ສະຫະພັນ AI ເອົາລາກ: ສ້າງລະບົບນິເວດ AI ທີ່ມີສີສັນ ຫວຽດ
03/07/2025 09:07
(VOVWORLD) - ສະຫະພັນ ປັນຍາປະດິດ (AI) ເອົາລາກ ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍການເຂົ້າຮ່ວມຂອງກ່ວາ 20 ຫົວໜ່ວຍເຕັກໂນໂລຢີແຖວໜ້າຂະແໜງ ແລະ Startup ເຕັກໂນໂລຢີ ຫວຽດນາມ. ດ້ວຍເປົ້າໝາຍຫຼັກແມ່ນພັດທະນາບັນດາຮູບແບບພາສາຂະໜາດໃຫຍ່(Large Language Model) ທີ່ມີຄວາມສາມາດແກ້ໄຂພາສາຫວຽດໄດ້ຊັດເຈນ, ເໝາະສົມກັບວັດທະນະທຳ ແລະ ສີສັນ ຫວຽດນາມ, ສະຫະພັນ AI ເອົາລາກ ແມ່ນເພື່ອແນໃສ່ຍົກສູງຄວາມຮູ້ຂອງປະຊາຊົນ, ຊຸກຍູ້ການພັດທະນາເສດຖະກິດແຫ່ງຊາດ ແລະ ສ້າງເປັນລະບົບນິເວດ AI ສະເພາະທີ່ມີສີສັນ ຫວຽດ.

ສະຫະພັນ AI ເອົາລາກ ໄດ້ສ້າງຕັ້ງຢ່າງເປັນທາງການ ດ້ວຍການເຂົ້າຮ່ວມຂອງກ່ວາ 20 ບໍລິສັດເຕັກໂນໂລຢີແຖວໜ້າ (ພາບ: vneconomy.vn )
TAG
VOV/VOVworld/AI/ຫວຽດນາມ/ຫັນເປັນດີຈີຕອນ
Related








