ນະຄອນ ຫາຍຟ່ອງ ບັນລຸໝາກຜົນດີໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ FDI
11/07/2023 09:10
(VOVWORLD) -ໃນ 6 ເດືອນຕົ້ນປີ, ນະຄອນ ຫາຍຟ່ອງ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ເກືອບ 2 ຕື້ USD, ບັນລຸ 99% ຂອງແຜນການທັງປີ; ໃນນັ້ນ, ສະເພາະການດຶງດູດເງິນລົງທຶນຢູ່ບັນດາເຂດອຸດສາຫະກຳ, ເຂດເສດຖະກິດ ຄາດວ່າ ແມ່ນປະມານ 1,9 ຕື້ USD. ນີ້ແມ່ນໝາກຜົນຂອງຍຸດທະສາດໂດຍມີແບບມີແຜນ, ເປັນເຈົ້າການໃນການຊຸກຍູ້ການລົງທຶນ, ປ່ຽນໃຫມ່ ແລະ ເພີ່ມທະວີກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ, ຫັນບັນດາສິ່ງທ້າທາຍເປັນກາລະໂອກາດ.

ພິທີມອບໃບຢັ້ງຢືນອະນຸຍາດການລົງທຶນໃຫ້ບໍລິສັດ LG Innotek VietNam. ພາບ. VOV ໃນກາງເດືອນມິຖຸນາ ຜ່ານມາ, ນະຄອນໄດ້ຈັດບັນດາກິດຈະກຳສົ່ງເສີມການລົງທຶນຢູ່ ສ.ເກົາຫຼີ ແລະ ຍີ່ປຸ່ນ. ໃນໄລຍະດຳເນີນການເຄື່ອນໄຫວຄັ້ງນີ້, ຜູ້ຕາງໜ້າການນຳ ນະຄອນ ຫາຍຟ່ອງ ໄດ້ມອບໃບຢັ້ງຢືນຈົດທະບຽນການລົງທຶນໃຫ້ແກ່ບັນດາໂຄງການໃໝ່ ແລະ ດັດປັບການເພີ່ມທຶນຂອງບັນດານັກລົງທຶນ ສ.ເກົາຫຼີ ດ້ວຍຍອດຈຳນວນເງິນລົງທຶນ 230 ລ້ານ USD. ພິເສດ, ນະຄອນ ຫາຍຟ່ອງ ແລະ ບັນດານັກລົງທຶນ ແລະ ວິສາຫະກິດ ສ.ເກົາຫຼີ ກໍ່ໄດ້ລົງນາມໃນສັນຍາຮ່ວມມື ດ້ວຍຍອດຈຳນວນເງິນລົງທຶນເຖິງ 1,5 ຕື້ USD; ໃນນັ້ນມີບົດບັນທຶກຄວາມເຂົ້າໃຈກັບກຸ່ມບໍລິສັດ LG Innotek ສ.ເກົາຫລີ. ພາຍຫຼັງການໄປປະຕິບັດງານດັ່ງກ່າວ, ຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ ໄດ້ສຳເລັດການອອກໃບຢັ້ງຢືນຈົດທະບຽນການລົງທຶນ ດັດປັບການເພີ່ມທຶນໃຫ້ບໍລິສັດ LG Innotek ຫວຽດນາມ ຈຳກັດ ຢູ່ນະຄອນ ຫາຍຟ່ອງ ດ້ວຍຍອດຈຳນວນເງິນລົງທຶນ 1 ຕື້ USD, ພຽງ 3 ວັນພາຍຫຼັງໄດ້ຮັບຄຳສະເຫນີຈາກເຈົ້າຂອງລົງທຶນ. ໂຄງການເພີ່ມທຶນຂອງ LG Innotek ໄດ້ເຮັດໃຫ້ຍອດຈຳນວນທຶນ FDI ຂອງນະຄອນ ຫາຍຟ່ອງ ໃນ 6 ເດືອນຕົ້ນປີນີ້ຂຶ້ນເຖິງເກືອບ 2 ຕື້ USD (ບັນລຸ 99% ຂອງແຜນການປີ). ທ່ານ Cho Ji Tea, ຮອງປະທານກຸ່ມ LG Innotek ສ.ເກົາຫຼີ ກ່າວວ່າ: “ ຂ້າພະເຈົ້າເປັນຜູ້ອໍານວຍການໃຫຍ່ຜູ້ທຳອິດຂອງ LG Innotek ຫວຽດນາມ ໄລຍະ 2017-2020, ໃນໄລຍະເຮັດ ວຽກ ຢູ່ ທີ່ນີ້ , ພວກຂ້າ ພະ ເຈົ້າຍາມໃດກໍ່ໄດ້ຮັບການໜູນ ຊ່ວຍຈາກບັນດາການນຳ , ພະ ແນກ , ຂະ ແຫນງການຂອງນະຄອນ ຫາຍຟ່ອງ . ໃນ ໄລຍະ ຜ່ານ ມາ , LG Innotek ໄດ້ ພັດທະນາ ຢ່າງ ໝັ້ນຄົງ ແລະ ບັນລຸ ໄດ້ ບັນດາ ໝາກຜົນ ຫຼາຍ ຢ່າງ ຢູ່ ນະ ຄອນ ຫາຍ ຟ່ອງ ດ້ວຍ 2 ໂຮງງານ ເຄື່ອນ ໄຫວ ຢ່າງ ມີ ປະສິດທິ ຜົນ . ພວກ ຂ້າ ພະ ເຈົ້າຫວັງວ່າຈະສືບຕໍ່ໄດ້ຮັບການໜູນຊ່ວຍ ແລະ ອໍານວຍຄວາມສະດວກຈາກນະຄອນຫາຍຟ່ອງ ເພື່ອໃຫ້ໂຮງງານແຫ່ງທີ 3 ຂອງພວກຂ້າ ພະ ເຈົ້າຈະສໍາເລັດໃນໄວໆນີ້ ແລະ ສືບຕໍ່ພັດທະນາ ຢູ່ ນະ ຄອນ ” . ທ່ານ Chen Chi Liang, ຜູ້ອຳນວຍການໃຫຍ່ ບໍລິສັດ Pegatron Viet Nam ຈຳກັດ (ໄຕ້ຫວັນ, ຈີນ) ໃຫ້ຮູ້ວ່າ: ພາຍຫລັງໄປສຳຫລວດຫລາຍແຫ່ງແລ້ວ, ວິສາຫະກິດ ໄດ້ຕົກລົງເລືອກເຟັ້ນເຂດອຸດສາຫະກຳ DEEP C ຫາຍຟ່ອງ ເພື່ອລົງທຶນກໍ່ສ້າງໂຮງງານທີ 14 ໃນທົ່ວໂລກ. “ ພວກ ຂ້າພະ ເຈົ້າ ໄດ້ ຮັບ ການ ໜູນ ຊ່ວຍ ຫຼາຍ ຢ່າງ ຈາກ ຄະ ນະ ຄຸ້ມ ຄອງເຂດ ເສດຖະກິດ ຫາຍ ຟ່ອງ . ໃນເວລາສັ້ນໆ , ພວກ ຂ້າ ພະ ເຈົ້າ ໄດ້ກໍ່ສ້າງໂຮງງານ ສຳ ເລັດ ແລະ ນຳ ເຂົ້າ ໃຊ້ ການ . ປະຈຸ ບັນ , ພວກ ຂ້າພະ ເຈົ້າ ພວມ ວາງ ແຜນການ ສືບ ຕໍ່ ເປີດກວ້າງການ ລົງທຶນ ຢູ່ ແຂວງ ຫາຍ ຟ່ອງ . ບາງລູກຄ້າ ຢູ່ ເອີຣົບ ແລະ ອາເມລິກາ ໄດ້ມາປຶກສາຫາລືການຮ່ວມມືກັບພວກຂ້າ ພະ ເຈົ້າ ; ເຂົາເຈົ້າມີຄວາມສົນໃຈຫຼາຍຕໍ່ລະບົບການສະຫນອງເອເລັກໂຕຣນິກ ແລະ ຮ່ວມມືເພື່ອ ພ້ອມ ກັນພັດທະນາ ” . ນັບແຕ່ນີ້ຮອດປີ 2025, ຫາຍຟ່ອງ ຈະກໍ່ສ້າງ ແລະ ສ້າງສຳເລັດເຂດອຸດສາຫະກຳອີກ 15 ແຫ່ງ, ກຽມພ້ອມທີ່ຈະຕ້ອນຮັບນັກລົງທຶນ. ພ້ອມກັນນັ້ນ, ນະຄອນກໍ່ພວມມີການປ່ຽນໃຫມ່ ແລະ ພັດທະນາກຳລັງແຮງພາຍໃນຢ່າງບໍ່ຢຸດຢັ້ງ ດ້ວຍການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ປະຕິບັດບັນດາມາດຕະການແກ້ໄຂຢ່າງຄົບຊຸດເພື່ອດຶງດູດແຫຼ່ງກຳລັງແຮງງານ, ພິເສດແມ່ນຄົນງານທີ່ມີຄຸນນະພາບສູງ. ຕາມທ່ານ ເລຈູງກຽນ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ ແລ້ວ, ການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດແມ່ນໜຶ່ງໃນບັນດາບຸລິມະສິດຂອງນະຄອນເພື່ອດຶງດູດນັກລົງທຶນ: "ຫາຍ ຟ່ອງ ພວມ ສ້າງ ຫຼາຍ ກົນ ໄກ ແລະ ນະ ໂຍບາຍ ເພື່ອດຶງ ດູດ ແລະ ຮັກສາ ຄົນ ງານ . ໄລ ຍະ ຈະ ມາ ເຖິງ , ນະຄອນ ຈະ ມີ ນະ ໂຍບາຍ ໜູນ ຊ່ວຍ ຜູ້ ອອກ ແຮງ ງານ ຊື້ ເຮືອນ ຢູ່ ສັງຄົມ . ຫາຍ ຟ່ອງ ຍັງ ມີ ນະ ໂຍບາຍ ຍົກ ເວັ້ນ ຄ່າຮຽນ ໃຫ້ ແກ່ ນັກຮຽນ ທີ່ ເປັນ ລູກ ຫຼານ ຂອງ ຄົນ ງານ ຈາກ ແຂວງ ຕ່າງໆ ທີ່ ມາ ເຮັດ ວຽກຢູ່ ທີ່ນີ້ ແລະ ສ້າງ ຄອບ ຄົວ . ມີ ຫຼາຍ ກົນ ໄກ ແລະ ນະ ໂຍບາຍ ໂຮມ ເຂົ້າ ກັນ ເພື່ອສ້າງ ລະບົບ ນິ ເວດ ໃຫ້ ແກ່ ຜູ້ ອອກ ແຮງ ງານ ” . ການນຳຫາຍຟ່ອງ ຢັ້ງຢືນ: ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ. ພາບ:VOV ການນຳນະຄອນ ຫາຍຟ່ອງ ກຳນົດວ່າ: ໜຶ່ງໃນບັນດາໜ້າທີ່ຕົ້ນຕໍ ແລະ ວິທີແກ້ໄຂເພື່ອພັດທະນາເສດຖະກິດແມ່ນເປັນເຈົ້າການໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໂດຍມີການຄັດເລືອກ, ສອດຄ່ອງກັບການກຳນົດທິດໂຄງປະກອບເສດຖະກິດ ແລະ ຄວາມຕ້ອງການພັດທະນາແບບຍືນຍົງ. ທ່ານ ເລຕຽນເຈົາ, ເລຂາຄະນະພັກນະຄອນ ຫາຍຟ່ອງ ໃຫ້ຮູ້ວ່າ: “ນະຄອນຫາຍຟ່ອງ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງແຮງ; ສຸມໃສ່ການພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະແມ່ນບັນດາກິດຈະກຳພື້ນຖານໂຄງລ່າງທີ່ມີລັກສະນະເຊື່ອມຕໍ່ເຂດ. ນະຄອນຍາມໃດກໍ່ຍິນດີຕ້ອນຮັບນັກລົງທຶນ ແລະ ໃຫ້ຄຳຫມັ້ນສັນຍາຈະເປັນຈຸດນັດພົບທີ່ດີສໍາລັບນັກລົງທຶນ. ນະຄອນກໍ່ເອົາໃຈໃສ່ເປັນພິເສດ ແລະ ຖືເປັນສຳຄັນການລົງທຶນຢູ່ກັບທີ່, ຍາມໃດກໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດານັກລົງທຶນປະຈຸບັນ, ເພື່ອໃຫ້ບັນດານັກລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນທີ່ສຸດ ແລະ ມີເງື່ອນໄຂເປີດກວ້າງຂອບຂະໜາດລົງທຶນ”. ໃນໄລຍະດຽວກັນຂອງປີກາຍ, ການດຶງດູດທຶນ FDI ຂອງ ຫາຍຟ່ອງ ບັນລຸພຽງເກືອບ 1,1 ຕື້ USD. ດ້ວຍທິດນຳ “ຜົນສຳເລັດຂອງວິສາຫະກິດ ກໍ່ແມ່ນຜົນສຳເລັດຂອງນະຄອນ”, ຫາຍຟ່ອງ ພວມມານະພະຍາຍາມປ່ຽນໃຫມ່ເພື່ອກາຍເປັນ “ຈຸດນັດພົບຜົນສຳເລັດ” ຂອງບັນດາວິສາຫະກິດ ແລະ ນັກລົງທຶນ.
TAG
VOV/VOVworld/ການລົງທຶນດຳເນີນທຸລະກິດ/ພື້ນຖານໂຄງລ່າງ/ການລົງທຶນ
Related



.jpg)




