ໝາກຜົນດ້ານເສດຖະກິດພາຍຫລັງ 2 ປີແຫ່ງການປະຕິບັດມະຕິຂອງອົງຄະນະພັກແຂວງ ນິງທ້ວນ
30/08/2023 20:00
(VOVWORLD) -ໃນຊຸມປີທຳອິດແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງອົງຄະນະພັກແຂວງ ນິງທ້ວນ ໄລຍະ (2020-2025), ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ (2021-2026), ເຖິງວ່າປະສົບກັບຄວາມຫຍຸ້ງຍາກ ສິ່ງທ້າທາຍຫຼາຍຢ່າງ ຍ້ອນຜົນກະທົບຈາກພະຍາດໂຄວິດ-19, ແຕ່ດ້ວຍຄວາມຕັດສິນໃຈ, ຄວາມມານະພະຍາຍາມ, ຄວາມຮັບຜິດຊອບສູງຂອງຄະນະພັກທຸກຂັ້ນ, ລະບົບການເມືອງຈາກແຂວງລົງຮອດຮາກຖານແລ້ວ, ແຂວງ ນິງທ້ວນ ກໍ່ສາມາດບັນລຸໄດ້ບັນດາຜົນງານດ້ານເສດຖະກິດອັນໃຫຍ່ຫຼວງ. ໃນປີ 2021, ແຂວງນອນໃນ Top 5 ແລະ ໃນ 6 ເດືອນຕົ້ນປີນີ້, ແຂວງນອນໃນ 8 ທ້ອງຖິ່ນທີ່ມີລະດັບການເຕີບໂຕສູງທີ່ສຸດໃນທົ່ວປະເທດ.

ທ່ານ ຫວໍດິງນາມ ຮອງເລຂາຜູ້ປະຈຳການຄະນະພັກແຂວງ,ປະທານ ສະພາປະຊາຊົນ ແຂວງນິງທ້ວນ. ພາບ: ninhthuan.gov.vn ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງອົງຄະນະພັກແຂວງ ນິງທ້ວນ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢ່າງທັນການ ແລະ ມີປະສິດທິຜົນ, ແຕ່ຕົ້ນອາຍຸການ, ຄະນະບໍລິຫານງານອົງຄະນະພັກແຂວງ ນິງທ້ວນ ໄດ້ຊີ້ນຳຢ່າງຂ້ຽວຂາດ ເພື່ອນຳເອົາມະຕິຂອງພັກເຂົ້າສູ່ຊີວິດໂດຍໄວ. ທ່ານ ຟ້າມວັນເຫົ້າ, ຮອງເລຂາຜູ້ປະຈຳການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ນິງທ້ວນ ໃຫ້ຮູ້ວ່າ: “ ເປົ້າ ໝາຍ ທີ່ ພວກ ຂ້າ ພະ ເຈົ້າໄດ້ ວາງ ອອກ ໃນ ມະຕິ ກອງ ປະຊຸມ ໃຫຍ່ ຄັ້ງ ທີ XIV ແມ່ນ ຮອດ ປີ 2025 ນຳແຂວງ ນິງ ທ້ວນ ໃຫ້ ກາຍ ເປັນ ແຂວງ ທີ່ ມີ ການ ພັດທະນາ ດີ ພໍ ສົມຄວນ ແລະ ກາຍ ເປັນ ສູນ ພະລັງງານ ທົດ ແທນ . ໃນ ແຜນການ ເຄື່ອນ ໄຫວ , ແບບ ວິທີ ການ ຊີ້ ນຳຂອງ ຄະນະ ພັກ ແຂວງ ໃນ ອາ ຍຸ ການ ນີ້ ໄດ້ ມີ ການ ປ່ຽນ ແປງ ໃນ ຊ່ວງ ເວ ລາ ທຳ ອິດ ຂອງ ອາ ຍຸ ການ ແລະ ໃນ ປີ ທຳ ອິດ . ປີທີ 2, ແມ່ນສຸມໃສ່ຊີ້ນ ຳຜັນ ຂະ ຫ ຍາຍ ແລະ ປະ ກາດ ໃຊ້ບັນດາມະຕິຕາມຫົວເລື່ອງ ສະ ເພາະ ເພື່ອ ສຸມໃສ່ຊີ້ນຳບັນດາຂົງເຂດທີ່ເປັນທ່າໄດ້ປຽບ , ທ່າ ແຮງ ແລະ ຂົງ ເຂດຕົ້ນ ຕໍຂອງແຂວງ ” . ໃນກວ່າ 2 ປີຜ່ານມາ, ຄະນະບໍລິຫານງານອົງຄະນະພັກແຂວງ, ຄະນະປະຈຳຄະນະພັກແຂວງ ໄດ້ປະກາດໃຊ້ມະຕິຫົວເລື່ອງສະເພາະ, ມະຕິໃນປີ ແລະ ຄຳສັ່ງຫລາຍສະບັບ, ໂຄງການເຄື່ອນໄຫວ, ແຜນຮ່າງ, ແຜນການສຳຄັນ ກວ່າ 20 ສະບັບ. ທ່ານ ຟ້າມວັນເຫົ້າໃຫ້ຮູ້ຕື່ມອີກວ່າ: “ປີນີ້ເປັນປີທຳອິດທີ່ພວກຂ້າພະເຈົ້າໄດ້ປະສົບຜົນສຳເລັດໃນໄລຍະ 2 ປີທຳອິດແຫ່ງການປະຕິບັດມະຕິ. ນິງທ້ວນ ໄດ້ຮັກສາສະຖຽນລະພາບ ແລະ ມີບາດກ້າວຟື້ນຟູການພັດທະນາເສດຖະກິດ. ລະດັບການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນແຂວງ (GRDP) ຕໍ່ຫົວຄົນຂອງແຂວງ ນິງທ້ວນ ໃນ 3 ປີຜ່ານມາ ແມ່ນມີຄວາມເປັນປົກກະຕິທີ່ສຸດ”. ສ້າງທິດກ້າວເດີນທີ່ແຕກຕ່າງແມ່ນສິ່ງທີ່ ນິງທ້ວນ ວາງອອກໃນບັນດາມະຕິເພື່ອຍາດແຍ່ງເອົາການດຶງດູດການລົງທຶນ, ເພື່ອກໍ່ສ້າງ ແລະ ພັດທະນາທ້ອງຖິ່ນ. ການກຳນົດທິດຮອດປີ 2030, ການເຕີບໂຕຂອງມູນຄ່າການຜະລິດອຸດສາຫະກຳເມື່ອທຽບໃສ່ປີ 2010 ບັນລຸສະເລ່ຍ 18%/ປີ; ອັດຕາສ່ວນອຸດສາຫະກຳໃນຍອດຜະລິດຕະພັນພາຍໃນ (GDP) ບັນລຸ 40%, ດຶງດູດການລົງທຶນ ແລະ ນຳໂຮງງານໄຟຟ້າເຂົ້າເຄື່ອນໄຫວເພື່ອບັນລຸກຳລັງການຜະລິດໄດ້ 11.800 MW, ນຳແຂວງ ນິງທ້ວນ ໃຫ້ກາຍເປັນສູນພະລັງງານສະອາດ, ທົດແທນຂອງຫວຽດນາມ. ທ່ານ ຫວໍດິ່ງວິງ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນິງທ້ວນ ໃຫ້ຮູ້ວ່າ: “ ແຂວງ ໄດ້ ຍື່ນ ສະ ເໜີ ຕໍ່ ກະຊວງ ອຸດສາຫະກຳ - ການ ຄ້າ ແລະ ນາຍົກລັດຖະມົນຕີ ເພື່ອ ອະນຸມັດ ແຜນການ ພັດທະນາ ເສດຖະກິດ - ສັງຄົມ ຂອງ ແຂວງ . ບົນ ພື້ນຖານ ນັ້ນ , ພວກ ຂ້າ ພະ ເຈົ້າ ໄດ້ ຜັນ ຂະ ຫ ຍາຍ ແຜນການ ໃນ ຊຸມ ປີ ຕໍ່ໜ້າ . ວັນ ທີ 15 ພຶດສະພາ ຜ່ານ ມາ , ການ ວາງແຜນ ໄຟຟ້າ VIII ຂອງ ລັດຖະບານ ກໍ່ ໄດ້ເອົາ ເຂົ້າ ໃນ ແຜນ ພັດທະນາ ເສດຖະກິດ - ສັງຄົມ ຂອງ ແຂວງ ” . ທ່ານ ຫວໍດິງວີງ, ຫົວຫນ້າພະແນກອຸດສາຫະກຳ - ການຄ້າ ແຂວງນິງທ້ວນ. ພາບ: ninhthuan.gov.vn ໃນມະຕິຂອງຄະນະພັກແຂວງ ນິງທ້ວນ ໃນຂົງເຂດກະສິກຳ, ໃນນັ້ນ ກະສິກຳເຕັກໂນໂລຢີສູງໄດ້ຮັບການກຳນົດເປັນເສດຖະກິດປາຍແຫລມ, ສູ້ຊົນຮອດປີ 2025, ນິງທ້ວນ ຈະມີເຂດກະສິກຳເຕັກໂນໂລຢີສູງ 3 ຫາ 5 ແຫ່ງ, ດ້ວຍເນື້ອທີ່ ເນື້ອທີ່ 1.000 ເຮັກຕາ, ມູນຄ່າການຜະລິດ 700.000.000 ດົ່ງ (ປະມານ 30.000 USD)/1 ເຮັກຕາ; ນຳການຜະລິດກະສິກຳ, ປ່າໄມ້, ສິນໃນນ້ຳ ແລະ ເສດຖະກິດຊົນນະບົດໃຫ້ພັດທະນາແບບຍືນຍົງ. ທ່ານ ເຈືອງຄັກຈີ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ນິງທ້ວນ ໃຫ້ຮູ້ວ່າ: “ ໂດຍປະຕິບັດມະຕິເລກທີ 26 ຂອງຄະນະພັກແຂວງ ກ່ຽວ ກັບ ການສືບຕໍ່ພັດທະນາກະສິກຳເຕັກໂນໂລຊີສູງຂອງແຂວງ , ພາຍຫຼັງ 2 ປີແຫ່ງການປະຕິບັດ , ກະສິກຳເຕັກໂນໂລຊີສູງກໍ່ບັນລຸໄດ້ໝາກຜົນຕັ້ງໜ້າ . ລະ ດັບການ ເຕີບ ໂຕ ດ້ານ ມູນ ຄ່າ ອຸດສາຫະກຳ ການ ຜະລິດ ກະສິກຳ ໃນ ປີ ກາຍ ບັນລຸ 4,81%, ເມື່ອ ທຽບ ໃສ່ ຄາດໝາຍ ທີ່ ວາງ ອອກ ແມ່ນ 3-4%/ ປີ . ໃນ ນັ້ນ , ການ ເຕີບ ໂຕ ຂອງ ການ ຜະລິດ ແລະ ການ ນຳ ໃຊ້ ກະສິກຳ ເຕັກ ໂນ ໂລ ຊີ ສູງ ບັນລຸ 39,6%, ເມື່ອ ທຽບ ໃສ່ ຄາດໝາຍ ທີ່ ວາງ ອອກ 30-40%/ ປີ .” ໃນໄລຍະຈະມາເຖິງ, ແຂວງ ນິງທ້ວນ ຈະສືບຕໍ່ປ່ຽນໃໝ່ການປະກາດໃຊ້ ແລະ ຈັດຕັ້ງປະຕິບັດມະຕິຂອງພັກ; ຍູ້ແຮງວຽກງານຂົນຂວາຍມະຫາຊົນ ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງຂອງທົ່ວລະບົບການເມືອງ, ກຸ່ມກ້ອນມະຫາຄວາມສາມັກຄີທົ່ວປວງຊົນ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຫັນເປັນດິຈິຕອນໃນວຽກງານຊີ້ນຳ ແລະ ບໍລິຫານ, ຜ່ານນັ້ນ ກໍ່ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ນິງທ້ວນ ແລະ ມະຕິກອງປະຊຸມໃຫຍ່ຂອງພັກ, ແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2020-2025 ຂອງແຂວງ ນິງທ້ວນ ຢ່າງມີໄຊ.... ນຳແຂວງ ນິງທ້ວນ ໃຫ້ນັບມື້ນັບພັດທະນາແບບຍືນຍົງກວ່າອີກ./.
TAG
VOV/VOVworld/ກຸ່ມກ້ອນມະຫາຄວາມສາມັກຄີ/ຜົນງານດ້ານເສດຖະກິດ
Related



.jpg)




