VOV WorldVOV World
ກໍ່ສ້າງສູນການເງິນທີ່ມີສີສັນຂອງ ຫວຽດນາມ
08/04/2025 09:27
(VOVWORLD) - ຫວຽດນາມ ພວມຜັນຂະຫຍາຍບັນດາບາດກ້າວທຳອິດ ເພ່ືອກໍ່ສ້າງສູນການເງິນສາກົນຢ່າງຮອບດ້ານຢູ່ ນະຄອນ ໂຮ່ຈິມິນ ແລະ ສູນການເງິນເຂດຢູ່ ດ່າຫນັງ. ໂດຍກຳນົດວ່າ ນີ້ແມ່ນວິວັດທະນາການຍາວນານ, ມີຄວາມໝາຍສຳຄັນພິເສດໃນການຊຸກຍູ້ການເຕີບໂຕເສດຖະກິດໃນສັງກາດໃຫມ່, ຫວຽດນາມ ໄດ້ ແລະ ພວມເລີ່ມມີບາດກ້າວເດີນຢ່າງລະມັດລະວັງ ດ້ວຍເປົ້າໝາຍກໍ່ສ້າງຮູບແບບສູນການເງິນທີ່ມີສີສັນສະເພາະຂອງຫວຽດນາມ ແລະ ພັດທະນາແບບຍືນຍົງ.
ກໍ່ສ້າງສູນການເງິນທີ່ມີສີສັນຂອງ ຫວຽດນາມ
ການກໍ່ສ້າງສູນການເງິນສາກົນແມ່ນບາດກ້າວເດີນສຳຄັນເພື່ອຍົກທີ່ຕັ້ງບົດບາດຂອງ ຫວຽດນາມ. (ພາບປະກອບ:VOV) ບົນຈິດໃຈບໍ່ຮ້ອນເຮັ່ງ ແຕ່ບໍ່ໃຫ້ພາດໂອກາດ, ຫວຽດນາມ ໄດ້ກໍ່ສ້າງວິວັດການຜັນຂະຫຍາຍກໍ່ສ້າງສູນການເງິນ ດ້ວຍ 8 ໝວດນະໂຍບາຍ. ໂດຍອີງໃສ່ແຜນດັ່ງກ່າວ, ລັດຖະບານ ໄດ້ປະກາດໃຊ້ແຜນການດຳເນີນງານ ດ້ວຍ 49 ໝວດຫນ້າທີ່, ມາດຕະການລະອຽດໃຫ້ແກ່ບັນດາກະຊວງ, ຂະແຫນງການ ແລະ ບັນດາທ້ອງຖິ່ນ, ສ້າງກອບນິຕິກຳ ເພື່ອແນໃສ່ຫັນບັນດາເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ. ຫວຽດນາມ ກໍ່ໄດ້ສ້າງຕັ້ງຄະນະຊີ້ນຳກ່ຽວກັບສູນການເງິນພາກພື້ນ ແລະ ສາກົນ ຢູ່ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີແມ່ນຫົວຫນ້າຄະນະຊີ້ນຳ. ບັນດານະຄອນຄື  ໂຮ່ຈິມິນ ແລະ ດ່າຫນັງ ກໍ່ພວມຕັ້ງຫນ້າກະກຽມແຫລ່ງກຳລັງ, ຊຸກຍູ້ການເຮັດວຽກກັບບັນດານັກລົງທຶນ, ອົງການການເງິນໃຫຍ່, ມີຄວາມສາມາດບົ່ມຊ້ອນເພື່່ອທາບທາມຄຳເຫັນນະໂຍບາຍ ກໍ່ຄືຮຽກຮ້ອງການລົງທຶນ. ທ່ານ ຫງວຽນວັນເດືອກ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ:  “ນະຄອນ ໂຮ່ຈິມິນ ປາດຖະຫນາຢາກໃຫ້ບັນດານັກຊ່ຽວຊານ, ນັກວິທະຍາສາດ, ບັນດາອົງການສາກົນ, ອົງການໃຫ້ຄຳປຶກສາ, ອົງການການເງິນ, ວິສາຫະກິດ ຮ່ວມເດີນທາງໃນວິວັດການກໍ່ສ້າງ ແລະ ພັດທະນາສູນການເງິນ. ສະເຫນີບັນດານະໂຍບາຍໂດຍອີງໃສ່ບົດຮຽນປະສົບການຂອງບັນດາສູນການເງິນທີ່ໄດ້ປະສົບຜົນສຳເລັດໃນໂລກ, ຫນູນຊ່ວຍແຫລ່ງກຳລັງ ແລະ ເຊື່ອມຕໍ່ບັນດານັກລົງທຶນໃຫຍ່, ມີຄວາມສາມາດບົ່ມຊ້ອນ, ເຂົ້າຮ່ວມ”.  ທ່ານ ຫງວຽນວັນເດືອກ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມິນ. (ພາບ:Nguyễn Phan/ nld.com.vn )           ໃນຂະນະນັ້ນ ນະຄອນ ດ່າຫນັງ ກໍ່ເພີ່ມທະວີການທາບທາມຄຳເຫັນ, ຄຳປຶກສາຈາກບັນດາຮູບແບບສູນການເງິນສາກົນທີ່ໄດ້ປະສົບຜົນສຳເລັດໃນໂລກຄື: ສູນການເງິນສາກົນ ດູບາຍ. ທ່ານ ໂຮ່ກີ່ມິງ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນ ນະຄອນ ດ່າຫນັງ ໃຫ້ຮູ້ວ່າ: “ຜ່ານການແລກປ່ຽນ, ແບ່ງປັນກັບບັນດາຄູ່ຮ່ວມມື, ເພື່ອຊອກຫາບັນດາການກຳນົດທິດພັດທະນາບັນດາການບໍລິການການເງິນໃນສູນການເງິນສາກົນ ດ່າຫນັງ ໃນໄລຍະຈະມາເຖິງ, ຄື ບັນດາການບໍລິການກ່ຽວຂ້ອງເຖິງການເງິນສີຂຽວ, ທະນາຄານດິຈິຕອນ, Fintech, ຊັບສິນດິຈິຕອນ. ຄາດວ່າ ນີ້ແມ່ນບັນດາຂົງເຂດຈະສ້າງບາດກ້າວບຸກທະລຸໃນການພັດທະນາຂອງນະຄອນ ໃນໄລຍະຈະມາເຖິງ”.           ເລ່ືອງສ້າງບັນດາຂໍ້ກຳນົດກົດລະບຽບຢ່າງຈະແຈ້ງ, ໂປ່ງໃສ ຈະສ້າງສະພາບແວດລ້ອມດ້ານນິຕິກຳເປັນປົກກະຕິ, ສົ່ງເສີມບັນດານັກລົງທຶນ, ວິສາຫະກິດສາກົນເຂົ້າຮ່ວມ. ຈາກແງ່ມູມບໍລິສັດກວດສອບໃຫ້ຄຳປຶກສາການເງິນທົ່ວໂລກ, ທ່ານ Warrick Cleine, ຜູ້ອຳນວຍການໃຫຍ່ KPMG ຫວຽດນາມ ຖືວ່າ: “ ສຳລັບສູນການເງິນ, ພວກຂ້າພະເຈົ້າ ຕ້ອງໝູນໃຊ້ບັນດາມາດຖານ ຂອງບົດລາຍງານການເງິນ ບໍ່ພຽງແຕ່ກຳນົດໃນຂອບເຂດປະຈຸບັນຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງຕ້ອງສອດຄ່ອງກັບມາດຖານສາກົນອີກດ້ວຍ. ພວກຂ້າພະເຈົ້າ ຕີລາຄາສູງເລື່ອງ ຫວຽດນາມ ໄດ້ສ້າງມາດຖານບົດລາຍງານການເງິນສາກົນ (IFRS ) ດ້ວຍບັນດາບຸລິມະສິດ ແລະ ນີ້ແມ່ນປັດໄຈສຳຄັນໃນການພັດທະນາຂອງ IFC ແລະ ທັງໝົດບັນດາຝ່າຍທີ່ເຂົ້າຮ່ວມໃນນັ້ນ”. ສູນການເງິນສາກົນ ສວມບົດບາດສຳຄັນຄືດັ່ງຂົວຕໍ່ໃນຂະແຫນງການເງິນ. ນີ້ແມ່ນຊ່ອງລະດົມທຶນເພື່ອຫນູນຊ່ວຍວິສາຫະກິດພັດທະນາ, ກໍ່ແມ່ນວິທີເພື່ອແກ້ໄຂບັນດາຊ່ອງການຄ້າ, ພິເສດ ແມ່ນການສົ່ງອອກກໍ່ຄືເງິນລົງທຶນ. ສະນັ້ນ ການສ້າງລະບົບຂໍ້ກຳນົດຮອບດ້ານ ບໍ່ພຽງແຕ່ສຸມໃສ່ເຂົ້າໃນຂົງເຂດການເງິນທຳມະດາເທົ່ານັ້ນ ຫາກຕ້ອງໃນຂອບເຂດອັນກວ້າງໃຫຍ່ກວ່າ. ສິ່ງນີ້ ຫວຽດນາມ ໄດ້ກຳນົດຢ່າງຈະແຈ້ງແລ້ວ.          ທີ່ການເຮັດວຽກໃນວັນທີ 3 ເມສາ ຂອງ ຄະນະຊີ້ນຳກ່ຽວກັບສູນການເງິນສາກົນ ຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນ ການກໍ່ສ້າງບັນດາສູນການເງິນ ແມ່ນບັນຫາຍາກ ແລະ ໃຫມ່ອ່ຽມສຳລັບ ຫວຽດນາມ. ສະນັ້ນ ຕ້ອງສືບຕໍ່ປັບປຸງສຳເລັດບັນດາເອກະສານ, ແຜນຮ່າງ, ກະກຽມຢ່າງລອບຄອບຖີ່ຖ້ວນ. ໃນນັ້ນ ບັນດານະໂຍບາຍຍົກອອກມາຕ້ອງເດັ່ນກວ່າ, ທັນສະໄຫມ, ມີກຳລັງແກ້ງແຍ່ງ, ສອດຄ່ອງກັບສະພາບການ, ເງື່ອນໄຂພັດທະນາຂອງ ຫວຽດນາມ, ສອດຄ່ອງກັບບັນດາທ່າໄດ້ປຽບທີ່ມີຢູ່ແລ້ວຂອງຫວຽດນາມ. ຫວຽດນາມ ຈະເປີດປະຕູຢ່າງແຮງຂົງເຂດການເງິນ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາອົງການການເງິນສາກົນເຄື່ອນໄຫວຢ່າງມີປະສິດທິຜົນ, ໂປ່ງໃສ, ຍຸຕິທຳ, ສອດຄ່ອງກັບທຳນຽມສາກົນ. ເລື່ອງສ້າງສູນການເງິນພາກພື້ນ ແລະ ສາກົນ ຢູ່ ຫວຽດນາມ ແມ່ນບາດກ້າວເດີນຍຸດທະສາດ ເພື່ອຍົກສູງກຳລັງຄວາມສາມາດແກ້ງແຍ່ງຂອງພື້ນຖານເສດຖະກິດ.  
TAG
VOV/VOVworld/ສູນການເງິນສາກົນ/ຊ່ອງລະດົມທຶນ/ຄະນະຊີ້ນຳ

More