VOV WorldVOV World
ການຮ່ວມມື ຫວຽດນາມ - ຕວັກກີ ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາຂອງແຕ່ລະປະເທດ
16/04/2026 15:33
[VOVWORLD] - ໃນຂອບເຂດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ IPU ຄັ້ງທີ 152, ຢູ່ ຕວັກກີ, ຕອນບ່າຍວັນທີ 16 ເມສາ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍຊຸກຍູ້ການຮ່ວມມື ຫວຽດນາມ - ຕວັກກີ.
ການຮ່ວມມື ຫວຽດນາມ - ຕວັກກີ ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາຂອງແຕ່ລະປະເທດ
24_16-4_AM CHIEU_Anh 1.jpg (ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ກ່າ​ວ​ຄຳ​ເຫັນທີ່​ການ​ໂອ້​ລົມ​ສົນ​ທະ​ນາ)           ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ IPU ຄັ້ງ​ທີ 152, ຢູ່ ຕວັກ​ກີ, ຕອນ​ບ່າຍວັນ​ທີ 16 ເມ​ສາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ເຈິ່ນ​ແທັງ​ເໝີ້ນ, ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ​້​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ຮ່ວມ​ມື ຫວຽດ​ນາມ - ຕວັກ​ກີ.           ກ່າ​ວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີການ​ຮ່ວມ​ມື​ລັດ​ຖະ​ສະ​ພາ; ຮັກ​ສາ​ບັນ​ດາ​ກົນ​ໄກ​ໂອ້ລົມສົນທະນາ, ປຶກສາທາບ​ທາມ​ນະໂຍບາຍຢ່າງເປັນ​ປະ​ຈຳ, ຜ່ານນັ້ນ ກໍສ້າງ​ພື້ນ​ຖານ​ຢ່າງ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ມີ​ທ່າ​ແຮງ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ… ພິ​ເສດ, ຕາມ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ແລ້ວ ຕ້ອງຖືເປັນສຳຄັນການພັດ​ທະ​ນາ​ບັນ​ດາ​ແລວ​ຂົນ​ສົ່ງ ແລະ ເຊື່ອມ​ຕໍ່​ລະ​ບົບ​ສະ​ໜອງ​ລະ​ຫວ່າງ 2 ພາກ​ພື້​ນ. “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ລັດ​ຖະ​ບານ ໃນ​ການ​ສ້າງ ແລະ ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ​້​ສົມ​ບູ​ນ​ແບບ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນທີ່​ສະ​ດວກ, ໜູນ​ຊ່ວຍ​ບັນ​ດາ​ການເຄື່ອນໄຫວ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃຫ້​ມີ​ປະ​ສິດ​ທິ​ຜົນ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ສູງ, ຄວາມ​ຂະ​ຫ​ຍັນ​ຂັນ​ເຄື່ອນ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຕວັກ​ກີ ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່, ເລ​ິກ​ເຊິ່ງກວ່າ, ແທ້ຈິງ ແລະ ມີ​ປະ​ສິດ​ທ​ິ​ຜົນ​ກວ່າ”.   ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ IPU 152, ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຈໍ​ເຈຍ S. Papuashvili.
TAG
VOV/VOVWORLD/ສະ​ພາບ​ແວດ​ລ້ອມ/​ລົງ​ທຶນ/ສະ​ດວກ