VOV WorldVOV World
ໄທ​ງວຽນ​ ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ຕົ້ນ​ຊາ​ ໃຫ້ບັນ​ລຸ​ມູນ​ຄ່າ​ນັບ​ຕື້​ USD
28/10/2025 10:03
(VOVWORLD) - ໄທງວຽນ, ເມືອງເອກແຫ່ງການປູກຕົ້ນຊາຂອງທົ່ວປະເທດ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍທິດທາງພັດທະນາຕົ້ນຊາ ບໍ່ພຽງແຕ່ແມ່ນຕົ້ນປູກຫຼັກເທົ່ານັ້ນ ຫາກຍັງແມ່ນເຄື່ອງໝາຍການຄ້າຂອງຊາດອີກດ້ວຍ, ບືນຕົວຂຶ້ນຢ່າງແຮງ ດ້ວຍເປົ້າໝາຍບັນລຸຍອດມູນຄ່າຜະລິດຕະພັນຈາກຕົ້ນຊາໃຫ້ໄດ້ 1 ຕື້ USD ໃນໄລຍະ 2025 – 2030. ນີ້ບໍ່ພຽງແຕ່ແມ່ນທິດທາງທີ່ມີລັກສະນະຍຸດທະສາດເທົ່ານັ້ນ ຫາກຍັງແມ່ນການເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບທີ່ມີຢູ່ ແລ້ວຂອງເຂດດິນແດນໂດຍທຳມະຊາດເອື້ອອຳນວຍໃຫ້, ແຫ່ງທີ່ປະຊາຊົນມີມູນເຊື້ອປູກ ແລະ ປຸງແຕ່ງຊາທີ່ມີຄຸນນະພາບສູງມາແຕ່ດົນນານ ໃຫ້ຫຼາຍທີ່ສຸດ.
ໄທ​ງວຽນ​ ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ຕົ້ນ​ຊາ​ ໃຫ້ບັນ​ລຸ​ມູນ​ຄ່າ​ນັບ​ຕື້​ USD
ທາງແຂວງໄທງວຽນພວມມີການລົງທຶນຢ່າງແຮງເຂົ້າໃນການຍົກສູງຄຸນນະພາບ, ມາດຖານການຫັນວິທີການປູກຝັ່ງຕາມທິດອົງຄະທາດ VietGAP ແລະ GlobalGAP (ພາບ: VOV)
TAG
VOV/VOVworld/ການ​ທ່ອງ​ທ່ຽວ/ເສດ​ຖະ​ກິດ/ຊາ/ໄທ​ງວຽນ