ຮ່າໂນ້ຍ - ຄວາມສາມາດບົ່ມຊ້ອນແລະກາລະໂອກາດດຶງດູດການລົງທຶນຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ
29/10/2024 06:00
(VOVWORLD) - ອຸດສາຫະກຳເຄິ່ງຊັກນຳໄຟຟ້າພວມແມ່ນທິດພັດທະນາຍຸດທະສາດຂອງຫລາຍປະເທດ, ໃນນັ້ນມີຫວຽດນາມເພາະວ່ານີ້ແມ່ນຂະແຫນງອຸດສາຫະກຳສຳຄັນແລະມີມູນຄ່າດ້ານເສດຖະກິດສູງ. ນະຄອນຫລວງຮ່າໂນ້ຍ, ດ້ວຍທີ່ຕັ້ງຍຸດທະສາດແລະມີທ່າໄດ້ປຽບເປັນເອກະລັກສະເພາະໂດຍໄດ້ຮັບການຕີລາຄາຈາກຜູ້ຊ່ຽວຊານຫລາຍທ່ານວ່າພວມມີຄວາມສາມາດບົ່ມຊ້ອນແລະກາລະໂອກາດໃຫຍ່ເພື່ອພັດທະນາ, ດຶງດູດການລົງທຶນເຂົ້າໃນຂົງເຂດເຕັກໂນໂລຊີ, ໃນນັ້ນມີຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ.

ບັນດາວິສາຫະກິດແລກປ່ຽນຂໍ້ມູນພັດທະນາຜະລິດຕະພັນຢູ່ວັນບຸນເຊື່ອມຈອດລົງທຶນເຕັກໂນໂລຊີເຄິ່ງຊັກນຳໄຟຟ້າປີ 2024. ພາບ:Hoài Nam/Báo Kinh tế & Đô thị ໃນການວາງແຜນຜັງນະຄອນຫລວງ ຮ່າໂນ້ຍ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ໄດ້ກຳນົດ: ນະຄອນໃຫ້ບຸລິມະສິດພັດທະນາອຸດສາຫະກຳແຜງວົງຈອນເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ, ນຳຫນ້າໃນການພັດທະນາບັນດາຂະແຫນງຫາກໍ່ພົ້ນເດັ່ນຕາມທ່າອ່ຽງເຕັກໂນໂລຊີແຖວຫນ້າຂອງໂລກ. ທ່ານ ຫງວຽນຫວຽດຮຸ່ງ, ຫົວຫນ້າ ພະແນກຖະແຫລງຂ່າວ ແລະ ສື່ສານ ຮ່າໂນ້ຍ ໃຫ້ຮູ້ວ່າ: “ໃນການວາງແຜນຜັງ ນະຄອນຫລວງ , ພວກຂ້າພະເຈົ້າກໍ່ເຕື້ອງເຖິງການວາງແຜນຜັງເພື່ອຫນູນຊ່ວຍພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າ , ອຸດສາຫະກຳເຕັກໂນໂລຊີ ເວົ້າລວມ ແລະ ອຸດສາຫະກຳ ຊິບ ຢູ່ ນະຄອນຫລວງ ຮ່າໂນ້ຍ. ຕົວຢ່າງຄື ເຂດເຕັກໂນໂລຊີສູງ ຮ່ວາລາກ ຈະສ້າງເປັນນະຄອນທາງທິດຕາເວັນຕົກຂອງ ຮ່າໂນ້ຍ. ກ່ຽວກັບທາງພູມສາດ , ເສັ້ນທາງຄົມມະນາຄົມ , ມະນຸດ , ນະຄອນຫລວງ ຮ່າໂນ້ຍ ສາມາດຮັບປະກັນແມ່ນສູນກາງຜະລິດ ຊິບ ຢູ່ ຫວຽດນາມໄດ້”. ປະຈຸບັນນະຄອນຮ່າໂນ້ຍມີປະມານ 11 ເຂດອຸດສາຫະກຳໄດ້ກໍ່ສ້າງສຳເລັດພື້ນຖານໂຄງລ່າງແລະນຳເຂົ້າເຄື່ອນໄຫວດ້ວຍຍອດເນື້ອທີ່ແມ່ນ2.930 ha. ຢູ່ບັນດາເຂດອຸດສາຫະກຳນີ້ມີຫລາຍເຄື່ອງໝາຍການຄ້າໃຫຍ່ທີ່ມາຈາກບັນດາປະເທດມະຫາອຳນາດດ້ານອຸດສາຫະກຳໄດ້ເຂົ້າມາລົງທຶນນັບຕື້ USD, ມີຫລາຍຜະລິດຕະພັນໄດ້ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ. ໃນນັ້ນພົ້ນເດັ່ນແມ່ນເຂດເຕັກໂນໂລຊີສູງຮ່ວາລາກ. ດ້ວຍເນື້ອທີ່ເກືອບ1.600 haປະຈຸບັນມີ 111 ໂຄງການລົງທຶນດ້ວຍຍອດຈຳນວນທຶນຈົດທະບຽນແມ່ນກວ່າ111.500ຕື້ດົງ. ຮ່າໂນ້ຍມີແຜນນະໂຍບາຍພັດທະນາເຂດເຕັກໂນໂລຊີສູງຮວ່າລາກໃຫ້ກາຍເປັນເມືອງເຕັກໂນໂລຊີສີຂຽວ, ເມືອງຫລັກກ່ຽວກັບການພັດທະນາເຕັກໂນໂລຊີສູງດ້ວຍ 74/109ໂຄງການລົງທຶນພັດທະນາຜະລິດຕະພັນເຕັກໂນໂລຊີສູງຊື່ງມີການໃຫ້ບຸລິມະສິດເປັນເອກະລັກພິເສດ. ທ່ານ ປອ ຫວໍຊວນຮ່ວາຍ, ຮອງຫົວຫນ້າສູນນະວັດຕະກຳແຫ່ງຊາດຫວຽດນາມ(NIC),ກະຊວງແຜນການແລະການລົງທຶນຖືວ່າ: “ປະຈຸບັນ ຮ່າໂນ້ຍ ມີຫລາຍເງື່ອນໄຂທີ່ຈຳເປັນເພື່ອພັດທະນາຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ. ໃນນັ້ນ ກ່ຽວກັບດ້ານລະບອບລະບຽບການ ນະໂຍບາຍ , ກົດໝາຍວ່າດ້ວຍນະຄອນຫລວງທີ່ຫາກໍ່ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ ແລະ ມີຜົນສັກສິດນັບແຕ່ວັນທີ 1 ມັງກອນປີ 2025 ເປັນຕົ້ນໄປ ດ້ວຍຫລາຍກົນໄກນະໂຍບາຍບຸລິມະສິດພິເສດສະເພາະໃຫ້ແກ່ຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າກໍ່ຄືປັນຍາປະດິດ. ປະຈຸບັນ ຮ່າໂນ້ຍ ມີເຂດເຕັກໂນໂລຊີສູງ ຮ່ວາລາກ. ຢູ່ທີ່ນີ້ ມີບັນດາວິສາຫະກິດເຕັກໂນໂລຊີສູງກໍ່ຄືບັນດາກຸ່ມບໍລິສັດເຕັກໂນໂລຊີໃຫຍ່ຄື: FPT, Viettel .. ແລະບັນດາມະຫາວິທະຍາໄລໃຫຍ່”. ທ່ານ ຫງວຽນຫວຽດຮຸ່ງ, ຫົວຫນ້າ ພະແນກຖະແຫລງຂ່າວ ແລະ ສື່ສານ ຮ່າໂນ້ຍ. ພາບ:VnEconomy ເພື່ອພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ຫນຶ່ງໃນບັນດາປັດໄຈສຳຄັນທີ່ຂາດບໍ່ໄດ້ນັ້ນແມ່ນແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ປະຈຸບັນຮ່າໂນ້ຍມີມະຫາວິທະຍາໄລຫລາຍແຫ່ງແມ່ນແຖວຫນ້າກ່ຽວກັບດ້ານເຕັກໂນໂລຊີດ້ວຍບັນດາຫລັກສູດລົງເລິກດ້ານເຕັກນິກແລະເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ, ສົມທົບລະຫວ່າງວິສາຫະກິດກັບໂຮງຮຽນກໍ່ໄດ້ຮັບການຜັນຂະຫຍາຍແລ້ວ. ທ່ານ ສາດສະດາຈານ, ປອ ຫງວຽນດິ່ງດຶກ, ປະທານສະພາມະຫາວິທະຍາໄລເຕັກໂນໂລຊີ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍໃຫ້ຮູ້ວ່າ: “ໃນ ສອງ ສາມ ປີ ມານີ້ຮ່າ ໂນ້ຍມີ ຫລາຍ ມາດ ຕະ ການ ລົງ ທຶນ ໃຫ້ ແກ່ ບາງ ມະ ຫາ ວິ ທະ ຍາ ໄລແລະມີ ບັນ ດາຫົວຂໍ້ ຜັນ ຂະ ຫ ຍາຍ ການ ຮ່ວມ ມື , ໃນ ນັ້ນມີ ມະ ຫາ ວິ ທະ ຍາ ໄລ ແຫ່ງ ຊາດຮ່າ ໂນ້ຍ , ມະ ຫາ ວິ ທະ ຍາ ໄລ ສັບ ພະ ວິ ຊາ.. ສິ່ງນີ້ ສະ ແດງ ໃຫ້ ເຫັນ ວ່າຮ່າ ໂນ້ຍແມ່ນທ້ອງ ຖິ່ນ ມີ ແຫລ່ງ ກຳ ລັງ ແຮງ ໃຫ ຍ່ໃນ ພາ ລະ ກິດ ແຫ່ງ ການ ຫັນ ເປັນ ດິ ຈິ ຕອນແລະພັດ ທະ ນາ ອຸດ ສາ ຫະ ກຳ ເຄິ່ງ ຊັກ ນຳ ໄຟ ຟ້າ”. ດ້ວຍເງື່ອນໄຂສະດວກ, ຈາກພື້ນຖານໂຄງລ່າງ, ນະໂຍບາຍຕະຫລອດຮອດມະນຸດ, ຕາມບັນດາຜູ້ຊ່ຽວຊານແລ້ວ, ຮ່າໂນ້ຍເຕົ້າໂຮມຄົບບັນດາປັດໄຈເພື່ອກາຍເປັນຈຸດນັດພົບອັນດູດດຶ່ມສຳລັບບັນດານັກລົງທຶນໃນຂົງເຂດເຕັກໂນໂລຊີເປັນຕົ້ນແມ່ນເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ. ເດືອນກັນຍາປີ 2023 ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳແລະຜະລິດສົ່ງອອກຮ່າໂນ້ຍໄດ້ມອບໃບຢັ້ງຢືນການລົງທຶນໃຫ້ແກ່ບໍລິສັດInventec Techlonogy VietNam ຈຳກັດຢູ່ເຂດອຸດສາຫະກຳຫນູນຊ່ວຍນາມຮ່າໂນ້ຍ(Hansip). ກ່ອນນັ້ນ Infineon Technologies AGເຊິ່ງແມ່ນບໍລິສັດຜະລິດຊິບເຄິ່ງຊັກນຳໄຟຟ້າໃຫຍ່ສຸດປະເທດເຢຍລະມັນກໍ່ແຈ້ງວ່າຈະສ້າງຕັ້ງສູນພັດທະນາຊິບເຄິ່ງຊັກນຳໄຟຟ້າຢູ່ຮ່າໂນ້ຍ. ນອກນັ້ນໄລຍະຜ່ານມາຮ່າໂນ້ຍກໍ່ໄດ້ແລະພວມຕ້ອນຮັບຫລາຍກຸ່ມບໍລິສັດເຕັກໂນໂລຊີໃຫຍ່ໃນໂລກຄື:Nvidia, Apple, SpaceX, Qorvo, Mavel, Intelມາຄົ້ນຄ້ວາແລະຜັນຂະຫຍາຍບັນດາໂຄງການລົງທຶນໃນຂົງເຂດເຄິ່ງຊັກນຳໄຟຟ້າ. ທ່ານເຈີນດັງຮ່ວາ, ປະທານບໍລິສັດFPT ISຈຳກັດທັງເປັນປະທານບໍລິສັດຫຸ້ນສ່ວນເຄິ່ງຊັກນຳໄຟຟ້າFPT (FPT Semiconductor)ໃຫ້ຂໍ້ສັງເກດວ່າ: “ພາຍ ຫລັງ ການ ຢ້ຽມ ຢາມ ຫວຽດ ນາມຂອງ ທ່ານ ປະ ທາ ນາ ທິ ບໍ ດີອາ ເມ ລິ ກາ Biden ກໍ່ ໄດ້ ເປີດ ກາ ລະ ໂອ ກາດ ໃຫ ຍ່ ໃຫ້ ແກ່ຫວຽດ ນາມເມື່ອ ໄດ້ ເຂົ້າ ຮ່ວມ ລະ ບົບ ສະ ຫນອງ ຂອງ ຂະ ແຫນງ ເຄິ່ງ ຊັກ ນຳ ໄຟ ຟ້າດ້ວຍ ຂອບ ຂະ ຫ ນາດ 600 ຕື້ USD . ແລະຮ່າ ໂນ້ຍຈະ ແມ່ນ ພາກ ສ່ວນທີ່ບໍ່ ອາດ ຂາດ ໄດ້ ໃນ ຍຸດ ທະ ສາດ ພັດ ທະ ນາ ຂະ ແຫນງ ເຄິ່ງ ຊັກ ນຳ ໄຟ ຟ້າ ຂອງຫວຽດ ນາມ”. ຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າໄດ້ຮັບການຄາດຄະເນວ່າມີມູນຄ່າດ້ານລາຍຮັບສູງກວ່າ1.000 ຕື້ USD. ສຳລັບຮ່າໂນ້ຍນີ້ແມ່ນຂະແຫນງອຸດສາຫະກຳອາດສາດມາດນຳມາເຊິ່ງມູນຄ່າການສົ່ງອອກນັບຕື້ USD ພ້ອມກັນນັ້ນກໍ່ໄດ້ສ້າງພື້ນຖານເພື່ອຊຸກຍູ້ວິວັດການຫັນນະຄອນຫລວງເປັນອຸດສາຫະກຳທັນສະໄຫມ. ກົດໝາຍວ່າດ້ວຍນະຄອນຫລວງກໍ່ຄືແຜນຜັງນະຄອນຫລວງຮ່າໂນ້ຍລ້ວນແຕ່ກຳນົດບຸລິມະສິດພັດທະນາອຸດສາຫະກຳຊິບເຄິ່ງຊັກນຳໄຟຟ້າແລະປັນຍາປະດິດ. ນີ້ແມ່ນພື້ນຖານ, ກຳລັງຫນູນເພື່ອໃຫ້ຮ່າໂນ້ຍກາຍເປັນສູນຂອງຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າໃນອະນາຄົດ.
TAG
VOV/VOVworld/ເຄິ່ງຊັກນຳໄຟຟ້າ/ເຂດອຸດສາຫະກຳແລະຜະລິດສົ່ງອອກ/ພື້ນຖານໂຄງລ່າງ
Related
More



.jpg)




