບ ມາດ ຕະ ຖານ Halal”. ເພື່ອເປັນເຈົ້າການຕ້ອນຮັບແຂກທີ່ມາຈາກບັນດາປະເທດ ອິດສະລາມ, ຫວ່າງມໍ່ໆມານີ້, ພະແນກທ່ອງທ່ຽວແຂວງ ກວາງນິງ ໄດ້ເຊີນບັນດານັກຊ່ຽວຊານດ້ານການທ່ອງທ່ຽວ Halal, ກົມທ່ອງທ່ຽວ ແຫ່ງຊາດ ພ້ອມກັບບັນດາບໍລິສັດທ່ອງທ່ຽວ ເພື່ອມາປຶກສາຫາລືກ່ຽວກັບບັນດາມາດຕະການແກ້ໄຂ ຄວາມຮຽກຮ້ອງຕ້ອງການສະເພາະຂອງກຸ່ມແຂກທ່ອງທ່ຽວນີ້. ທ່ານ ເຈີ່ນວັນເຕີນເກືອງ, ຜູ້ອຳນວຍການບໍລິສັດ Halal ແຫ່ງຊາດ, ໄດ້ຍົກອອກຄຳເຫັນວ່າ: “ ແຂວງ ກວາງ ນິງ ມີ ເງື່ອນ ໄຂ ຫຼາຍ ຢ່າງ , ແຕ່ ຕ້ອງ ສ້າງ ພື້ນ ຖານ ໂຄງ ລ່າງ ກໍ່ ຄື ບັນ ດາ ສະ ຖານ ທີ່ ພັກ ຜ່ອນ , ຮ້ານ ອາ ຫານ ໃຫ້ ເໝາະ ສົມ ແລະ ມີ ໃບ ຢັ້ງຢືນ ທີ່ ເໝາະ ສົມ ກັບ ການ ບໍ ລິ ການ ຂອງ ຊາວ ມຸດ ສະ ລິນ . ຍ້ອນ ໃນ ການ ເດີນ ທາງ ໄປ ທ່ອງ ທ່ຽວ , ຊາວ ມຸດ ສະ ລິມ ຢາກ ຊອກ ຫາ ອາ ຫານ Halal ເປັນຕົ້ນ , ຫຼັງ ຈາກນັ້ນ ຈຶ່ງ ຊອກ ຫາ ບ່ອນ ພັກ ຜ່ອນ ໃຫ້ ເໝາະ ສົມ ກັບ ການ ບໍ ລິ ການ ຂອງ ຊາວມຸດ ສະ ລິມ . ຖ້າ ຫາກ ເຂດ ພັກ ຜ່ອນນັ້ນ ມີ ຫ້ອງເຮັດພິທີກຳສວດມົນ ກໍ່ຈະ ແມ່ນ ຈຸດ ດີ ທີ່ ສຸດ ໃນ ວ ິ ວັດ ການ ໄປ ທ່ອງ ທ່ຽວ ຂອງ ເຂົາ ເຈົ້າ ”.
TAG
VOV/VOVworld/ຊາວມຸດສະລິມ/ແຂກທ່ອງທ່ຽວ/ປະສິດທິຜົນ
Related








