ເຄື່ອງໝາຍການຄ້າແຫ່ງຊາດ ສ້າງທ່ວງທ່າໃຫ້ແກ່ວິສາຫະກິດ ຫວຽດນາມ ອອກສູ່ໂລກ
01/10/2024 06:00
(VOVWORLD) - ປີ 2023, ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດ ຂອງ ຫວຽດນາມ ໂດຍບໍລິສັດໃຫ້ຄຳປຶກສາ, ກຳນົດລາຄາເຄື່ອງໝາຍການຄ້າແຖວຫນ້າໂລກ Brand Finance ໄດ້ກຳນົດລາຄາ ແມ່ນບັນລຸກວ່າ 498 ຕື້ USD, ເພີ່ມຂຶ້ນ 15,6% ເມື່ອທຽບໃສ່ປີ 2022, ຢືນອັນດັບທີ 33 ໃນ Top 121 ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດທີ່ມີຊື່ສຽງໃນໂລກ. ນີ້ແມ່ນຫນຶ່ງໃນບັນດາປະຖົມປັດໄຈສຳຄັນ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ຢືນຢັນເຄື່ອງໝາຍການຄ້າ, ສ້າງຈຸດຢືນໃນຕະຫລາດສາກົນໃນສະພາບປະຈຸບັນ.

ພາບປະກອບ: tapchicongthuong.vn ຕາມການຕີລາຄາຂອງອົງການໃຫ້ຄຳປຶກສາກຳນົດລາຄາເຄື່ອງໝາຍການຄ້າແຖວຫນ້າໂລກ Brand Finance ແລ້ວ, ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນໃນພາບພົດສ້າງ, ພັດທະນາເຄື່ອງໝາຍການຄ້າແຫ່ງຊາດ ແລະ ແມ່ນເຄື່ອງໝາຍການຄ້າແຫ່ງຊາດ ມີລະດັບການເຕີບໂຕມູນຄ່າວ່ອງໄວທີ່ສຸດໃນໂລກໄລຍະ 5 ປີ ຄືແຕ່ປີ 2019-2023 ແມ່ນ 102%. ໃນນັ້ນ ປີ 2019 Brand Finance ກຳນົດມູນຄ່າເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ພຽງແມ່ນ 247 ຕື້ USD ແຕ່ຮອດປີ 2023 ບັນລຸ 498,13 ຕື້ USD, ຮັບຮູ້ລະດັບການເຕີບໂຕ 2 ຕົວເລກຢ່າງຕໍ່ເນື່ອງກ່ຽວກັບດ້ານລາຄາເຄື່ອງໝາຍການຄ້າ. ສິ່ງນີ້ສະແດງໃຫ້ເຫັນມູນຄ່າເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ໄດ້ຢັ້ງຢືນອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດນັບມື້ນັບສູງໃນເວທີສາກົນ ພ້ອມທັງສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ຂອບຂະຫນາດຂອງຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ. ໃນຊຸມປີຜ່ານມາ, ບັນດາວິສາຫະກິດ ຫວຽດນາມ ໄດ້ມີຫລາຍບາດກ້າວໃນການສ້າງ, ພັດທະນາ ແລະ ໂຄສະນາເຄື່ອງໝາຍການຄ້າ. ຜ່ານນັ້ນ ກໍ່ປະກອບສ່ວນຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງຜະລິດຕະພັນ, ດຶງດູດການລົງທຶນ ແລະ ພັດທະນາການຄ້າຕ່າງປະເທດ ພ້ອມທັງຢືນຢັນອິດທິພົນຊື່ສຽງໃນຕະຫລາດພາຍໃນ ແລະ ຕ່າງປະເທດ. ທ່ານ ໂດ໋ແມ້ງຮຸ່ງ, ປະທານ ສະພາບໍລິຫານບໍລິສັດໃຫຍ່ຫຸ້ນສ່ວນກິດຈະກຳ Viettel ໃຫ້ຮູ້ວ່າ: “ ເລື່ອງສ້າງເຄື່ອງໝາຍການຄ້າແຫ່ງຊາດ ແມ່ນເປົ້າໝາຍເພື່ອໃຫ້ພວກຂ້າພະເຈົ້າກຽມພ້ອມຮັບມື ແລະ ສາມາດຕອບສະຫນອງໄດ້ດີ , ແກ່ງແຍ້ງດີ , ເພື່ອອອກສູ່ຕະຫລາດໂລກໃນວິວັດການເຊື່ອມໂຍງນັບມື້ນັບເລິກເຊິ່ງກວ້າງຂວາງຂອງພື້ນຖານເສດຖະກິດ ຫວຽດນາມ ກັບໂລກ ” . ຫນ້າທີ່ຍົກຂອບຂະຫນາດມູນຄ່າເຄື່ອງໝາຍການຄ້າແຫ່ງຊາດ ແມ່ນເຂັມຊີ້ທິດລຸລ່ວງຂອງໂຄງການ ເຄື່ອງໝາຍການຄ້າແຫ່ງຊາດ, ໂຄງການສົ່ງເສີມການຄ້າພິເສດສະເພາະໂດຍໄດ້ຮັບການຜັນຂະຫຍາຍແຕ່ປີ 2003 ມາຮອດປະຈຸບັນ. ທ່ານ ຮວ່າງມິງຈຽນ, ຮອງຫົວຫນ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ການຄ້າ), ຮອງຫົວຫນ້າຄະນະເລຂາໂຄງການ ເຄື່ອງໝາຍການຄ້າແຫ່ງຊາດ ເນັ້ນຫນັກວ່າ: “ ຄຸນ ຄ່າ ຫລັກ ຂອງ ໂຄງ ການ ເຄື່ອງ ໝາຍ ການ ຄ້າແຫ່ງ ຊາດ ລວມ ມີ 3 ໝວດ ຕົ້ນ ຕໍ : ຄຸນ ນະ ພາບ , ນະ ວັດ ຕະ ກຳ ແລະ ຄຸນ ນະ ພາບ ນຳ ຫ ນ້າ . ເປົ້າ ໝາຍ ມຸ່ງ ໄປ ເຖິງນັ້ນ ແມ່ນ ສ້າງ ບັນ ດາ ເຄື່ອງ ໝາຍ ການ ຄ້າ ຜະ ລິດ ຕະ ພັນ , ເຄື່ອງ ໝາຍ ການ ຄ້າ ວິ ສາ ຫະ ກິດ ທີ່ ມີ ຊື່ ສຽງ ຂອງ ປະ ເທດ ຫວຽດ ນາມ ຈາກ ນັ້ນ ໂຄ ສະ ນາ ອອກ ສູ່ ໂລກວ່າ ຫວຽດ ນາມ ມີ ຜະ ລິດ ຕະ ພັນ ສິນ ຄ້າ , ການ ບໍ ລິ ການ ທີ່ ມີ ອິດ ທິ ພົນ ຊື່ ສຽງ , ມີ ຄຸນ ນະ ພາບ ຈາກນັ້ນ ກໍ່ ຍົກ ລະ ດັບ ມູນ ຄ່າເຄື່ອງ ໝາຍ ການ ຄ້າແຫ່ງ ຊາດຂອງ ຫວຽດ ນາມ ” . ທ່ານ ຮວ່າງມິງຈຽນ, ຮອງຫົວຫນ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ການຄ້າ), ຮອງຫົວຫນ້າຄະນະເລຂາໂຄງການ ເຄື່ອງໝາຍການຄ້າແຫ່ງຊາດ. ພາບ: chinhphu.vn ປະຈຸບັນ ການເຕີບໂຕສີຂຽວ ໄດ້ຮັບຖືວ່າ ແມ່ນລູກກຸນແຈ ຮັບປະກັນການປະຕິບັດບັນດາເປົ້າໝາຍຂອງ ຍຸດທະສາດພັດທະນາເສດຖະກິດສັງຄົມ ແຕ່ປີ 2021 – 2030 ສ້າງທ່ວງທ່າໃຫ້ ຫວຽດນາມ ຍູ້ແຮງການຫັນປ່ຽນຮູບແບບການເຕີບໂຕຕາມທິດລວງເລິກ, ຮັບປະກັນລັກສະນະຍືນຍົງ. ເພື່ອແກ້ງແຍ່ງໃນຕະຫລາດ, ທ່າອ່ຽງ “ຫັນເປັນສີຂຽວ” ໃນການສ້າງເຄື່ອງໝາຍການຄ້າໃຫ້ນັບມື້ນັບອອກສູ່ວົງກວ້າງ ແລະ ການເຕີບໂຕສີຂຽວ ບໍ່ພຽງແຕ່ແມ່ນການເລືອກເຟັ້ນແນ່ນອນເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອໃຫ້ແຕ່ລະປະເທດກາຍເປັນຜູ້ນຳຫນ້າໃນພາກພື້ນ, ໄປທັດທຽມກັບທ່າອ່ຽງພັດທະນາຂອງໂລກ. ທ່ານ ຮວ່າງມິງຈຽນ ໃຫ້ຮູ້ຕື່ມອີກວ່າ: “ ໃນໄລຍະຈະມາເຖິງ , ການກຳນົດ ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ຈະແມ່ນເຄື່ອງໝາຍ ຫວຽດນາມ ສີຂຽວ . ເພື່ອບັນລຸໃຫ້ໄດ້ເປົ້າໝາຍນັ້ນ ໃນໄລຍະຈະມາເຖິງ ໂຄງການ ຈະສຸມໃສ່ຜັນຂະຫຍາຍ 2 ໝວດມາດຕະການໃຫຍ່ . ທີຫນຶ່ງ ພວກຂ້າພະເຈົ້າ ເພີ່ມທະວີການສົມທົບເຂດພ້ອມກັບບັນດາກະຊວງ , ຂະແຫນງການ ເພື່ອຍູ້ແຮງການໂຄສະນາ , ເຜີຍແຜ່ໃຫ້ແກ່ໂຄງການ ເຄື່ອງໝາຍການຄ້າແຫ່ງຊາດ . ທີສອງ ພວກຂ້າພະເຈົ້າ ຈະເຊື່ອມຕໍ່ກັບລະບົບບັນດາອົງການການຄ້າຢູ່ຕ່າງປະເທດ , ເຊື່ອມຕໍ່ບັນດາວິສາຫະກິດ ຫວຽດນາມ ກັບບັນດາວິສາຫະກິດຢູ່ປະເທດປະຈຳຖິ່ນ ເພື່ອສາມາດໂຄສະນາຜະລິດຕະພັນຂອງ ຫວຽດນາມ , ຮູບພາບວິສາຫະກິດ ຫວຽດນາມ ກໍ່ຄືພາບພົດປະເທດ ຫວຽດນາມ ” . ດ້ວຍຄວາມມານະພະຍາຍາມຂອງບັນດາວິສາຫະກິດ ກໍຄືບັນດາກະຊວງ, ຂະແຫນງການກ່ຽວຂ້ອງ, ຈຳນວນເຄື່ອງໝາຍການຄ້າມີຊື່ສຽງຂອງຫວຽດນາມ ພວມເພີ່ມຂຶ້ນສູງເທື່ອລະກ້າວໃນທຸກປີ. ນີ້ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ ເຄື່ອງໝາຍການຄ້າແຫ່ງຊາດ ນັບມື້ນັບມີກາລະໂອກາດບືນຕົວຂຶ້ນ ໄປທັດທຽມກັບບັນດາເຄື່ອງໝາຍການຄ້າແຫ່ງຊາດຂອງບັນດາປະເທດອື່ນໃນພາກພື້ນ ແລະ ໃນໂລກ.
TAG
VOV/VOVworld/ເຄື່ອງໝາຍການຄ້າ/ການເຕີບໂຕສີຂຽວ/ນັບມື້ນັບອອກສູ່ວົງກວ້າງ/Brand Finance
Related
More



.jpg)




