ຫວຽດນາມ - ເບລາຣຸດ: ນ້ຳໃຈມິດຕະພາບຊຸກຍູ້ການພັດທະນາເສດຖະກິດ
20/05/2025 15:00
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ຫາກໍ່ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ. ເບລາຣຸດ (ແຕ່ວັນທີ 11-12 ພຶດສະພາ). ໃນຂອບເຂດການຢ້ຽມຢາມ, ວິທະຍຸກະຈາຍສຽງ ເບລາຣຸດ ໄດ້ອອກອາກາດລາຍການ “ຫວຽດນາມ - ເບລາຣຸດ: ນ້ຳໃຈມິດຕະພາບຊຸກຍູ້ການພັດທະນາເສດຖະກິດ”. ໃນລາຍການພາກນີ້ ວິທະຍຸກະຈາຍສຽງ ຫວຽດນາມ ຂໍຄັດສະເຫນີບາງເນື້ອໃນຂອງລາຍການດັ່ງກ່າວ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ ປະທານາທິບໍດີ Aleksandr Lukashenko ລົງນາມໃນຖະແຫລງການຮ່ວມ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເບລາຣຸດ. (ພາບ: TTXVN) ໂດຍຍົກໃຫ້ເຫັນຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ເປັນຕົ້ນແມ່ນຂົງເຂດເສດຖະກິດ, ລາຍການໄດ້ຢັ້ງຢືນ ໂດຍອີງຕາມການພົວພັນອັນຍາວນານ, ການຢ້ຽມຢາມ ເບລາຣຸດ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປີດໄລຍະພັດທະນາໃຫມ່ໃນການພົວພັນສອງຝ່າຍ. ເອີ້ນ ຫວຽດນາມ ແມ່ນປະເທດໂຕມັງກອນສີຂຽວ, ໂຕເສືືອເສດຖະກິດ ອາຊີ, ລາຍການໄດ້ຄັດສະເຫນີບົດກ່າວປາໄສຂອງທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ແລະ ທ່ານລັດຖະມົນຕີການຕ່າງປະເທດ Maxim Ryzhenkov, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ອາຫານ Yuri Gorlov Belar , ທ່ານ Alexander Efimov
TAG
VOV/VOVworld/ເບລາຣຸດ/ດິຈິຕອນ/ວິທະຍາສາດ - ເຕັກໂນໂລຊີ/ສາທາລະນະສຸກ/ການຮ່ວມມື
Related



.jpg)




