VOV WorldVOV World
ໝາກມັງກອນ ເຊີນລາ ໄດ້ສົ່ງໄປຂາຍຢູ່ຕະຫລາດຫລາຍແຫ່ງໃນໂລກ
05/09/2023 03:00
(VOVWORLD) -ເຊີນລາເປັນແຂວງພູດອຍມີດິນຟ້າອາກາດເອື້ອອຳນວຍຄວາມສະດວກແລະແມ່ນເຂດທີ່ເໝາະສົມກັບການພັດທະນາບັນດາຜະລິດຕະພັນກະເສດທີ່ມີຄຸນນະພາບສູງ. ໃນນັ້ນ, ໝາກມັງກອນແມ່ນໜຶ່ງໃນບັນດາຜະລິດຕະພັນກະເສດຫລັກແຫລ່ງຂອງແຂວງ. ໂດຍໄດ້ປູກແຕ່ປີ 2010, ດ້ວຍຄຸນນະພາບທີ່ຮັບປະກັນ, ໝາກມັງກອນເຊີນລາ ໄດ້ຢັ້ງຢືນເຄື່ອງໝາຍຂອງຕົນ ແລະສົ່ງອອກໄປຍັງຫຼາຍຕະຫຼາດໃນທົ່ວໂລກ, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງໃຫ້ປະຊາຊົນຢູ່ທີ່ນີ້.
ໝາກມັງກອນ ເຊີນລາ ໄດ້ສົ່ງໄປຂາຍຢູ່ຕະຫລາດຫລາຍແຫ່ງໃນໂລກ
ດ້ວຍເນື້ອທີ່ ກວ່າ 200 ເຮັກຕາ, ປີນີ້ ສະຫະກອນ ຫງອກຮ່ວາງ ຄາດວ່າເກັບກູ້ໝາກມັງກອນໄດ້ປະມານ 3000 ໂຕນ. ພາບ:  VOV ໂດຍໄດ້ເຂົ້າເຖິງຕະຫຼາດສົ່ງອອກແຕ່ປີ 2016, ມາຮອດປະຈຸບັນ, ສະຫະກອນຫງອກຮວ່າງ, ເມືອງໄມເຊີນ, ແຂວງເຊີນລາ, ໄດ້ກາຍເປັນຫົວໜ່ວຍທີ່ມີຊື່ສຽງທາງດ້ານການສົ່ງອອກໝາກໄມ້ສົດ. ປະຈຸບັນ, ສະຫະກອນມີເນື້ອທີ່ປູກໝາກມັງກອນກວ່າ 200 ເຮັກຕາ, ໄດ້ຮັບຜົນຜະລິດແມ່ນປະມານ 3.000 ໂຕນ/ປີ. ຜະລິດຕະພັນໝາກມັງກອນເນື້ອແດງຂອງສະຫະກອນໄດ້ສົ່ງອອກໄປຍັງບັນດາຕະຫຼາດຄື: ລັດເຊຍ, ຝຣັ່ງ... ເພື່ອໃຫ້ໝາກມັງກອນມີມາດຖານຄົບຖ້ວນເພື່ອສົ່ງອອກ, ສະຫະກອນໄດ້ໂຄສະນາໃຫ້ບັນດາສະມາຊິກຄວບຄຸມຂັ້ນຕອນທັງໝົດ, ນັບແຕ່ການໃສ່ປຸ໋ຍຕະຫລອດຮອດການຕັດກິ່ງງ່າເພື່ອສ້າງເປັນຜະລິດຕະພັນທີ່ດີແລະປອດໄພ; ພ້ອມກັນນັ້ນກໍ່ເອົາຕົວຢ່າງແລະກວດກາຄຸນນະພາບຜະລິດຕະພັນ. ໝາກມັງກອນຂອງສະຫະກອນທີ່ສົ່ງອອກໄປຍັງຕະຫຼາດປະເທດຕ່າງໆໄດດຮັບປະກັນມາດຕະຖານລະຫັດພື້ນທີ່ປູກແລະກັກກັນພືດ, ຫຸ້ມຫໍ່ສວຍງາມແລະສະຫມ່ຳສະເຫມີ, ນ້ຳໜັກແຕ່ 350 ກຣາມ/ຫນ່ວຍຂຶ້ນໄປ. ທ່ານນາງຫງວຽນທິຢຸງ, ຮອງຫົວຫນ້າສະຫະກອນຫງອກຮວ່າງ, ແບ່ງປັນວ່າ:  “ ສຳລັບໝາກມັງກອນ , ເພື່ອ ຮັບປະກັນໄດ້ມາດຖານການສົ່ງອອກແມ່ນຕ້ອງລະອຽດລະອໍຫລາຍແລະຕ້ອງຜ່ານຫຼາຍຂັ້ນຕອນ . ໃນເວລາເກັບກ່ຽວຕ້ອງລະມັດ ລະວັງບໍ່ໃຫ້ໝາກ ແຕກ ຫລື ຊ້ຳ , ຫລັງຈາກຜ່ານການ ລ້າງຄັ້ງທຳອິດ , ລ້າງເພື່ອກວດ ກາຄັ້ງທີ 2 ແລະກວດກາຄືນເປັນຄັ້ງທີ 3 ແລ້ວເຖິງຂັ້ນຕອນທີ 4 ຈຶ່ງສາມາດສົ່ງອອກໄດ້ ” . ປະຈຸບັນ, ສະຫະກອນຫງອກຮວ່າງພວມສົມທົບກັບບັນດາວິສາຫະກິດນຳເຂົ້າ-ສົ່ງອອກ ທີ່ມີຊື່ສຽງຢູ່ພາຍໃນປະເທດເພື່ອແນະນຳຜະລິດຕະພັນອອກສູ່ຕະຫຼາດສາກົນ. ຫວ່າງມໍ່ໆມານີ້, ການສົ່ງອອກຄັ້ງທີ 3 ໃນປີນີ້ໄດ້ສົ່ງອອກໄປຍັງປະເທດຝຣັ່ງແລະໂຮນລັງດ້ວຍປະລິມານການສົ່ງອອກ 2 ໂຕນ. ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດສົ່ງອອກ, ປະຈຸບັນ, ສະຫະກອນຫງອກຮວ່າງພວມສຸມໃສ່ພັດທະນາເຂດວັດຖຸດິບຢູ່ບັນດາເມືອງຄື: ເມືອງມາຍເຊີນ, ທ້ວນເຈົາ, ອຽນເຈົາ, ມົກເຈົາ, ຊົງມ໊າ ແລະ ໂຊບໂກບ... ບັນດາເຂດປູກໝາກມັງກອນລ້ວນແຕ່ນຳໃຊ້ບັນດາຂະບວນການຜະລິດປອດສານພິດ, ລະບຽບການປະຕິບັດການຜະລິດກະສິກຳທີ່ດີໃຫ້ແກ່ບັນດາຜະລິດຕະພັນກະເສດ, ສິນໃນນ້ຳຂອງຫວຽດນາມ (VietGap) ແລະມາດຕະຖານການປະຕິບັດກະສິກຳທີ່ດີຂອງໂລກ, (GlobalGAP). ທ່ານໂດ໊ແຢງເຍີດ, ສະມາຊິກສະຫະກອນຫງອກຮວ່າງ,ເມືອງມາຍເຊີນ, ແຂວງເຊີນລາ, ໃຫ້ຮູ້ວ່າ:
TAG
VOV/VOVworld/ໝາກມັງກອນ/ວິສາຫະກິດນຳເຂົ້າ-ສົ່ງອອກ/ສະຫະກອນ

More