ຂີ່ລົດເມບໍ່ຕ້ອງເສຍຄ່າ: ຜົນປະໂຫຍດຄວບຄູ່ໃຫ້ແກ່ນະຄອນ ໂຮ່ຈິມິນ
18/04/2026 17:00
[VOVWORLD] - ນັບແຕ່ເດືອນພຶດສະພາ, ເມື່ອໄປມາໃນບໍລິເວນນະຄອນ ໂຮ່ຈິມິນ, ຊາວນະຄອນ ຈະໄດ້ໃຊ້ບໍໍລິການລົດເມໂດຍບໍ່ຕ້ອງເສຍຄ່າ. ແຜນນະໂຍບາຍນີ້ຂອງອຳນາດການປົກຄອງນະຄອນ ໄດ້ຊ່ວຍຫລຸດຜ່ອນຄ່າໃຊ້ຈາຍໃນການໄປມາ ແລະ ຊຸກຍູ້ການນຳໃຊ້ຄົມມະນາຄົມສາທາລະນະ ເພື່ອຈຳກັດສະພາບລົດຕິດ, ມົນລະພິດສິ່ງແວດລ້ອມ.

ທ່ານ ເຈິ່ນລຶວກວາງ, ເລຂາຄະນະພັກນະຄອນ ໂຮ່ຈິມິນ (ພາບ: ຮ່າແຄັງ) ທ່ານ ເຈິ່ນລຶວກວາງ, ເລຂາຄະນະພັກນະຄອນ ໂຮ່ຈິມິນ (ພາບ: ຮ່າແຄັງ) ພາຍຫຼັງໄດ້ເປີດກ້ວາງເຂດບໍລິຫານ, ນະຄອນ ໂຮ່ຈິມິນ ມີປະມານ 180 ສາຍລົດເມ ລວມທັງລົດເມພາຍໃນນະຄອນ ແລະ ເຊື່ອມຕໍ່ກັບແຂວງຕ່າງໆ ດ້ວຍລົດເມກ່ວາ 2.400 ຄັນ, ໃນນັ້ນລົດເມໄຟຟ້າກວມເອົາເກືອບເຄິ່ງໜຶ່ງ. ປະຈຸບັນ, ທາງນະຄອນໄດ້ຍົກເວັ້ນຄ່າປີ້ລົດເມໃຫ້ແກ່ຫຼາຍກຸ່ມຜູ້ໂດຍສານຄື: ຜູ້ມີອາຍຸແຕ່ 60 ປີຂຶ້ນໄປ, ເດັກນ້ອຍຕ່ຳກ່ວາ 6 ປີ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ຄົນພິການ, ພ້ອມກັນນັ້ນກໍໍໄດ້ໜູນຊ່ວຍລາຄາໃຫ້ແກ່ ປຊຊ ໃນສາຍທາງລົດເມສ່ວນຫຼາຍ. ທ່ານ ເຈິ່ນລຶວກວາງ, ເລຂາຄະນະພັກນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ:
TAG
VOV/VOVWORLD/ຂີ່ລົດເມບໍ່ຕ້ອງເສຍຄ່າ: ຜົນປະໂຫຍດຄວບຄູ່ໃຫ້ແກ່ນະຄອນ ໂຮ່ຈິມິນ/ເພື່ອນ ຮວ່າງເທີ/ຕາແສງ ໄຊງ່ອນ/ເອື້ອຍ Chiara Nguyen ແລະ ເພື່ອນ Le Ngoc Han ຢູ່ຕາແສງ ເຟືອກລອງ/ທ່ານ ເຈິ່ນລຶວກວາງ/ເລຂາຄະນະພັກນະຄອນ ໂຮ່ຈິມິນ/ຫລຸດຜ່ອນສະພາບລົດຕິດ/
Related
More








