ດ່າຫນັງ ຊອກຫາທິດທາງປັບປຸງດັດຊະນີກຳລັງຄວາມສາມາດແກ້ງແຍ່ງຂັ້ນແຂວງ (PCI)
04/07/2023 09:58
(VOVWORLD) -ຕາມຕາຕະລາງຈັດອັນດັບດັດຊະນີກຳລັງຄວາມສາມາດແກ້ງແຍ່ງຂັ້ນແຂວງ (PCI) ປີ 2022 ໂດຍສະຫະພັນການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ປະກາດຫວ່າງມໍ່ໆມານີ້, ນະຄອນ ດ່າໜັງ ຢືນອັນດັບທີ 9 ໃນຈຳນວນ 63 ແຂວງ, ນະຄອນ, ຫຼຸດລົງ 5 ຂັ້ນ ເມື່ອທຽບໃສ່ປີ 2021. ຕໍ່ຫນ້າຄວາມຈິງດັ່ງກ່າວ, ດ່າຫນັງ ພວມຊອກຫາຫຼາຍມາດຕະການແກ້ໄຂເພື່ອປັບປຸງດັດຊະນີ PCI, ເຮັດໃຫ້ ດ່າຫນັງ ກັບຄືນສູ່ອັນດັບແມ່ນ TOP ນຳຫນ້າທົ່ວປະເທດ.

ດັດຊະນີເຂົ້າເຖິງທີ່ດິນຂອງ ດ່າຫນັງ ຫລຸດລົງ. ພາບປະກອບ:vov ຕາມການວິເຄາະຂອງສະຫະພັນການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI), ໂດຍຜ່ານການຕີລາຄາຂອງບັນດາວິສາຫະກິດກ່ຽວກັບກຳລັງຄວາມສາມາດບໍລິຫານເສດຖະກິດຂອງ ນະຄອນ ດ່າຫນັງ, 6/10 ດັດຊະນີໂດຍແມ່ນວິສາຫະກິດຕີລາຄາວ່າແມ່ນໄດ້ຫຼຸດລົງ. ນັ້ນຄື: ດັດຊະນີການເຂົ້າສູ່ຕະຫຼາດ, ດັດຊະນີການເຂົ້າເຖິງທີ່ດິນ, ດັດຊະນີລາຍຈ່າຍບໍ່ເປັນທາງການ, ລັກສະນະຂະຫຍັນຂັນເຄື່ອນ, ນະໂຍບາຍຫນູນຊ່ວຍວິສາຫະກິດ, ການຝຶກອົບຮົມແຮງງານ. ສະພາບການດັ່ງກ່າວ ຮຽກຮ້ອງໃຫ້ອຳນາດການປົກຄອງຕ້ອງມານະພະຍາຍາມປະຕິຮູບຢ່າງຂ້ຽວຂາດກວ່າ. ເພື່ອປັບປຸງ ດັດຊະນີ PCI, ທ່ານ ເລມິນເຕື່ອງ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນ ດ່າຫນັງ ໃຫ້ຮູ້ວ່າ: ປະຈຸບັນ ນະຄອນ ພວມສຸມໃສ່ສົມທົບກັບບັນດາກະຊວງ, ຂະແໜງການສູນກາງ ຮີບເຮັ່ງແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງກ່ຽວກັບວຽກງານກວດກາ, ການສະຫຼຸບ, ການວາງແຜນຜັງ ແລະ ລະບຽບການລົງທຶນ. “ ສຳລັບວຽກງານກ່ຽວ ກັບທີ່ດິນ , ພະແນກ ຊັບພະຍາກອນ ແລະ ສິ່ງແວດລ້ອມ ກໍ່ພວມຕັ້ງໜ້າຈັດຕັ້ງປະຕິບັດເນື້ອໃນປັບປຸງ . ພະ ແນກ ແຜນການ ແລະ ການ ລົງທຶນ ໄດ້ ຫ ນູນ ຊ່ວຍ ບັນ ດາ ລະ ບຽບ ການການ ລົງທຶນ ໃຫ້ ນັກລົງທຶນ , ເສ ນາ ທິ ການ ນະ ໂຍບາຍ ໜູນຊ່ວຍ ວິ ສາ ຫະກິດ . ສາຍ ເຫດທີ່ຈໍາກັດນັ້ນ ພວກເຮົາຈະສຳ ຫລວດກວດຄືນ ແຕ່ ລະ ດັດ ຊະ ນີ . ຈາກນັ້ນ , ບັນດາ ຂະ ແໜງ ການ ຈະ ຖອດ ຖອນ ບົດ ຮຽນ ແລະ ຍູ້ ໄວ ການປັບປຸງ ສະພາບ ແວດ ລ້ອມ ແຫ່ງ ການ ລົງທຶນ ແລະ ດຳ ເນີນ ທຸລະ ກິດ ຂອງ ນະຄອນ ດ່າ ຫ ນັງ ”. ກ່ຽວກັບການພັດທະນາພື້ນຖານໂຄງລ່າງຂອງບັນດາເຂດອຸດສາຫະກຳ, ນະຄອນ ດ່າໜັງ ພວມຮີບເຮັ່ງສ້າງລະບຽບການລົງທຶນໃຫ້ສຳເລັດ ແລະ ນຳບັນດາພື້ນຖານໂຄງລ່າງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ອຸດສາຫະກຳເຂົ້າໃຊ້ການ ເພື່ອຮັບໃຊ້ການສົ່ງເສີມການລົງທຶນ, ທ່ານ ເລຈູງຈິງ, ປະທານຄະນະກຳມະການປະຊາຊົນ ນະຄອນ ດ່າຫນັງ ໃຫ້ຮູ້ວ່າ: “ ປະຈຸ ບັນ , ພວກ ຂ້າພະ ເຈົ້າ ພວມ ຕັ້ງໜ້າ ຊີ້ ນຳ ພະ ແນກແຜນການ ແລະ ການ ລົງທຶນ ສຳ ຫລວດ ກວດກາ , ລາຍ ງານ ຢ່າງ ທັນ ການ ເພື່ອ ແກ້ ໄຂ ຄວາມ ຫຍຸ້ງຍາກ ໃຫ້ ແກ່ ວິ ສາ ຫະກິດ . ທີມງານສົ່ງເສີມການລົງທຶນ ແກ້ ໄຂ ຂໍ້ ຕິດ ຂັດ ຈາກ ໂຄງ ການ ເປັນ ປະ ຈຳ . ໃນ ທຸກວຽກ ງານ ແກ້ ໄຂ ກ່ຽວ ກັບ ບັນ ຫາ ທີ່ ດິນ , ບັນ ດາ ກິດ ຈະ ກຳ , ພວກ ຂ້າ ພະ ເຈົ້າ ລ້ວນ ແຕ່ ມີ ເອ ກະ ສານ ຊີ້ ນຳ ແລະ ມີ ຄວາມ ຄືບ ຫ ນ້າ ລະ ອຽດ ” . ທ່ານ ເລຈູງຈິງ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ດ່າຫນັງ. ພາບ: TTXVN ດ້ວຍຄວາມຕັດສິນໃຈຟື້ນຟູດັດຊະນີ PCI, ນະຄອນ ດ່າຫນັງ ພວມສຸມທຸກມາດຕະການເພື່ອຍົກສູງກຳລັງຄວາມສາມາດແກ້ງແຍ່ງ. ກ່ຽວກັບດັດຊະນີການເຂົ້າເຖິງທີ່ດິນ, ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນ ກໍ່ໄດ້ສ້າງປະຕູຖານຂໍ້ມູນທີ່ດິນຂອງນະຄອນ ເພື່ອເຮັດໃຫ້ຂໍ້ມູນທີ່ດິນໄປເຖິງວິສາຫະກິດມີຄວາມໂປ່ງໃສ. ກ່ຽວກັບດັດຊະນີເຂົ້າສູ່ຕະຫລາດ, ພະແນກແຜນການ ແລະ ການລົງທຶນ ໄດ້ມີການປ່ຽນໃຫມ່ຮູບການສຳຫລວດຄຳເຫັນກ່ຽວກັບລະບຽບການດ້ານບໍລິຫານ, ວິທີການຮັບໃຊ້ຂອງພະນັກງານໃນຂັ້ນຕອນແກ້ໄຂສຳເນົາເອກະສານ, ຫລຸດຜ່ອນເວລາແກ້ໄຂລະບຽບການລົງທຶນ. ປະຈຸບັນ, ດ້ວຍທ່າແຮງແມ່ນໃຈກາງເຂດພາກກາງ ແລະ ໄຕງວຽນ ເປັນໜຶ່ງໃນສາມສູນ Startup ແລະ ນະວັດຕະກຳແຫ່ງຊາດ, ນະຄອນໄດ້ກຳນົດທິດກໍ່ສ້າງ ແລະ ພັດທະນາລະບົບນິເວດ Startup ແລະ ນະວັດຕະກຳຂອງຕົວເມືອງ ຈະເປັນໄມ້ງັດດຶງດູດການລົງທຶນເພື່ອປະກອບສ່ວນເຂົ້າໃນການເຕີບໂຕ. ນະຄອນ ດ່າໜັງ ໄດ້ປະກາດໃຊ້ຫຼາຍກົນໄກ, ນະໂຍບາຍ, ແຜນງານ ແລະ ແຜນການ ເພື່ອສ້າງພື້ນຖານນິຕິກຳຍູ້ແຮງ ການເຄື່ອນໄຫວ Startup ແລະ ນະວັດຕະກຳ, ລົງທຶນກໍ່ສ້າງພື້ນຖານວັດຖຸເຕັກນິກ ຮັບໃຊ້ການພັດທະນາ Startup ແລະ ນະວັດຕະກຳ. ທ່ານ ໂຮ່ກີ່ມິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ເນັ້ນໜັກວ່າ: “ ປະ ຊາ ຄົມ ວິ ສາ ຫະ ກິດ Startup ແລະ ນະ ວັດຕະກຳ ນັບມື້ນັບເພີ່ມຂຶ້ນຢ່າງຕໍ່ເນື່ອງທາງດ້ານປະລິມານ ແລະ ຄຸນນະພາບ , ໃນນັ້ນມີບາງວິ ສາ ຫະ ກິດ Startup ແລະ ນະ ວັດຕະກຳ ມີ ພື້ນ ຖານ ເຕັກ ໂນ ໂລ ຊີ ສູງ , ໄປ ທັດ ທຽມ ກັບ ທ່າ ອ່ຽງ ພັດ ທະ ນາ , ພິເສດແມ່ນໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ , ໂປຼແກຼມ ປັນຍາປະ ດິດ ... ກໍ່ສາມາດ ດຶງ ດູດ ເງິນ ລົງທຶນ ຈາກ ກອງ ທຶນ ລົງທຶນ ພາຍ ໃນ ແລະ ຕ່າງປະ ເທດ . ດ້ວຍ ໝາກຜົນ ທີ່ ບັນລຸ ໄດ້ , ນະຄອນ ດ່າ ຫ ນັງ ໄດ້ ຮັບ ລາງວັນ “ ນະຄອນ ທີ່ ດຶງ ດູດ ການ Startup ແລະ ນະ ວັດຕະກຳ” 2 ຄັ້ງ . ນັບແຕ່ປີ 2010 ມາຮອດປະຈຸບັນ, ນະຄອນ ດ່າຫນັງ ມີ 11/12 ຄັ້ງທີ່ຖືກຈັດໃນ TOP 5 ແຂວງ, ນະຄອນທີ່ມີດັດຊະນີ PCI ສູງສຸດໃນທົ່ວປະເທດ, ໃນນັ້ນ 5 ຄັ້ງໄດ້ຮັບລາງວັນທີຫນຶ່ງ. ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ນະຄອນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ການເຕີບໂຕດ້ານເສດຖະກິດບໍ່ໄດ້ຕາມຄາດໝາຍ, ດັດຊະນີ PCI ໄດ້ຫຼຸດລົງ, ແຕ່ເບິ່ງລວມແລ້ວ, ປະຊາຄົມວິສາຫະກິດ ຍັງມີການຕີລາຄາທີ່ດີຕໍ່ ນະຄອນ ດ່າຫນັງ. ເພາະສະນັ້ນ ການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງທີ່ຕັ້ງຂອງນະຄອນກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ຄວາມສາມາດແກ້ງແຍ່ງແມ່ນວຽກງານຈຸດສຸມບຸລິມະສິດຂອງ ນະຄອນ ດ່າຫນັງ./.
TAG
VOV/VOVworld/ປະຊາຄົມວິສາຫະກິດ/ລົງທຶນກໍ່ສ້າງ/ດັດຊະນີ PCI
Related



.jpg)




