ຫວຽດນາມນຳໜ້າ ອາຊຽນ ກ່ຽວກັບການເຕີບໂຕເສດຖະກິດດີຈີຕອນ
18/03/2025 09:24
(VOVWORLD) - ດ້ວຍອັດຕາການເຕີບໂຕສູງທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ໃນ 3 ປີຢ່າງລຽນຕິດ (2022, 2023 ແລະ 2024), ເສດຖະກິດດີຈີຕອນ ຫວຽດນາມ ພວມກາຍເປັນກຳລັງໜູນສຳຄັນໃນການຊຸກຍູ້ພື້ນຖານເສດຖະກິດພາຍໃນປະເທດ. ດ້ວຍທ່າເຕີບໂຕຄືໃນປັດຈຸບັນ, ເສດຖະກິດດີຈີຕອນ ຫວຽດນາມ ຄາດວ່າຈະບັນລຸຄາດໝາຍ 45 ຕື້ USD, ກວມເອົາມາດຕະຖ່ວງ 20% GDP ໃນປີນີ້.

ພາບປະກອບ: VTV24 ຕາມການສະຖິຕິຂອງທະນາຄານໂລກ (WB) ແລ້ວ, ມາດຕະຖ່ວງດ້ານເສດຖະກິດດີຈີຕອນໃນ GDP ຫວຽດນາມ ສືບຕໍ່ເພີ່ມຂຶ້ນຢ່າງແຮງໃນຊຸມປີມໍ່ໆມານີ້, ສູງກ່ວາເມື່ອທຽບໃສ່ບາງປະເທດໃນພາກພື້ນຄື: ໄທ (12,1%),), ອິນໂດເນເຊຍ (8,3%), ຟີລິບປິນ (6,9%). Google ກໍ່ຕີລາຄາຄວາມໄວໃນການພັດທະນາເສດຖະກິດດີຈີຕອນຂອງ ຫວຽດນາມ ແມ່ນໄວທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ສ່ວນທະນາຄານ HSBC ໃຫ້ຂໍ້ສັງເກດວ່າ ລະດັບຄວາມໄວໃນການເຕີບໂຕດ້ານເສດຖະກິດດີຈີຕອນ ຫວຽດນາມ ຈະສືບຕໍ່ຮັກສາອັນດັບແຖວໜ້າຢູ່ ອາຊຽນ ໃນໄລຍະຈະມາເຖິງ. ທ່ານ Tin Evan ຜູ້ອຳນວຍການໃຫຍ່ HSBC ຫວຽດນາມ ຖືວ່າ: ຫວຽດນາມມີປະຊາກອນໜຸ່ມຫຼາຍທີ່ສຸດ, ປະມານ 80% ປະຊາກອນ ຫວຽດນາມ ນຳໃຊ້ໂທລະສັບມືຖື, ອັດຕານຳໃຊ້ອິນເຕີເນັດ ແລະ ຈຳນວນຜູ້ນຳໃຊ້ສະມຼາດໂຟນແມ່ນສູງທີ່ສຸດ. ຫວຽດນາມ ຍັງມີຈຳນວນບໍລິສັດ Startup ຫຼາຍອັນດັບທີ 2 ໃນພາກພື້ນ. ການຄ້າເອເລັກໂຕນິກ ກໍ່ແມ່ນພື້ນຖານເມື່ອ ຫວຽດນາມ ມີກຳລັງປະຊາຊົນໜຸ່ມຍອມຮັບການນຳໃຊ້ເຕັກໂນໂລຢີ. ຂ້າພະເຈົ້າຄິດວ່າ ໃນອະນາຄົດເສດຖະກິດດີຈີຕອນ ຫວຽດນາມ ຍັງມີເປັນຈຳນວນຫຼວງຫຼາຍ ແລະ ກາຍເປັນຕະຫຼາດດຶງດູດໃຫ້ແກ່ຂະແໜງອຸດສາຫະກຳດີຈີຕອນ ແລະ ບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດທີ່ພວມມີການເຄື່ອນໄຫວໃນຂົງເຂດນີ້. ຕາມການສຳຫຼວດຂອງ HSBC ແລ້ວ, 60% ວິສາຫະກິດເຄື່ອນໄຫວຢູ່ ຫວຽດນາມ ໃຫ້ຮູ້ວ່າ ເຂົາເຈົ້າມີແຜນການຈະມາລົງທຶນເຂົ້າຂົງເຂດເຕັກໂນໂລຢີ ແລະ ຫັນບັນດາການເຄື່ອນໄຫວດຳເນີນທຸລະກິດໃນປັດຈຸບັນເປັນດີຈີຕອນ, ດ້ວຍຈຸດສຸມແມ່ນການຊຳລະທາງດີຈີຕອນ, ການຄ້າເອເລັກໂຕນິກ ແລະ ປັນຍາປະດິດ. ມີນັກຊ່ຽວຊານເສດຖະກິດຫຼາຍຄົນໃຫ້ຂໍ້ສັງເກດວ່າ ຂໍ້ກຸນແຈເພື່ອສ້າງກຳລັງດຶງດູດຂອງ ຫວຽດນາມ ແມ່ນຫວຽດນາມ ມີແຜນການພັດທະນາເສດຖະກິດດີຈີຕອນໂດຍໄວ. ຕາມນັກຊ່ຽວຊານດ້ານເສດຖະກິດ ຫງວຽນມິງຟອງ ແລ້ວ, ຫວຽດນາມ ມີ 20 ກ່ວາປີເພື່ອກະກຽມໃຫ້ແກ່ການກໍ່ສ້າງບັນດາກົນໄກ, ນະໂຍບາຍໃຫ້ແກ່ພື້ນຖານເສດຖະກິດດີຈີຕອນ.
TAG
VOV/VOVworld/ອາຊຽນ/ເສດຖະກິດດີຈີຕອນ
Related
More



.jpg)




