ບິ່ງດິ້ງ ຍົກລະດັບຜະລິດຕະພັນ OCOP ຍ້ອນການໝູນໃຊ້ວິທະຍາສາດເຕັກນິກ
01/09/2024 03:08
(VOVWORLD) -ໄລຍະຜ່ານມາ, ແຂວງ ບິ່ງດິ້ງ ຍູ້ແຮງການປະຕິບັດໂຄງການ “ຫນຶ່ງຕາແສງ ຫນຶ່ງຜະລິດຕະພັນ” (OCOP), ຍົກສູງລາຍຮັບໃຫ້ແກ່ປະຊາຊົນຢູ່ເຂດຊົນນະບົດ, ປະກອບສ່ວນກໍ່ສ້າງຊົນນະບົດໃຫມ່. ເພື່ອຢັ້ງຢືນເຄື່ອງໝາຍຜະລິດຕະພັນ, ມີຫລາຍສະຫະກອນ, ຮາກຖານການຜະລິດຢູ່ແຂວງ ບິ່ງດິ້ງ ໄດ້ ແລະ ພວມຍູ້ແຮງການໝູນໃຊ້ເຕັກນິກ, ເຄື່ອງຈັກທັນສະໄຫມເພື່ອຍົກລະດັບຜະລິດຕະພັນ OCOP.

ໂຮງສີເຂົ້າຂອງສະຫະກອນກະສິກຳ ເຟືອກຮຶງ.ພາບ:VOV ຊຸມມື້ຕົ້ນເດືອນ ສິງຫາ, ສະຫະກອນກະສິກຳ ເຟືອກຮຶງ ເມືອງ ຕູຍເຟືອກ ແຂວງ ບິ່ງດິ້ງ ຍາດເວລາເພື່ອກ່ຽວເຂົ້າໃນເນື້ອທີ່ 4 ເຮັກຕາ ຢູ່ທົ່ງນາ. ເພື່ອໃຫ້ມີເມັດເຂົ້າຂາວ, ແຊບ, ຫອມ ແລະໄດ້ຮັບການນິຍົມຊົມໃຊ້ຈາກຜູ້ບໍລິໂພກ, ສະຫະກອນ ກະສິກຳ ເຟືອກຮຶງ ໄດ້ລົງທຶນລະບົບອົບເຂົ້າ ແລະ ຕ່ອງໂສ້ເຄື່ອງສີເຂົ້າ, ປຸງແຕ່ງເຂົ້າສານເຕັກໂນໂລຊີທັນສະໄຫມຕາມຂັ້ນຕອນຄົບວົງຈອນ. ທ່ານ ຫງວຽນງອັກແທ່ງ, ຮອງຫົວຫນ້າສະຫະກອນກະສິກຳ ເຟືອກຮຶງ ໃຫ້ຮູ້ວ່າ: ຂັ້ນຕອນການຜະລິດ, ເກັບກ່ຽວເຂົ້າ ແລະ ສີເຂົ້າເປັນເຂົ້າສານເຂດບ້ານນາ ເຟືອກຮຶງ ລ້ວນແຕ່ແມ່ນນຳໃຊ້ເຄື່ອງຈັກ. ຈາກຜະລິດຕະພັນ OCOP ເຂົ້າສານເຂດບ້ານນາ ເຟືອກຮຶງ, ສະຫະກອນ ໄດ້ລະດົມປະຊາຊົນຫລາຍໆຄົນຢູ່ເຂດຊົນນະບົດເຂົ້າຮ່ວມລະບົບຜະລິດ ແລະ ສ້າງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນ.
TAG
VOV/VOVworld/ຜະລິດຕະພັນ OCOP/ນິຍົມຊົມໃຊ້/ສິນຄ້າຫລັກ
Related
More



.jpg)




