ຮ່ານາມ ຍູ້ແຮງການຫັນເປັນດິຈີຕອນໃນການພັດທະນາການທ່ອງທ່ຽວ
17/12/2024 13:00
(VOVWORLD) -ຮ່ານາມ ແມ່ນທ້ອງຖິ່ນມີປູຊະນີຍາສະຖານ, ທັດສະນີຍະພາບທີ່ສວຍງາມລືຊື່ຫລາຍແຫ່ງ ພ້ອມກັບບັນດາຜະລິດຕະພັນທ່ອງທ່ຽວທີ່ອຸດົມສົມບູນ, ຍ້ອນເຫດນັ້ນ ໄດ້ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມ, ທັດສະນະສຶກສາເປັນຈຳນວນຫລວງຫລາຍ. ຊຸມປີມໍ່ໆມານີ້, ຂະແຫນງທ່ອງທ່ຽວ ແຂວງໄດ້ຕັ້ງຫນ້າໝູນໃຊ້ການຫັນເປັນດິຈີຕອນ, ມຸ່ງໄປເຖິງການພັດທະນາການທ່ອງທ່ຽວອັດສະລິຍະ ເພື່ອຍົກສູງຄຸນນະພາບຜະລິດຕະພັນ, ການບໍລິການທ່ອງທ່ຽວ. ຜ່ານນັ້ນ ກໍ່ໂຄສະນາພາບພົດຂອງ ຮ່ານາມ ໄປເຖິງນັກທ່ອງທ່ຽວ, ກໍ່ສ້າງ ຮ່ານາມ ແມ່ນຈຸດນັດພົບທ່ອງທ່ຽວທີ່ປອດໄພ, ເປັນມິດ - ມີຄຸນນະພາບ - ດູດດຶ່ມ.

ທ່ານ ຫງວຽນເລຟຸກ, ຮອງຫົວຫນ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ. (ພາບ: Báo Hà Nam) ເວັບໄຊ dulichhanam.vn ໄດ້ນຳເຂົ້າເຄື່ອນໄຫວແຕ່ປີ 2009 ມາຮອດປະຈຸບັນ ແມ່ນຫນຶ່ງໃນບັນດາຜົນສຳເລັດຂອງ ຮ່ານາມ ໃນການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການໂຄສະນາ, ສົ່ງເສີມການທ່ອງທ່ຽວ. ຕໍ່ຈາກນັ້ນ ຮອດປີ 2018 ແຂວງ ຮ່ານາມ ໄດ້ນຳປະຕູຖານຂໍ້ມູນການທ່ອງທ່ຽວອັດສະລິຍະ ແຂວງ ຮ່ານາມ ເຂົ້າໃຊ້ການຢູ່ ຫນ້າເວັບ: visithanam.vn ໂດຍນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ ເພື່ອສ້າງເປັນລະບົບນິເວດການທ່ອງທ່ຽວຂອງແຂວງ. ໄລຍະຜ່ານມາ, ເລື່ອງສົມທົບລະຫວ່າງການສື່ສານກັບບັນຫນ້າຫນ້າເວັບຂໍ້ມູນຂ່າວສານເອເລັກໂຕນິກ ແລະ ບັນດາ ດິຈິຕອນ Platform, ສື່ສັງຄົມອອນລາຍ ນັບມື້ນັບເສີມຂະຫຍາຍປະສິດທິຜົນໃນການແນະນຳພາບພົດຂອງເຂດດິນແດນ ຮ່ານາມ ໃຫ້ເຂົ້າໃກ້ກັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ເລື່ອງໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດິຈິຕອນເພື່ອພັດທະນາການທ່ອງທ່ຽວ ແມ່ນຫນຶ່ງໃນບັນດາເນື້ອໃນຂອງຍຸດທະສາດໂຄສະນາພາບພົດ, ຄວາມສາມາດບົ່ມຊ້ອນການທ່ອງທ່ຽວແຂວງ ຮ່ານາມ. ໂດຍຕີລາຄາສູງການກຳນົດທິດຂອງທ້ອງຖິ່ນ, ທ່ານ ຫງວຽນເລຟຸກ, ຮອງຫົວຫນ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: “ຮ່ານາມ ແມ່ນຈຸດນັດພົບຫາກໍ່ພົ້ນເດັ່ນ ແລະ ໄດ້ມີວິວັດການພັດທະນາການທ່ອງທ່ຽວເປັນຢ່າງດີ. ໄລຍະຈະມາເຖິງ, ແຂວງ ຄວນເພີ່ມທະວີວຽກງານສົ່ງເສີມການໂຄສະນາ ເພື່ອນຳແຂວງ ຮ່ານາມ ໄປຍັງບັນດາຕະຫລາດ ເປັນຕົ້ນແມ່ນຕະຫລາດສາກົນ. ວຽກງານສົ່ງເສີມການໂຄສະນາ ຄວນໄດ້ນຳໃຊ້ບັນດາເຕັກໂນໂລຊີໃຫມ່ເປັນພິເສດ, ສົມທົບກັບໂທລະພາບ, ຟິມຮູບເງົາ, ອຸດສາຫະກຳວັດທະນະທຳ ເພື່ອນຳພາບພົດແຂວງ ຮ່ານາມ ໄປເຖິງແຂກທ່ອງທ່ຽວ”. ຜູ້ແທນເຂົ້າຮ່ວມຮ້ານວາງສະແດງ,ແນະນຳ ມາດຕະການເຕັກໂນໂລຊີຫນູນຊ່ວຍການພັດທະນາການທ່ອງທ່ຽວ. (ພາບ:Truyền hình Hà Nam) ໄລຍະຜ່ານມາ, ແຂວງ ຮ່ານາມ ໄດ້ເພີ່ມທະວີການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມສຳພັນເຂດ, ໂຄສະນາ ພາບພົດການທ່ອງທ່ຽວຜ່ານບັນດາຊ່ອງສື່ສານສັງຄົມ (Facebook, Youtube, Tiktok…), ກໍ່ຄືບັນດາ Platform 3D, ທາງອອນລາຍອື່ນໆ. ສ້າງລະບົບຖານຂໍ້ມູນດິຈິຕອນຂະແຫນງທ່ອງທ່ຽວ. ປະຈຸບັນ ມີປູຊະນິຍະສະຖານຫລາຍແຫ່ງ, ເຂດ, ສະຖານທີ່ທ່ອງທ່ຽວຢູ່ບໍລິເວນແຂວງ ຮ່ານາມ ໄດ້ຮັບການຜັນຂະຫຍາຍຕິດລະຫັດ QR. ທ່ານ ມາຍກວັກດາດ, ຜູ້ອຳນວຍການຝ່າຍບໍລິຫານເຂດທ່ອງທ່ຽວແຫ່ງຊາດ ຕາມຈຸກ ໃຫ້ຮູ້ວ່າ:
TAG
VOV/VOVworld/ແຂວງ ຮ່ານາມ/ໝູ່ບ້ານຫັດຖະກຳ/ປະຕູຖານຂໍ້ມູນ
Related
More



.jpg)




