ເພີ່ມທະວີຮ່ວມສຳພັນລາຍການທ່ອງທ່ຽວເຂດໄຕບັກເພື່ອພັດທະນາເສດຖະກິດ
28/05/2014 08:18
(vovworld)-ເຂດໄຕບັກ(ໝາຍເຖິງທາງທິດຕາເວັນຕົກສ່ຽງເຫນືອຂອງຫວຽດນາມ) ແມ່ນເຂດດິນແດນມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອພັດທະນາ

(vovworld)-ເຂດໄຕບັກ(ໝາຍເຖິງທາງທິດຕາເວັນຕົກສ່ຽງເຫນືອຂອງຫວຽດນາມ) ແມ່ນເຂດດິນແດນມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອພັດທະນາການທ່ອງທ່ຽວ ດ້ວຍບັນດາທ່າແຮງຄື: ມີປະຫວັດສາດມາແຕ່ດົນນານ, ມີວັດທະນະທຳຫລາຍຮູບຫລາຍແບບ, ມີສີສັນທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ, ມີທິວທັດທຳມະຊາດທີ່ສວຍງາມ. ສະນັ້ນ ການຮ່ວມສຳພັນລາຍການທ່ອງທ່ຽວແມ່ນທິດກ້າວເດີນທີ່ສຳຄັນເພື່ອຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນຂອງແຕ່ລະເຂດ, ແຕ່ລະທ້ອງຖິ່ນ, ແຕ່ລະບ້ານ, ເຮັດໃຫ້ບັນດາຄຸນຄ່າທຳມະຊາດ, ວັດທະນະທຳບໍ່ມີຮູບຮ່າງ ແລະ ມີຮູບຮ່າງກາຍເປັນກຳລັງແຮງສັງລວມ, ມູ່ງໄປເຖິງການພັດທະນາຂະແຫນງທ່ອງທ່ຽວແບບຍືນຍົງ ແລະ ຍາວນານ.
Related



.jpg)




