ນັກຂ່າວ ແລະ ຄວາມຮັກຕໍ່ໝູ່ເກາະ ເຈື່ອງຊາ
14/06/2025 15:41
(VOVWORLD) - ໃນຊີວິດເປັນນັກຂ່າວ, ການໄປເຮັດຂ່າວຢູ່ເມືອງເກາະ ເຈື່ອງຊາ ແມ່ນສິ່ງທີ່ພິເສດ ແລະ ຍາກທີ່ຈະຫຼົງລືມໄດ້ສຳລັບບັນດານັກຂ່າວ. ເຂົາເຈົ້າຕ້ອງຜ່ານຜ່າການເດີນທະເລທີ່ເຕັມໄປດ້ວຍພະຍຸລົມແຮງ, ໄປຍັງເກາະ ເຈື່ອງຊາ ເພື່ອຮູ້ສຶກໄດ້ເຖິງການເສຍສະຫຼະແບບມິດງຽບຂອງພະນັກງານ, ນັກຮົບ, ປະຊາຊົນເມືອງເກາະ, ຈາກນັ້ນ ກໍຜະລິດອອກບັນດາຜົນງານທີ່ແທດຈິງ, ມີຊີວິດຊີວາ, ປະກອບສ່ວນໂຄສະນາກ່ຽວກັບອະທິປະໄຕທະເລ, ໝູ່ເກາະທີ່ສັກກະລະຂອງຊາດ.

ຈຸດເວລາທີ່ສຽງແກກ່ຳປັ່ນລຳຕ່າງໆດັງຂຶ້ນຄືເປັນການລາທ່າກ່ຳປັ່ນເພື່ອອອກນອກຝັ່ງ, ມຸ່ງໄປທາງເກາະ ເຈື່ອງຊາ ໄດ້ຝັງເລິກໃນຄວາມຊົງຈຳຂອງບັນດານັກຂ່າວ - ກຳລັງປະຈັນບານໂຄສະນາເຜີຍແຜ່ກ່ຽວກັບທະເລໝູ່ເກາະ. ການທີ່ໄດ້ໄປຢາມເກາະ ເຈື່ອງຊາ ແມ່ນໂອກາດທີ່ຫາຍາກໃນຊີວິດເປັນນັກຂ່າວ, ດັ່ງນັ້ນ ນັກຂ່າວແຕ່ລະຄົນລ້ວນແຕ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເຮັດຂ່າວ, ຍາດເວລາເກັບກຳຂໍ້ມູນຍິ່ງຫຼາຍກໍຍິ່ງດີ. ນາງ ທີຍຸງ, ນັກຂ່າວໜັງສືພິມ ຟາບລວດ (ກົດໝາຍ) ນະຄອນ ໂຮ່ຈີມິນ, ໄດ້ແບ່ງປັນວ່າ ໄປ ເຈື່ອງຊາ ຮູ້ສຶກວ່າ ມື້ໜຶ່ງຄືຍາວກວ່າປົກກະຕິ. ຍຸງ ຕື່ນແຕ່ເຊົ້າ, ຍາດໂອກາດຖ່າຍຮູບ, ຈົດຂໍ້ມູນ ແລະ ສຳພາດພະນັກງານ, ນັກຮົບ ແລະ ປະຊາຊົນເມືອງ ເກາະ. “ ຄວາ ມ ປະ ທັບ ໃຈ ທຳ ອິດ ຂອງ ຂ້າ ພະ ເຈົ້າກ່ຽວ ກັບ ເຈື່ອງ ຊາ ແມ່ນ ແດດ , ລົມ ແລະ ຄວາມ ເຄັມ ຂອງ ທະ ເລ . ເຖິງ ຢ່າງ ໃດ ກໍ ຕາມ , ຄວາມ ອົງ ອາດ ກ້າ ແກ່ນ ຂອງ ພະ ນັກ ງານ , ນັກ ຮົບ ແລະ ປະ ຊາ ຊົນ ເມືອງ ເກາະ ຈຶ່ງ ແມ່ນ ສິ່ງ ທີ່ ຂ້າ ພະ ເຈົ້າ ຈື່ ຈຳ ຕະຫຼອດ ຊີ ວິດ . ເມື່ອ ໂອ້ ລົມ ກັບ ບັນ ດາ ນັກ ຮົບ ໜຸ່ມ , ໃນ ເບື້ອງ ຕົ້ນ , ຂ້າ ພະ ເຈົ້າ ຄິດ ວ່າ ເຂົາ ເຈົ້າ ຈະ ບໍ່ມ່ ວ ນຍ້ອນ ຢູ່ ຫ່າງ ໄກ ຈາກ ຄອບ ຄົວ , ແຕ່ ຂ້າ ພະ ເຈົ້າ ຮູ້ສຶກ ໄດ້ ເຖິງ ຄວາມ ເອກ ອ້າງ ທະ ນົງ ໃຈ , ຄວາມ ຕ ັດ ສິນ ໃຈ ປົກ ປັກ ຮັກ ສາ ທະ ເລ ໝູ່ ເກາະ ຂອງ ບ້ານ ເກີດ ເມືອງນອນ ທີ່ ສະ ແດງ ອອກ ຜ່ານ ຮອຍ ຍິ້ມ , ສີ ໜ້າ ສີ ຕາ ຂອງ ເຂົາ ເຈົ້າ ” .
TAG
VOV/VOVworld/ນັກຂ່າວ/ໝູ່ເກາະເຈື່ອງຊາ/ທະຫານ/ທະເລໝູ່ເກາະ
Related








