VOV WorldVOV World
ເພີ່ມທະວີຄວາມດຶງດູດການລົງທຶນ, ສ້າງກໍາລັງໜູນພັດທະນາເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ
21/08/2018 09:18
(VOVWORLD) -ຕາມການຕີລາຄາລວມຂອງບັນດານັກຊ່ຽວຊານ ແລ້ວ, ສະພາບການເສດຖະກິດ ແລະ ບັນດາການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດຂອງບັນດາວິສາຫະກິດໃນ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແມ່ນມີການຜັນປ່ຽນຢ່າງຕັ້ງໜ້າໃນ 06 ເດືອນຕົ້ນປີ 2018. ວິສາຫະກິດໃນເຂດສ່ວນຫຼາຍເຄື່ອນໄຫວຜະລິດ, ດໍາເນີນທຸລະກິດຢ່າງມີປະສິດທິຜົນ, ເສດຖະກິດເຕີບໂຕບັນລຸປະມານ 9%, ສູງກວ່າຫຼາຍ ເມື່ອທຽບໃສ່ລະດັບເຕີບໂຕລວມຂອງທົ່ວປະເທດ. ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຍ້ອນຄວາມມານະພະຍາຍາມລວມຂອງບັນດາແຂວງໃນເຂດ ໃນການເພີ່່ມທະວີຄວາມດຶງດູດການລົງທຶນ, ສ້າງກໍາລັງໜູນພັດທະນາໃຫ້ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ.
ຕາມຕົວເລກຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລ້ວ: ໃນ 6 ເດືອນຕົ້ນປີີ 2018 ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ມີວິສາຫະກິດສ້າງຕັ້ງໃໝ່ ຈໍານວນ 4.600 ແຫ່ງ, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017; ທຶນຈົດທະບຽນແມ່ນ 44.900 ຕື້ດົງ, ເພີ່ມຂຶ້ນ 45,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.ໄປຄຽງຄູ່ກັບການດຶງດູດການລົງທຶນພາຍໃນປະເທດ, 6 ເດືອນຕົ້ນປີ 2018, ທົ່ວເຂດມີ 7/13 ແຂວງ, ນະຄອນ ມີໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI)  ດ້ວຍ 47 ໂຄງການໃໝ່, ມີທຶນຈົດທະບຽນກວ່າ 800 ລ້ານ USD. ໝາກຜົນແຫ່ງການດຶງດູດການລົງທຶນໃນຊຸມເດືອນຕົ້ນປີ 2018 ສະແດງໃຫ້ເຫັນວ່າ, ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ນັບມື້ນັບສ້າງຄວາມດູດດື່ມຕໍ່ບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ໃນນັ້ນ, ບັນດາຂົງເຂດດຶງດູດຄວາມສົນໃຈຂອງນັກລົງທຶນ ນັ້ນແມ່ນ ກະສິກໍາ; ອຸດສາຫະກໍາປຸງແຕ່ງ, ການປະດິດສ້າງ; ການທ່ອງທ່ຽວ...
TAG
VOV/VOVworld/ທົ່ງພຽງແມ່ນໍ້າຂອງ/ເກີນເທີ/ຕຽນຢາງ/ລົງທຶນ