ລ້າງເຊີນ ໝູນໃຊ້ການຫັນເປັນດີຈີຕອນ, ກໍ່ສ້າງ “ດ່ານຊາຍແດນອັດສະລິຍະ” ເພື່ອຊຸກຍູ້ເສດຖະກິດເຂດຊາຍແດນ
23/08/2023 09:51
(VOVWORLD) -ໃນຂອບເຂດການຢ້ຽມຢາມຈີນ ແລະ ເຮັດວຽກຢູ່ຈີນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນເດືອນມິຖຸນາປີນີ້, ແຂວງ ລ້າງເຊີນ ໄດ້ລົງນາມໃນຂໍ້ຕົກລົງແມ່ ກັບແຂວງ ກວາງສີ ຂອງຈີນ ກ່ຽວກັບການທົດລອງກໍ່ສ້າງດ່ານຊາຍແດນອັດສະລິຍະ. ນີ້ແມ່ນເງື່ອນໄຂສຳຄັນເພື່ອຊຸກຍູ້ເສດຖະກິດຊາຍແດນລະຫວ່າງ ຫວຽດນາມ - ຈີນ, ເພີ່ມທະວີການເຮັດລະບຽບການດ້ານພາສີຜ່ານແດນສຳລັບສິນຄ້າ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມລວມ.

ຕາມເນື້ອໃນຈິດໃຈຂອງຂໍ້ຕົກລົງແມ່ທີ່ໄດ້ຮັບການລົງນາມແລ້ວນັ້ນ, ດ່ານຊາຍແດນອັດສະລິຍະແມ່ນໄດ້ທົດລອງຢູ່ດ່ານຊາຍແດນສາກົນ ຫືວງີ້ (ຫວຽດນາມ) - ຢຽວຢີ່ກວານ (ຈີນ), ດ່ານຊາຍແດນເຕີນແທ່ງ (ຫວຽດນາມ) - ຝູ່ຊ່າຍ (ຈີນ). ເພື່ອກະກຽມໃຫ້ແກ່ຂໍ້ຕົກລົງນີ້, ແຂວງ ລ້າງເຊີນ ໄດ້ກະກຽມກ່ອນກຳນົດ, ໃນນັ້ນ ພື້ນຖານດ່ານຊາຍແດນດີຈີຕອນໄດ້ຮັບການກໍ່ສ້າງ ແລະ ທົດລອງແຕ່ເດືອນມັງກອນ ປີ 2022. ທ່ານ ໂຮ່ຕຽນທ້ຽວ, ປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນຳການຫັນເປັນດິຈີຕອນແຂວງ ລ້າງເຊີນ ໃຫ້ຮູ້ວ່າ: ດ່ານຊາຍແດນອັດສະລິຍະແມ່ນໄດ້ທົດລອງຢູ່ດ່ານຊາຍແດນສາກົນ ຫືວງີ້ . ພາບ:VOV “ ການ ຜັນ ຂະຫຍາຍ ບັນດາ ດ່ານ ຊາຍ ແດນ ດີ ຈີ ຕອນ ແມ່ນ ຮູບ ແບບ ໃໝ່ , ໄດ້ທົດ ລອງ ຢູ່ ລ້າງ ເຊີນ ແລະ ຄາດ ວ່າ ຈະ ໄດ້ ຮັບ ການ ຜັນ ຂະຫຍາຍ ໃນ ທົ່ວ ປະ ເທດ . ເພື່ອ ໃຫ້ ມີ ພື້ນ ຖານ ດ່ານ ຊາຍ ແດນ ດີ ຈີ ຕອນ ຢ່າງ ສົມ ບູນ , ກະຊວງ ຖະ ແຫຼ ງຂ່າວ ແລະ ສື່ສານ ແລະ ຄະນະ ກຳມະການ ແຫ່ງ ຊາດ ກ່ຽວ ກັບ ການ ຫັນ ເປັນ ດີຈີ ຕອນ ໄດ້ ຊີ້ ນຳ ຄົ້ນຄວ້າ ແລະ ກຳນົດ ບັນດາ ເນື້ອ ໃນ ພື້ນຖານ ຂອງ ດ່ານ ຊາຍ ແດນ ດີ ຈີ ຕອນ , ບົນ ພື້ນຖານ ນັ້ນ ຈະ ສ້າງ ໃຫ້ ສຳ ເລັດ ເພື່ອ ຕອບ ສະ ຫນອງຄວາມ ຮຽກຮ້ອງ ຕ້ອງການ ຂອງ ການ ຄຸ້ມ ຄອງ , ວຽກງານ ວິ ຊາ ສະ ເພາະຂອງ ກຳລັງ ທີ່ ມີ ໜ້າ ທີ່ ພ້ອມ ທັງ ແກ້ ໄຂ ໄດ້ ຄວາມ ກົມ ກຽວດ້ານຜົນ ປະ ໂຫຍ ດຂອງ ພາກສ່ວນ ທີ່ ກ່ຽວຂ້ອງ ” . ລ້າງເຊີນ ແມ່ນແຂວງທຳອິດໃນທົ່ວປະເທດທີ່ນຳໃຊ້ເຕັກໂນໂລຊີດີຈີຕອນໃນການຄຸ້ມຄອງການເຄື່ອນໄຫວດ່ານຊາຍແດນ. ຮູບແບບດ່ານຊາຍແດນດິີຈີຕອນ ລ້າງເຊີນ ໄດ້ຮັບການຕີລາຄາສູງຈາກວິສາຫະກິດ, ທ່ານ ຟ້າມຕວນຮ່ວາງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ຫືວງີ້ ຊວນເກືອງ ໃຫ້ຮູ້ວ່າ: “ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຫັນເປັນດີຈີຕອນໃນໄລຍະຈະມາເຖິງ , ພວກຂ້າພະເຈົ້າປາດຖະຫນາຢາກເຊື່ອມຕໍ່ກັບຊອບແວຂອງບັນດາອົງການຄຸ້ມຄອງແຫ່ງລັດ , ເຊັ່ນ : ຊອບແວດ່ານຊາຍແດນດີຈີຕອນແຂວງ ລ້າງເຊີນ , ຊອບແວຂອງຂະແໜງພາສີ ແລະ ທະຫານປ້ອງກັນຊາຍແດນ … ເພື່ອແລກປ່ຽນຂໍ້ມູນກ່ຽວກັບເຕັກໂນໂລຊີ , ສິນຄ້າ , ຍານພາຫະນະຢ່າງວ່ອງໄວ ແລະ ສະດວກກວ່າ , ແທນທີ່ຈະວິທີເຮັດແບບດັ້ງເດີມ , ເຮັດດ້ວຍມື ". ການຫັນເປັນດິຈີຕອນ ຢູ່ ເຂດດ່ານຊາຍແດນ ລ້າງເຊີນ ພວມສ້າງເປັນແບບຢ່າງກ່ຽວກັບດ່ານຊາຍແດນໃນທົ່ວປະເທດ. ພາບ:VOV ທ່ານ ຫງວຽນແອງຕ່າຍ, ຮອງຫົວໜ້າກົມພາສີແຂວງ ລ້າງເຊີນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ເມື່ອພື້ນຖານດ່ານຊາຍແດນດີຈີຕອນໄດ້ນຳໃຊ້ຢ່າງເປັນທາງການ, ບັນດາບັນຫາກ່ຽວກັບການຄຸ້ມຄອງລະບົບ ແລະ ການຄຸ້ມຄອງຖານຂໍ້ມູນໃນພື້ນຖານດ່ານຊາຍແດນດີຈີຕອນ ຈະໄດ້ຮັບການຮັບປະກັນ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຊື່ງລັດໄດ້ວາງອອກ”. “ ພວກ ເຮົາ ຈະ ສືບ ຕໍ່ ກວດກາ , ກໍ່ ສ້າງ ແລະ ລາຍ ງານ ໃຫ້ ບັນດາ ອົງການ ທີ່ ກ່ຽວຂ້ອງ ເພື່ອ ຫັນ ເປັນ ດີ ຈີ ຕອນ ຢ່າງ ເປັນ ທາງ ການ . ດ່ານ ພາສີ ລ້າງ ເຊີນ ຈະສືບ ຕໍ່ ຝຶກ ອົບຮົມ ຖັນ ແຖວພະນັກງານ , ສັບ ຊ້ອນຈັດ ຕັ້ງ ລະບົບ ຕ່ອງ ໂສ້ ວິ ຊາ ສະ ເພາະ ເພື່ອ ເຮັດ ແນວ ໃດ ໃຫ້ ທັງ ເຄື່ອນ ໄຫວ ລະບົບ ພາສີ ອັດ ສະ ລິ ຍະ ທັງເຄື່ອນ ໄຫວ ພື້ນ ຖານ ດ່ານ ຊາຍ ແດນ ດີຈີ ຕອນ , ຊ່ວຍ ໃຫ້ ສອງ ລະບົບ ນີ້ ຫ ນູນ ຊ່ວຍ ເຊິ່ງກັນ ແລະ ກັນ , ເຮັດ ໃຫ້ການ ປະຕິບັດ ງານ ຂອງ ດ່ານ ພາສີ ມີ ຄວາມ ໂປ່ ງ ໃສ ແລະ ຈະ ແຈ້ງ ກວ່າ ” . ວຽກຜັນຂະຫຍາຍການທົດລອງການຫັນເປັນດີຈີຕອນເຂດດ່ານຊາຍແດນຂອງ ລ້າງເຊີນ ພວມຄ່ອຍໆໄດ້ສ້າງເປັນຮູບແບບ ຕົວຢ່າງກ່ຽວກັບດ່ານຊາຍແດນດີຈີຕອນໃນທົ່ວປະເທດ, ປະກອບສ່ວນສ້າງເປັນລະບົບດ່ານຊາຍແດນດີຈີຕອນແຫ່ງຊາດ, ຮັບໃຊ້ໃຫ້ແກ່ວຽກງານຄຸ້ມຄອງແຫ່ງລັດຂອງລັດຖະບານ ແລະ ບັນດາທ້ອງຖິ່ນໃນການຕ້ານປະກົດການຫຍໍ້ທໍ້, ຮັບໃຊ້ໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ດ້ວຍຈຸດສຸມແມ່ນເປັນພື້ນຖານດ່ານຊາຍແດນດີຈີຕອນ, ໃນໄລຍະຈະມາເຖິງແມ່ນເປັນດ່ານຊາຍແດນອັດສະລິຍະ, ລ້າງເຊີນ ຈະເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງຕົນໃນດ້ານເສດຖະກິດດ່ານຊາຍແດນໄດ້ຢ່າງສູງສຸດ, ຜ່ານນັ້ນ ກໍປະກອບສ່ວນຫັນເຂດດ່ານຊາຍແດນເປັນທັນສະໄໝ, ຍູ້ແຮງການສົ່ງອອກສິນຄ້າ ຫວຽດນາມ ໄປຍັງ ຈີນ ກໍ່ຄືນຳເຂົ້າສິນຄ້າທີ່ຈຳເປັນຈາກປະເທດເພື່ອນ ເພື່ອຮັບໃຊ້ໃຫ້ແກ່ການຜະລິດ ແລະ ການດຳລົງຊີວິດ, ຍົກສູງກຳລັງແກ່ງແຍ້ງຂອງສິນຄ້າ ຫວຽດນາມ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຂອງປະເທດຊາດ.
TAG
VOV/VOVworld/ຫັນເປັນດີຈີຕອນ/ດ່ານຊາຍແດນ
Related



.jpg)




