VOV WorldVOV World
ເສດຖະກິດຈາກການເດີນທະເລ- ບາດກ້າວບຸກທະລຸເພື່ອສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລ
16/08/2023 02:00
(VOVWORLD) -ເສດຖະກິດຈາກການເດີນທະເລລວມມີ: ທ່າກຳປັ່ນ, ລະບົບການຂົນສົ່ງ, ອຸດສາຫະກຳຕໍ່ກຳປັ່ນ, ໃນນັ້ນທ່າກຳປັ່ນແມ່ນປັດໄຈສຳຄັນໃນລະບົບ logisitics ເຊິ່ງສິນຄ້າໄດ້ເຄື່ອນຍ້າຍຈາກການຂົນສົ່ງທາງບົກໄປຍັງທາງທະເລ. ປະຈຸບັນ, ການຂົນສົ່ງທາງທະເລກວມເອົາ 90% ຂອງຍອດຈຳນວນສິນຄ້ານຳເຂົ້າ- ສົ່ງອອກ ແລະ ສ່ວນຫນຶ່ງຂອງພາຍໃນປະເທດ, ແມ່ນສາຍຂົນສົ່ງຕົ້ນຕໍໃນການຂົນສົ່ງ, ຈຳໜ່າຍສິນຄ້າຂອງພື້ນຖານເສດຖະກິດຫວຽດນາມ. ຫວຽດນາມວາງຄາດໝາຍຮອດປີ 2030 ຈະມີບາດກ້າວບຸກທະລຸຢ່າງສຳເລັດຜົນກ່ຽວກັບບັນດາຂະແໜງເສດຖະກິດທາງທະເລ, ໃນນັ້ນມີເສດຖະກິດທາງທະເລ.
ເສດຖະກິດຈາກການເດີນທະເລ- ບາດກ້າວບຸກທະລຸເພື່ອສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລ
ທ່າກຳປັ່ນ container ສາກົນ ເຕີນກ໋າງ - ຫາຍຟ່ອງ. ພາບ:Minh Thu/TTXVN ປະຈຸບັນ ຫວຽດນາມໄດ້ສ້າງລະບົບທ່າກຳປັ່ນທີ່ສຳເລັດສົມບູນແຕ່ເໜືອຮອດໃຕ້ດ້ວຍ 286 ທ່າກຳປັ່ນ, ໃນນັ້ນ, ຫາຍຟ່ອງ ແມ່ນທ້ອງຖິ່ນມີຈຳນວນທ່າກຳປັ່ນຫລາຍສຸດດ້ວຍ 50ແຫ່ງ, ຕໍ່ມາແມ່ນແຂວງບາເຣ້ຍ - ຫວູງເຕົ່າດ້ວຍ 45 ແຫ່ງ. ນະຄອນໂຮ່ຈິມິນຢືນອັນດັບທີ 3 ດ້ວຍ 43 ແຫ່ງ.ລະບົບທ່າກຳປັ່ນໃນປະຈຸບັນແມ່ນໄດ້ວາງແຜນກຳນົດຢ່າງຄົບຊຸດຕິດພັນກັບບັນດາສູນເສດຖະກິດທີ່ສຳຄັນ ແລະເຂດເສດຖະກິດໃຫຍ່ຂອງປະເທດ. ທ່ານຫງວຽນຊວນກີ, ຜູ້ອຳນວຍການໃຫຍ່ທ່າກຳປັ່ນສາກົນກາຍແມັບ, ເລຂາທິການສະມາຄົມທ່າກຳປັ່ນທະເລອາຊີຕາເວັນອອກສ່ຽງໃຕ້ໃຫ້ຮູ້ວ່າ:  “ ກາຍ ແມັບ - ທິ ຫວາຍມີ 2 ບົດ ບາດ . ທຳອິດແມ່ນທ່າກຳ ປັ່ນ ປະຕູ ອອກ ສູ່ ທະ ເລ ຢູ່ ທາງ ທິດຕາເວັນອອກສ່ຽງໃຕ້ . ທີສອງແມ່ນທ່າກຳ ປັ່ນຂົນສົ່ງສາກົນ . ກວ່າ 10 ປີ ທີ່ ຜ່ານ ມາ , ກາຍ ແມັບ ສວມ ບົດ ບາດ ທີ່ ດີ ທີ່ ສຸດ ໃນ ການ ເປັນ ປະ ຕູ ອອກ ໃຫ້ແກ່ ເຂດ ເສດ ຖະ ກິດ ທີ່ ສຳ ຄັນ ທາງ ພາກ ໃຕ້ . ຫຼັກ ຖານ ສະ ແດງ ໃຫ້ ເຫັນ ວ່າ ໄດ້ ມີ ກຳ ປັ່ນ ແມ່(ຂະໜາດໃຫຍ່) 30 ກວ່າ ລຳ ໄດ້ ເຂົ້າ ທຽບ ທ່າ ກຳ ປັ່ນ ນ້ຳ ເລິກກາຍ ແມັບ - ທິ ຫວາຍ ,  ຄວາມຖີ່ຂອງ ການ ຂົນ ສົ່ງ ແມ່ນ ໄວ ຫຼາຍ ”. ພ້ອມກັບການເຕີບໂຕດ້ານປະລິມານຢ່າງວ່ອງໄວ, ລະບົບທ່າກຳປັ່ນທະເລຂອງຫວຽດນາມພວມໄດ້ຍົກສູງດ້ານກຳລັງຄວາມສາມາດແລະຄຸນນະພາບການບໍລິການຢ່າງບໍ່ຢຸດຢັ້ງ,ສະນັ້ນປະລິມານສິນຄ້າຜ່ານລະບົບທ່າກຳປັ່ນເພີ່ມຂຶ້ນ 10% ໃນແຕ່ລະປີ, ບັນລຸ 734 ລ້ານໂຕນໃນປີ2022. ຄຸນນະພາບການບໍລິການທ່າກຳປັ່ນໄດ້ຮັບການປັບປຸງເມື່ອມີຜູ້ຂຸດຄົ້ນນຳໃຊ້ທ່າກຳປັ່ນ, ບໍລິສັດກຳປັ່ນຂົນສົ່ງສາກົນແລະພາຍໃນປະເທດຫລາຍແຫ່ງເຂົ້າຮ່ວມການລົງທຶນ. ທ່ານເລກວາງຈູງ, ຮອງປະທານສະມາຄົມວິສາຫະກິດ Logistics ຫວຽດນາມ, ຮອງຜູ້ອຳນວຍການໃຫຍ່ບໍລິສັດການເດີນທະເລຫວຽດນາມແບ່ງປັນ:  “ ມາ ຮອດ ປະຈຸ ບັນ , ຫາຍ ຟ່ອງມີ ວິ ສາ ຫະກິດ ກ່ຽວ ກັບທ່າ ກຳ ປັ່ນ ປະມານ 50 ແຫ່ງ . ຄຽງ ຄູ່ ກັນ ນັ້ນ , ມີ ວິ ສາ ຫະ ກິດ ປະ ມານ 2 . 000 ແຫ່ງ ເຂົ້າ ຮ່ວມ ລະ ບົບ logistics. ນີ້ ແມ່ນ ສູນ Logistics Hub, ແມ່ນ ເຂດທີ່ ສຳຄັນ ທີ່ ສຸດ ໃນ ການ ເຊື່ອມ ຕໍ່ logistics ລະ ຫວ່າງ ການ ຂົນ ສົ່ງ ສິນຄ້າ ນຳ ເຂົ້າ ແລະສົ່ງ ອອກ ຂອງ ພາກ ເໜືອ ຫວຽດນາມ ໄປ ຍັງ ຕະຫຼາດ ໂລກ ” . ທ່ານ ຫງວຽນຊວນຊາງ, ຮອງລັດຖະມົນຕີ ກະຊວງຄົມມະນາຄົມຂົນສົ່ງ. ພາບ:  VOV ຄຽງຄູ່ກັບລະບົບທ່າກຳປັ່ນ, ຫວຽດນາມ ໄດ້ສ້າງເສັ້ນທາງຂົນສົ່ງ 32 ສາຍ, ໃນນັ້ນມີ 25 ເສັ້ນທາງຂົນສົ່ງສາກົນ ແລະ 7 ເສັ້ນທາງຂົນສົ່ງພາຍໃນປະເທດ. ນອກຈາກເສັ້ນທາງອາຊີແລ້ວ, ຫວຽດນາມໄດ້ດຳເນີນການຂຸດຄົ້ນອີກ 16 ເສັ້ນທາງໄປຍັງອາເມລິກາເໜືອ ແລະ ເອີລົບ. ການລາຍງານດັດຊະນີການຂົນສົ່ງໃນຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນໃນປີ 2022 ຂອງບໍລິສັດຂົນສົ່ງສິນຄ້າແຖວໜ້າຂອງໂລກ Agility ຕີລາຄາວ່າ: ຕະຫຼາດຂົນສົ່ງສິນຄ້າຫວຽດນາມຢືນອັນດັບ 11 ໃນກຸ່ມ 50 ຕະຫຼາດສິນຄ້າຂົນສົ່ງທີ່ພົ້ນເດັ່ນຂອງໂລກ ແລະຢືນອັນດັບທີ 3 ຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຖັດຈາກສິງກະໂປແລະໄທ. ແລະໃນຫຼາຍປີລຽນຕິດ, ການຂົນສົ່ງແມ່ນຂະແໜງເສດຖະກິດເຕີບໂຕໄວ ແລະເປັນປົກກະຕິດ້ວຍລະດັບເຕີບໂຕສະເລ່ຍ 14 – 16%, ປະກອບສ່ວນ 4 – 5% ເຂົ້າໃນGDPຂອງຫວຽດນາມ .ທ່ານຫງວຽນຊວນຊາງຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມໃຫ້ຮູ້ວ່າ:  “ ການ ວາງແຜນຜັງ ສັງ ລວມ ແຫ່ງ ການ ພັດ ທະ ນາ ລະ ບົບ ທ່າ ກຳ ປັ່ນ ທະ ເລ ຫວຽດ ນາມ ໄລ ຍະ 2021 – 2030 , ວິ ໄສ ທັດ ຮອດ ປີ 2050 ໂດຍໄດ້ ເຊັນ ອະ ນຸ ມັດຈາກ ນາ ຍົກ ລັດ ຖະ ມົນ ຕີ . ປະຈຸ ບັນ , ກະຊວງ ພວມ ມອບ ໝາຍ ໃຫ້ ກົມ ຄຸ້ມ ຄອງ ການ ເດີນ ທະ ເລ ຫວຽດນາມຜັນ ຂະ ຫ ຍາຍ ສ້າງ ແຜນການ ລະອຽດ ໃຫ້ 5 ກຸ່ມ ທ່າ ກຳ ປັ່ນ ແລະວາງ ແຜນ ກຳນົດ ລະອຽດ ກ່ຽວ ກັບ ເຂດໜ້າດິນ , ເຂດ ນ່ານ ນ້ຳຂອງ ທັງ ໝົດ ທ່າ ກຳ ປັ່ນ ໃນ ທົ່ວ ປະ ເທດ ”. ຫນຶ່ງໃນບັນດາກິດຈະກຳສຳຄັນເພື່ອພັດທະນາເສດຖະກິດຈາກການເດີນທະເລແມ່ນການຕໍ່ກຳປັ່ນລຳໃຫມ່ແລະສ້ອມແປງກຳປັ່ນ. ມາຮອດປະຈຸບັນ, ອຸດສາຫະກຳຕໍ່ກຳປັ່ນຂອງຫວຽດນາມ ໄດ້ສ້າງຕັ້ງພື້ນຖານດ້ານວັດຖຸເຕັກນິກຂອງຂະແໜງອຸດສາຫະກຳຕໍ່ກຳປັ່ນໃນເບື້ອງຕົ້ນແລະລົງທຶນຢ່າງແຮງໃຫ້ແກ່ຂະແໜງອຸດສາຫະກຳຕໍ່ກຳປັ່ນພ້ອມກັບການພັດທະນາລະບົບທ່າກຳປັ່ນ ແລະ ເພີ່ມກຳລັງຄວາມສາມາດຂອງລະບົບຂົນສົ່ງທາງທະເລນັ້ນແມ່ນບາດກ້າວບຸກທະລຸເພື່ອໃຫ້ຫວຽດນາມພັດທະນາແບບຍືນຍົງ, ສ້າງຄວາມຮັ່ງມີ,ເຂັ້ມແຂງຈາກເສດຖະກິດທາງທະເລ.
TAG
VOV/VOVworld/Logistics ຫວຽດນາມ/ກິດຈະກຳສຳຄັນ/ອຸດສາຫະກຳຕໍ່ກຳປັ່ນ/ເສດຖະກິດທາງທະເລ

More