ການປະທະກັນຢູ່ຕາວັນອອກກາງ: ປະຊາຄົມສາກົນຮຽກຮ້ອງຢຸດຕິການປິດລ້ອມຊ່ອງແຄບທະເລ Hormuz
14/04/2026 07:25
[VOVWORLD] - ທ່ານ António Guterres ເລຂາທິການໃຫຍ່ ສປຊ ຮຽກຮ້ອງອາເມລິກາ ແລະ ອີຣານກັບຄືນສູ່ໂຕະເຈລະຈາ, ເຄົາລົບສິດເສລີໃນການເດີນເຮືອຢູ່ຊອບແຄບທະເລ Hormuz; ພ້ອມທັງເນັ້ນໜັກວ່າບໍ່ມີມາດຕະການດ້ານການທະຫານໃຫ້ແກ່ການປະທະກັນຢູ່ພາກພື້ນຕາເວັນອອກກາງ.

ວັນທີ 13 ເມສາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າກອງທັບປະເທດນີ້ໄດ້ເລີ່ມຕົ້ນປິດລ້ອມບັນດາກຳປັ່ນທີ່ອອກທ່າກຳປັ່ນຂອງອີຣານ, ພາຍຫຼັງຮອບເຈລະຈາຍາມທ້າຍອາທິດຢູ່ Islamabad (ປາກິດສະຖານ) ບໍ່ບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນ. ຕາມເຈົ້າໜ້າທີ່ອາເມລິກາແລ້ວ, ສອງຝ່າຍຍັງຮັກສາການຕິດຕໍພົວພັນ ແລະ ບັນລຸໄດ້ຄວາມຄືບໜ້າຈຳນວນໜຶ່ງໃນຄວາມມານະພະຍາຍາມຊອກຫາມາດຕະການແກ້ໄຂ. ທ່ານ Shehbaz Sharif ນາຍົກລັດຖະມົນຕີ ປາກິດສະຖານ ກໍ່ຢັ້ງຢືນວ່າ ບັນດາຄວາມມານະພະຍາຍາມທາງການທູດຍັງພວມດຳເນີນຢູ່. ໃນວັນດຽວກັນ, ທ່ານ António Guterres ເລຂາທິການໃຫຍ່ ສປຊ ຮຽກຮ້ອງອາເມລິກາ ແລະ ອີຣານກັບຄືນສູ່ໂຕະເຈລະຈາ, ເຄົາລົບສິດເສລີໃນການເດີນເຮືອຢູ່ຊອບແຄບທະເລ Hormuz; ພ້ອມທັງເນັ້ນໜັກວ່າບໍ່ມີມາດຕະການດ້ານການທະຫານໃຫ້ແກ່ການປະທະກັນຢູ່ພາກພື້ນຕາເວັນອອກກາງ. ໃນຂະນະນັ້ນ, ເມື່ອເຈລະຈາທາງໂທລະສັບກັບຄູ່ຮ່ວມຕຳແໜ່ງອີຣານ, ທ່ານ ລັດຖະມົນຕີກາຕາ ກໍ່ຮຽກຮ້ອງ Tehran ແລະ Washington ຕັ້ງໜ້າເຂົ້າຮ່ວມຄວາມມານະພະຍາຍາມໄກ່ເກ່ຍ. ວັນທີ 13 ເມສາ, ທ່ານນາຍົກລັດຖະມົນຕີ ອັງກິດ ກໍ່ຢັ້ງຢືນວ່າອັງກິດບໍ່ເຂົ້າຮ່ວມການປິດລ້ອມກອງທັບເຮືອ ໂດຍອາເມລິກາ ລີ້ເລີ່ມ. ໃນຂະນະນັ້ນ, ທ່ານລັດຖະມົນຕີ ຕວັກກີ ກໍ່ຖືວ່າ ຕ້ອງເປີດເສັ້ນທາງຂົນສົ່ງຍຸດທະສາດຜ່ານຊ່ອງແຄບທະເລ Hormuz ຄືນໃໝ່ ຍິ່ງໄວກໍ່ຍິ່ງດີ.
TAG
VOV/VOVWORLD/ການປະທະກັນ/ພາກພື້ນຕາເວັນອອກກາງ/ອີຣານ/ອາເມລິກາ/ອິດສະລາແອັນ
Related
More




