VOV WorldVOV World
ຍູ້ແຮງການຫັນລັດວິສາຫະກິດເປັນຫຸ້ນສ່ວນ
23/07/2014 11:01
(vovworld)- ວິວັດທະນາ​ການ​ຫັນ​ບັນດາ​ວິ​ສາ​ຫະກິດ​ຢູ່​ຫວຽດນາມ​ເປັນ​ຫຸ້ນ​ສ່ວນ ​ໄດ້​ຮັບ​ການ​ປະຕິບັດ​ໃນ​ຫລາຍ​ປີ​ມາ​ນີ້
ຍູ້ແຮງການຫັນລັດວິສາຫະກິດເປັນຫຸ້ນສ່ວນ
(vovworld)- ວິວັດທະນາ​ການ​ຫັນ​ບັນດາ​ວິ​ສາ​ຫະກິດ​ຢູ່​ຫວຽດນາມ​ເປັນ​ຫຸ້ນ​ສ່ວນ ​ໄດ້​ຮັບ​ການ​ປະຕິບັດ​ໃນ​ຫລາຍ​ປີ​ມາ​ນີ້, ພິ​ເສດ ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້ ​ໃນ​ທ່າ​ອ່ຽງ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ ດ້ວຍ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟີ​ກ TPP ນັ້ນ, ​ເລື່ອງ​ຍູ້​ແຮງ​ການ​ຫັນ​ບັນດາ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ລັດ​ວິ​ສາ​ຫະກິດ ຍິ່ງມີຄວາມຈຳ​ເປັນ. ນີ້​ກໍ​ແມ່ນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ຫວຽດນາມ ​ເພື່ອ​ຈຸດໝາຍ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິ​ດຄືນ​ໃຫມ່ ຕາມ​ທິດ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ, ກຽມພ້ອມ​ໃຫ້​ວິວັດທະນາ​ການ​ເຊື່ອມໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ. ​
TAG
vovworld/ກໍ່ສ້າງ/ຫັນ​ວິ​ສາ​ຫະກິດ

More