ການລົງທຶນຕ່າງປະເທດເຂົ້າຫວຽດນາມ: ບັນດາຕົວເລກທີ່ໜ້າປະທັບໃຈ
03/10/2017 06:47
(VOVWORLD) - ຕາມບົດລາຍງານຫຼ້າສຸດຂອງກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນແລ້ວ, ໃນ 9 ເດືອນຕົ້ນປີ 2017, ຍອດຈຳນວນເງິນລົງທຶນຕ່າງປະເທດ (FDI) ທີ່ຈົດທະບຽນເຂົ້າຫວຽດນາມ ບັນລຸລະດັບສະຖິຕິ, ຂຶ້ນເຖິງ 25,48 ຕື້ USD, ເພີ່ມຂຶ້ນ 34,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ການປ່ອຍທຶນໃນໄລຍະຜ່ານມາກໍ່ໄດ້ເພີ່ມຂຶ້ນຢ່າງແຮງ, ບັນລຸ 12,5 ຕື້ USD, ເພີ່ມຂຶ້ນ 13,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016.
ພາບປະກອບ ນີ້ແມ່ນຕົວເລກທີ່ສະແດງໃຫ້ເຫັນສັນຍານທີ່ດີກ່ຽວກັບການດຶງດູດການລົງທຶນຕ່າງປະເທດຂອງຫວຽດນາມ ໃນຈຸດເວລານີ້. ບົດຂຽນຂອງບັນນາທິການ ທູຮວາ “ການລົງທຶນຕ່າງປະເທດເຂົ້າຫວຽດນາມ: ບັນດາຕົວເລກທີ່ໜ້າປະທັບໃຈ”. ໄລ່ລວມໃນ 9 ເດືອນຕົ້ນປີ 2017, ຍອດຈຳນວນເງິນຈົດທະບຽນໃໝ່, ເງິນເພີ່ມຕື່ມ ແລະ ປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດໄດ້ຂຶ້ນເຖິງຈຳນວນເງິນ 25,48 ຕື້ USD. ຕົວເລກນີ້ເພີ່ມຂຶ້ນສູງກວ່າ 1,108 ຕື້ USD ເມື່ອທຽບໃສ່ໝາກຜົນການດຶງດູດເງິນລົງທຶນຈາກຕ່າງປະເທດຂອງທັງປີ 2016. ຈຳນວນທຶນ FDI ທີ່ລົງທຶນຢ່າງແຮງເຂົ້າຫວຽດນາມ ໃນຫຼາຍປີຜ່ານມາ ແລະ ພິເສດໃນ 9 ເດືອນຕົ້ນປີ 2017 ໄດ້ຊີ້ໃຫ້ເຫັນ ຫວຽດນາມ ແມ່ນການເລືອກເຟັ້ນສຳຄັນ ພິເສດຂອງນັກລົງທຶນຕ່າງປະເທດຍ້ອນແງ່ຫວັງເສດຖະກິດທີ່ຕັ້ງໜ້າກວ່າບາງປະເທດໃນພາກພື້ນ. ກຳລັງດຶງດູດຂອງຫວຽດນາມ ສຳລັບບັນດານັກລົງທຶນຕ່າງປະເທດ ກໍ່ຍັງຍ້ອນເຫດຜົນ ຫວຽດນາມ ພວມປັບປຸງສະພາບແວດລ້ອມແຫ່ງການລົງທຶນຢູ່ພາຍໃນປະເທດຢ່າງບໍ່ຢຸດຢັ້ງ. ປີ 2017, ແມ່ນປີທີ 4 ຢ່າງລຽນຕິດທີ່ ຫວຽດນາມ ຜັນຂະຫຍາຍມະຕິເລກທີ 19 ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ດ້ວຍຫຼາຍຈຸດໃໝ່, ແຕກຕ່າງກັນ, ເຊິ່ງເລີ່ມຈາກຄວາມຮຽກຮ້ອງຂອງລັດຖະບານ ແລະ ບັນດາການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ເຂັ້ມແຂງກວ່າຈາກບັນດາທ້ອງຖິ່ນ. ທ່ານ ເຈີນແທງລຽມ, ປະທານຄະນະກຳມະການປະຊາຊົນແຂວງບິ່ງເຢືອງ, ໃຫ້ຮູ້ວ່າ. “ຄະນະກຳມະການປະຊາຊົນແຂວງ ໄດ້ຊີ້ນຳການປະຕິບັດບັນດາມາດຕະການແກ້ໄຂເພື່ອດຶງດູດການລົງທຶນ. ກ່ອນອື່ນໝົດແມ່ນຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຫຼຸດຜ່ອນເວລາ, ລະບຽບການ ແລະ ລາຍຈ່າຍສຳລັບວິສາຫະກິດ. ທີ 2 ແມ່ນສ້າງຄວາມສະໜິດສະໜົມຂອງພະນັກງານ, ພາລະກອນສຳລັບປະຊາຊົນ ແລະ ວິສາຫະກິດ”. ເລື່ອງຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າເສລີ 2 ຝ່າຍ ແລະ ຫຼາຍຝ່າຍ ກໍ່ເຮັດໃຫ້ຫວຽດນາມ ເພີ່ມຄວາມດູດດຶ່ມສຳລັບບັນດານັກລົງທຶນຕ່າງປະເທດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໂດຍຜ່ານການເຄື່ອນໄຫວຂາອອກຂາເຂົ້າຂອງຂົງເຂດ FDI. ລະອຽດແມ່ນ, ໃນ 9 ເດືອນຕົ້ນປີ 2017, ການສົ່ງອອກຂອງຂົງເຂດ FDI ບັນລຸ 110,8 ຕື້ USD, ເພີ່ມຂຶ້ນ 21% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016 ແລະ ກວມເອົາ 71,9% ວົງເງິນສົ່ງອອກຂອງທົ່ວປະເທດ. ການນຳເຂົ້າຂອງຂົງເຂດນີ້ໃນໄລຍະດຽວກັນບັນລຸ 93,2 ຕື້ USD, ເພີ່ມຂຶ້ນ 26,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016 ແລະ ກວມເອົາ 60,3% ວົງເງິນນຳເຂົ້າ. ທ່ານ Michael, ປະທານສະຫະສະມາຄົມວິສາຫະກິດເອີລົບ ປະຈຳຫວຽດນາມ, ຢືນຢັນວ່າ, ສັນຍາການຄ້າເສລີ ອີຢູ - ຫວຽດນາມ ອາດຈະກາຍເປັນສັນຍາພາທາງໃນວິວັດທະນາການເຊື່ອມໂຍງດ້ານການຄ້າທົ່ວໂລກຂອງຫວຽດນາມ ໃນປີນີ້ ແລະ ຊຸມປີຕໍ່ໆໄປ. ສັນຍາກໍ່ແມ່ນໜຶ່ງໃນບັນດາປັດໄຈເພື່ອໃຫ້ຫວຽດນາມ ກາຍເປັນສະຖານທີ່ດຳເນີນທຸລະກິດທີ່ມີແງ່ຫວັງດີທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ສຳລັບບັນດາວິສາຫະກິດເອີລົບ.
TAG
VOV/VOVworld/ເສດຖະກິດ/ເຕີບໂຕ
Related



.jpg)




