VOV WorldVOV World
ການສົ່ງອອກໝາກລິ້ນຈີ່ ໄປຍັງ ໂຮນລັງ - ຜົນສຳເລັດຂອງເຄື່ອງໝາຍໝາກໄມ້ພິເສດຂອງຫວຽດນາມ
23/08/2021 12:42
(VOVWORLD) - ເລື່ອງສົ່ງອອກໝາກລິ້ນຈີ່ ໄປຍັງໂຮນລັງ, ໝາກເສົາແຊເຢັນໄປຍັງ ອົດສະຕາລີຢ່າງສຳເລັດຜົນເປັນການສະແດງໃຫ້ເຫັນວ່າ ທຸກກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ແລະ ວິສາຫະກິດ ພ້ອມກັນເຂົ້າຮ່ວມແມ່ນຈະມີຜະລິດຕະພັນກະເສດຫລາຍປະເພດຂອງຫວຽດນາມສົ່ງອອກໄປຍັງຕະຫລາດຕ່າງປະເທດຫລາຍແຫ່ງ ດ້ວຍມູນຄ່າສູງ ນຳມາເຊິ່ງແຫລ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.
ໂຄສະນາສົດຂອງຫວຽດນາມ ມາເຖິງຊາວໂຮນລັງ ເມື່ອວັນທີ19/6 ພາຍຫລັງ ງວດໝາກເສົາແຊເຢັນ 22ໂຕນຂອງຫວຽດນາມ ສົ່ງອອກໄປຍັງ ອົດສະຕາລີ ໄດ້ນຳມາເຊິ່ງມູນຄ່າວົງເງິນການສົ່ງອ ໝາກລິ້ນຈີ່ ອກໃຫ້ປະເທດຊາດຂຶ້ນເຖິງ 390.000 AUD, ມີວິສາຫະກິດ ໂຮນລັງ ແຫ່ງຫນຶ່ງ ໄດ້ຈ່າຍຈຳນວນເງິນ 1 ຕື້ດົ່ງ ເພື່ອທົດລອງຊື້ເອົາໝາກລິ້ນຈີ່ສົດ 6 ໂຕນສົ່ງໄປຍັງ ເອີລົບ ດ້ວຍຕູ້ຄອນເທນເນີ ໃນເວລາ 5 ສັບປະດາ ຜ່ານທາງທະເລ ແລະ ງວດໝາກໄມ້ນີ້ໄດ້ໄປຮອດໂຮນລັງໃນວັນທີ 2 ສິງຫາ. ຢູ່ ຕະຫລາດ ໂຮນລັງ, ໝາກລິ້ນຈີ່ສົດ ຂອງຫວຽດນາມ ໄດ້ວາງຂາຍໃຫ້ລູກຄ້າດ້ວຍລາຄາ 18 Euro/kg. ງວດໝາກລິ້ນຈີ່ ແທງຮ່າ (ຫາຍເຢືອງ)  ໄດ້ລົງເດີ່ນສະຫນາມບິນ Schipolໂຮນລັງ ເມື່ອເດືອນມິຖຸນາ ດ້ວຍຄາດໝາຍຢາກແຈກຢາຍໃຫ້ບັນດາຮ້ານຊັບພະສິນຄ້າ ອາຊີ ຢູ່ ໂຮນລັງ, ຝລັ່ງ, ເຢຍລະມັນ. ສ່ວນງວດໝາກລິ້ນຈີ່ ລຸກງ້ານ 6 ໂຕນ ຈາກທ່າກຳປັ່ນຫາຍຟ່ອງ ໄປຍັງທ່າກຳປັ່ນ Rotterdam ກໍ່ໄດ້ຮັບຄວາມນິຍົມຈາກລູກຄ້າ ຍ້ອນລົດຊາດຫອມ, ຫວານ. ທ່ານນາງ ຫວໍທິງອກດຽບ, ທູດການຄ້າຫວຽດນາມ ຢູ່ ໂຮນລັງ ໃຫ້ຮູ້ວ່າ: “ຮູ້ສຶກເອກອ້າງທະນົງໃຈ ແລະ ປິຕິຊົມຊື່ນຢ່າງແທ້ຈິງ ເພາະວ່ານີ້ເປັນຄັ້ງທຳອິດທີີ່ມີຕູ້ຄອນເທນເນີໝາກລິ້ນຈີ່ສົດໄດ້ສົ່ງມາຮອດ ເອີລົບ. ນີ້ແມ່ນຂີດໝາຍສຳຄັນເພື່ອໃຫ້ໄລຍະຕໍ່ໄປຂອງບັນດາວິສາຫະກິດ ຫວຽດນາມ ລົງທຶນຢ່າງເປັນລະບົບກວ່າ ແລະ ເປີດອະນາຄົດອັນສົດໃສນັ້ນແມ່ນສົ່ງອອກໝາກໄມ້ສົດເຂົ້າຕະຫລາດ ເອີລົບ ແບບຍືນຍົງ ” ໝາກລິ້ນຈີ່ ແທງຮ່າ ( ພາບ: vnexpress.net ) ກ່ອນທີ່ສົ່ງອອກໄປຍັງຕະຫລາດໂຮນລັງ,  ໝາກລິ້ນຈີ່ ຂອງຫວຽດນາມ ທີ່ຕິດກາໝາຍແຈ້ງຕົ້ນກຳເນີດກໍ່ໄດ້ສົ່ງອອກໄປຍັງ ຝລັ່ງ ຢ່າງເປັນທາງການ ດ້ວຍລາຄາຂາຍໃຫ້ລູກຄ້າແມ່ນ ກວ່າ 500.000 ດົ່ງ/ກິໂລກຼາມ. ຕາມທ່ານ ຫວູບາຝູ, ຫົວຫນ້າກົມສົ່ງເສີມການຄ້າ ແລ້ວ, ບັນດາເຂດປູກຜະລິດຕະພັນກະເສດສົ່ງອອກ ປະຈຸບັນ ຢາກໃຫ້ບັນດາຂະແຫນງການອອກຫນັງສືອະນຸຍາດປູກຕາມມາດຖານ GlobalGAP, VietGAP ແລະ ໄດ້ຮັບລະຫັດເຂດປູກຜະລິດຕະພັນສົ່ງອອກ.
TAG
VOV/VOVworld/ສົ່ງເສີມການຄ້າ/ໝາກລິ້ນຈີ່

More