VOV WorldVOV World
​ນຳເອົາ​ແນວ​ຄວາມ​ຄິດ​ startup ຂອງ​ນັກ​ສຶກ​ສາໃຫ້ປະກົດຜົນ​ເປັນ​ຈິງ
26/09/2021 03:00
(VOVWORLD) -ປັດຈຸບັນ, ຢູ່ມະຫາວິທະຍາໄລແຫ່ງຕ່າງໆຢູ່ນະຄອນ ໂຮ່ຈີມິນ, ມີນັກສຶກສາຫຼາຍຄົນໄດ້ມີແນວຄວາມຄິດ startup ແລະ ເລີ່ມປະຕິບັດນັບຕັ້ງແຕ່ໃນເວລາທີ່ຕົນເອງຍັງຮຽນຢູ່. ໃນການເສັງ startup ຈຳນວນໜຶ່ງ, ມີໂຄງການຂອງນັກສຶກສາຈຳນວນບໍ່ໜ້ອຍໄດ້ຮັບການຕີລາຄາສູງ ແລະ ໄດ້ຮັບຄວາມສົນໃຈລົງທຶນຈາກອົງການຈັດຕັ້ງ, ວິສາຫະກິດ ເພື່ອພັດທະນາແນວຄວາມຄິດເຫຼົ່ານັ້ນໃຫ້ປະກົດຜົນເປັນຈິງ.
2-3 ປີກ່ອນນີ້, ຫງວຽນຫືວຕວັນ ເຊິ່ງປັດຈຸບັນເປັນນັກສຶກສາປີທີ 4 ຂະແໜງເຕັກໂນໂລຢີຊີວະວິທະຍາ, ມະຫາວິທະຍາໄລກະສິກຳ - ປ່າໄມ້ນະຄອນ ໂຮ່ຈີມິນ, ໄດ້ຝັກໄຝ່ແນວຄວາມຄິດ ນຳເອົາໂສມທີ່ເຄີຍປູກຢູ່ເທິງພູລົງມາປູກຢູ່ເຂດທົ່ງພຽງ. ເພື່ອພິສູດວ່າ ແນວຄວາມຄິດຂອງຕົນມີຄວາມເປັນໄປໄດ້ນັ້ນ, ຕວັນ ໄດ້ນຳເຂົ້າແນວພັນ ໂສມ ຈາກ ສ.ເກົາຫຼີ ມາປູກຢູ່ໜ້າຫໍພັກ ແລະ ແນວພັນໂສມກໍໄດ້ແຕກນໍ່. ຫຼັງຈາກນັ້ນ, ຕວັນ ໄດ້ປູກທົດລອງ ແນວພັນໂສມ ງອກລິງ ຂອງ ຫວຽດນາມ ດ້ວຍວິທີແອໂຣໂປນິກ  - ເຊິ່ງເປັນວິທີປູກແບບໃໝ່ຈາກເອກະສານຄົ້ນຄວ້າຕ່າງໆຢູ່ ສ.ເກົາຫຼີ. ໂດຍເຫັນໄດ້ເຖິງຄວາມເມົາມົວຫຼົງໄຫຼຂອງ ຕວັນ, ຄູອາຈານໃນພາກວິຊາໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຕວັນ ປະຕິບັດແນວຄວາມຄິດດັ່ງກ່າວ ແລະ ຜົນອອກມາແມ່ນແນວພັນໂສມເຫຼົ່ານັ້ນ ກໍໄດ້ແຕກນໍ່ທຳອິດຢູ່ໃນຫ້ອງທົດລອງຂອງມະຫາວິທະຍາໄລກະສິກຳ - ປ່າໄມ້.
TAG
VOV/VOVworld/ນັກສຶກສາ startup/ແຜງໂຊລາເຊວແສງຕາເວັນ/ເອໂຣໂປນິກ

More