VOV WorldVOV World
ເມືອງ ຊົງໝ໋າ (ເຊີນລາ) ລົບລ້າງຄວາມອຶດຫິວ ຈາກການປູກຕົ້ນໄມ້ກິນໝາກ
31/12/2024 06:00
(VOVWORLD) -ຊົງໝ໋າ ແມ່ນຫນຶ່ງໃນບັນດາເມືອງທີ່ມີເນື້ອທີ່ປູກຕົ້ນໄມ້ກິນໝາກໃຫຍ່ຂອງແຂວງ ເຊີນລາ. ພິເສດ ດ້ວຍເນື້ອທີ່ປູກຕົ້ນລຳໄຍທີ່ມີຢູ່ແລ້ວໃນປະຈຸບັນ ເກືອບ 7.600 ເຮັກຕາ, ຊົງໝ໋າ ແມ່ນອູ່ລຳໄຍໃຫຍ່ສຸດຂອງແຂວງ. ມີໝາກຜົນຄືແນວນີ້ກໍ່ຍ້ອນການລົງທຶນ, ພັດທະນາຕົ້ນໄມ້ກິນໝາກໃນໄລຍະຜ່ານມາ, ຊ່ວຍປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກ ບືນຕົວຂຶ້ນສ້າງຄວາມຮັ່ງມີແບບຍືນຍົງ.
ເມືອງ ຊົງໝ໋າ (ເຊີນລາ) ລົບລ້າງຄວາມອຶດຫິວ ຈາກການປູກຕົ້ນໄມ້ກິນໝາກ
ຈາກການປູກຕົ້ນລຳໄຍ, ຫລາຍຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກ. (ພາບ:VOV) “ຄອບຄົວຂ້າພະເຈົ້າ ນັບແຕ່ເມື່ອປູກຕົ້ນລຳໄຍ ຈຶ່ງມີລາຍຮັບເປັນປົກກະຕິ. ຈາກນັ້ນ ຄອບຄົວ ກໍ່ ພັດທະນາເສດຖະກິດ, ລູກ ໄດ້ກິນອີ່ມນຸ່ງອຸ່ນຄົບຖ້ວນ”. ນີ້ແມ່ນຄຳແບ່ງປັນຂອງປ້າ ແລ່ງທິແນ, ຊາວເຜົ່າຜູ້ໄທ ຢູ່ ບ້ານ ແມບອນ ຕາແສງ ນ່າຫງິ້ວ ເມືອງ ຊົງໝ໋າ ແຂວງ ເຊີນລາ ກ່ຽວກັບໝາກຜົນຂອງຄອບຄົວເມື່ອພັດທະນາຕົ້ນໄມ້ກິນໝາກ. ຕົ້ນປີຜ່ານມາ, ຄອບຄົວປ້າໄດ້ຮັບການຫນູນຊ່ວຍຈຳນວນເງິນ 1.200 USD ເພື່ອກໍ່ສ້າງເຕົາອົບແຫ້ງໝາກລຳໄຍ. ເຕົານີ້ບໍ່ພຽງແຕ່ຊ່ວຍແກ້ໄຂສົ້ນອອກໃຫ້ແກ່ເນື້ອທີ່ຕົ້ນລຳໄຍກວ່າ 3.000 m2 ຂອງຄອບຄົວເທົ່ານັ້ນ ຫາກຍັງຊ່ວຍພໍ່ແມ່ປະຊາຊົນສາມາດເກັບຊື້ໝາກລຳໄຍຂອງຄອບຄົວອື່ນຕື່ມອີກ. ປ້າແລ່ງທິແນ ໃຫ້ຮູ້ວ່າ: “ ໝາກລຳໄຍໝາກນ້ອຍ ປົກກະຕິຂາຍບໍ່ໄດ້ລາຄາສູງ. ໂດຍໄດ້ຮັບການຫນູນຊ່ວຍຈາກລັດເພື່ອສ້າງເຕົາອົບແຫ້ງ, ພວກຂ້າພະເຈົ້າໄດ້ແກະເປືອກແລ້ວອົບໃຫ້ແຫ້ງ ເວລານັ້ນ ລາຄາເກັບມາໄດ້ແມ່ນສູງກວ່າກ່ອນນີ້. ແຕ່ລະປີ ຄອບຄົວຂ້າພະເຈົ້າມີກຳໄລກວ່າ 4.000 USD ຈາກການຂາຍໝາກລຳໄຍ”. ຕາມທ່ານ ກ່າວັນຮວ່ານ, ນາຍບ້ານ ແມບອນ ແລ້ວ, ປະຈຸບັນ ບ້ານມີ 225 ຄອບຄົວ, ດ້ວຍພົນລະເມືອງກວ່າ 990 ຄົນ, ສ່ວນຫລາຍແມ່ນຊາວເຜົ່າຜູ້ໄທ ດຳລົງຊີວິດຢູ່. ໂດຍປະຕິບັດແຜນນະໂຍບາຍພັດທະນາຕົ້ນໄມ້ກິນໝາກ, ຊຸມປີມໍ່ໆມານີ້ ພໍ່ແມ່ປະຊາຊົນຄ່ອຍໆຫັນການປູກສາລີ, ມັນຕົ້ນທີ່ບໍ່ບັນລຸປະສິດທິຜົນ ມາຍັງປູກຕົ້ນໄມ້ກິນໝາກໃຫ້ມູນຄ່າສູງກວ່າ. ມາຮອດປະຈຸບັນ ຍອດເນື້ອທີ່ຕົ້ນໄມ້ກິນໝາກຂອງບ້ານແມ່ນກວ່າ 110 ເຮັກຕາ, ສ່ວນຫລາຍແມ່ນໝາກມ່ວງ ແລະ ໝາກລຳໄຍ. ຍ້ອນມີລາຍຮັບຈາກການປູກຕົ້ນໄມ້ກິນໝາກ, ອັດຕາສ່ວນຄອບຄົວທຸກຍາກຢູ່ບ້ານໄດ້ຫລຸດລົງຢ່າງແຮງ, ຮອດປີທ້າຍປີ 2023 ຍັງເຫລືອພຽງ 25 ຄອບຄົວ, ທ້າຍປີ 2024 ມີ 13 ຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກຕື່ມອີກ; ຫລາຍຄອບຄົວມີລາຍຮັບນັບຮ້ອຍໆລ້ານດົງຕໍ່ປີ.     “ປະຈຸບັນ ພໍ່ແມ່ປະຊາຊົນທຳມາຫາກິນດີຫລາຍແລ້ວ, ເຮືອນຊານບ້ານຊ່ອງລ້ວນແຕ່ໄດ້ຮັບການປຸກສ້າງຢ່າງໃຫຍ່ໂຕສວຍງາມ. ສະເພາະ ບ້ານ ແມບອນ ພໍ່ແມ່ຊາວບ້ານມີລາຍຮັບເປັນປົກກະຕິຈາກການປູກຕົ້ນໄມ້ກິນໝາກ, ກໍ່ສ້າງເຮືອນຊານແບບຖາວອນ”.
TAG
VOV/VOVworld/ການປູກຕົ້ນໄມ້ກິນໝາກ/ໝາກລຳໄຍ/ຮ້ານຊັບພະສິນຄ້າ

More