ນຳຫວຽດນາມ ກາຍເປັນຈຸດນັດພົບຂອງນະວັດຕະກຳ
12/11/2023 10:46
(VOVWORLD) - ໃນສະພາບການຂອງການປະຕິວັດອຸດສາຫະກຳ 4.0, ຫວຽດນາມ ພວມຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຢີແລະ ນະວັດຕະກຳ, ຜັນຂະຫຍາຍບັນດາໂຄງການກະທຳລະອຽດ ຢ່າງບໍ່ຢຸດຢັ້ງ ເພື່ອຍູ້ແຮງການພັດທະນາລະບົບນິເວດ ແຫ່ງການນະວັດຕະກຳຢ່າງຮອບດ້ານ, ສ້າງສະພາບແວດລ້ອມ ທີ່ມີຄວາມສະດວກເພື່ອການຊຸກຍູ້ການຄົ້ນຄ້ວາພັດທະນາ, ນຳໃຊ້ວິທະຍາສາດເຕັກນິກ ແລະ ຖ່າຍທອດເຕັກໂນໂລຢີ. ສູນນະວັດຕະກຳແຫ່ງຊາດ (NIC) ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນແນໃສ່ສະໜອງພື້ນຖານໂຄງລ່າງຢ່າງຄົບຊຸດເພື່ອຍູ້ໄວ ແລະ ມີການພັດທະນາລະບົບນິເວດແຫ່ງການນະວັດຕະກຳ ຫວຽດນາມ ໃຫ້ເຂັ້ມແຂງກ່ວາເກົ່າ, ດ້ວຍຄວາມປາດຖະໜາ ນຳ ຫວຽດນາມ ກາຍເປັນຈຸດນັດພົບຂອງການນະວັດຕະກຳ, ເຕົ້າໂຮມພູມປັນຍາ, ແຜ່ຂະຫຍາຍກະຈາຍຜົນປະໂຫຍດຂອງພາກພື້ນ ແລະ ໂລກ ໃນສັງກາດດີຈີຕອນ.

ສູນນະວັດຕະກຳແຫ່ງຊາດ (NIC) (ພາບ: laodong.vn )
TAG
VOV/VOVworld/ນະວັດຕະກຳ/ຫວຽດນາມ/ດີຈີຕອນ
Related








