VOV WorldVOV World
ວັດ​ທະ​ນະ​ທຳ​ຄອບ​ຄົວ - ຊັບສົມ​ບັດ​ອັນ​ລ້ຳ​ຄ່າ​ໃນ​ການດຳລົງຊີ​ວິດ​ຍຸກ​ທັນ​ສະ​ໄໝ
28/06/2025 16:59
(VOVWORLD) - ເມື່ອຊີວິດຍຸກທັນສະໄໝມີຄວາມຟ້າວຟັ່ງວ່ອງໄວຄືໃນປັດຈຸບັນ ຈະມີບັນດາຄຸນຄ່າໃໝ່ປະກົດຂຶ້ນຢ່າງລຽນຕິດ, ວັດທະນະທຳຄອບຄົວແມ່ນສິ່ງທີ່ລ້ຳຄ່າ, ເຊິ່ງໄດ້ຮັບການຖະໜຸຖະໜອມ ແລະ ສືບທອດແຕ່ຄົນລຸ້ນນີ້ສູ່ຄົນລຸ້ນອື່ນ, ຍື່ນຍົງຕາມການເວລາ. ວັດທະນະທຳຄອບຄົວປະກົດມີໃນແບບແຜນການດຳລົງຊີວິດຂອງຄອບຄົວ, ໃນແຕ່ລະການກະທຳ, ແຕ່ລະຄຳວາຈາທີ່ລຽບງ່າຍໃນວັນໆນັ້ນເອງ ແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ການພັດທະນາຂອງແຕ່ລະຄົນ ແລະ ທັງສັງຄົມ.
ວັດ​ທະ​ນະ​ທຳ​ຄອບ​ຄົວ - ຊັບສົມ​ບັດ​ອັນ​ລ້ຳ​ຄ່າ​ໃນ​ການດຳລົງຊີ​ວິດ​ຍຸກ​ທັນ​ສະ​ໄໝ
ຄອບຄົວບໍ່ພຽງແຕ່ແມ່ນບ່ອນກຳເນີດ ແລະ ເຕີບໃຫຍ່ຂອງຄົນເຮົາ, ຫາກຍັງເປັນ “ໂຮງຮຽນແຫ່ງທຳອິດ” ທີ່ສ້າງ ບຸກຄະລິກກະພາບ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງຄົນເຮົາ. ໃນຄອບຄົວຊາວ ຫວຽດນາມ, ວັດທະນະທຳຄອບຄົວກໍ່ແມ່ນສິ່ງທີ່ເບິ່ງຄືວ່າເລັກນ້ອຍ, ເຊັ່ນ: ລູກຫຼານມີຄວາມກະຕັນຍູ, ມີຄວາມເຄົາລົບນັບຖືຕໍ່ປູ່ຍ່າຕາຍາຍ, ພໍ່ແມ່; ຜົວເມຍຊື່ສັດຕໍ່ກັນ; ອ້າຍນ້ອງສາມັກຄີ, ປອງດອງ, ເຄົາລົບນັບຖືຜູ້ໃຫຍ່, ແບ່ງປັນກັບຜູ້ມີອາອຍຸຕ່ຳກວ່າ… ໄດ້ ແລະ ພວມໄດ້ຮັບການອະນຸລັກຮັກສາແຕ່ໃດມາ. ການສຶກສາ ບໍ່ພຽງແຕ່ໃນການຮຽນເທົ່ານັ້ນ ຫາກຍັງຕ້ອງສຶກສາໃຫ້ລູກຫຼານທັງກ່ຽວກັບກິດຕິຄຸນມະນຸດ, ຮູ້ມາລະຍາດການປະພຶດຄືດັ່ງທີ່ປູ່ຍ່າຕາຍາຍເຮົາໄດ້ບອກສອນສືບທອດກັນມາ. ນັບແຕ່ບັນດາການປະພຶດເລັກໆນ້ອຍໆ, ເຊັ່ນ: ການໄປມາລາຄອບ”. “ເຮົາເປັນຄົນລຸ້ນໜຸ່ມ, ຕ້ອງຮູ້ເຄົາລົບນັບຖືຜູ້ໃຫຍ່, ພໍ່ແມ່. ເຮົາກໍ່ຕ້ອງສອນສິ່ງນີ້ໃຫ້ລູກເຮົາແຕ່ຄາວຍັງນ້ອຍ. ຖ້າເຮັດໄດ້ຄືແນວນັ້ນ, ຕາມການເວລາລູກກໍຈະສ້າງເປັນຄວາມຊິນເຄີຍ ແລະ ການເປັນແບບທີ່ດີໃນການທັກທາຍລາຄອບ”.
TAG
VOV/VOVworld/ວັດ​ທະ​ນະ​ທຳ​ຄອບ​ຄົວ/ຄວາມ​ກະ​ຕັນ​ຍູ