ຜະລິດຕະພັນກະເສດ ຫວຽດນາມ ຍາດແຍ່ງທ່າໄດ້ປຽບຈາກທຸລະກຳພົວພັນຄ້າຂາຍທາງເອເລັກໂຕນິກ
25/05/2021 09:39
(VOVWORLD) - ໄລຍະມໍ່ໆມານີ້ ເມື່ອການໄປມາເພື່ອພົວພັນຄ້າຂາຍລະຫວ່າງບັນດາບໍລິສັດສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມ ກັບບັນດາຄູ່ຮ່ວມມືຕ່າງປະເທດ ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19 ເກີດຂຶ້ນໃນທົ່ວໂລກ, ເລື່ອງພົວພັນຄ້າຂາຍທາງອອນລາຍ ໄດ້ຮັບຖືວ່າ ແມ່ນມາດຕະການເພື່ອປ່ຽນແທນ. ນີ້ແມ່ນມາດຕະການຄວນທະວີຄູນສຳລັບຂະແຫນງຜະລິດຕະພັນກະເສດຂອງຫວຽດນາມ ໃນສະພາບເກີດໂລກລະບາດໂຄວິດ 19.
ໝາກລິ້ນຈີ່ ແທງຮ່າ ຢູ່ ແຂວງ ຫາຍເຢືອງໄດ້ນຳເອົາໄປຂາຍຜ່ານໂປແກມການຄ້າເອເລັກໂຕນິກ (ພາບ: moit.gov.vn ) ນັບແຕ່ວັນທີ 14 ພຶດສະພາ, ໝາກລິ້ນຈີ່ ແທງຮ່າ ຢູ່ ແຂວງ ຫາຍເຢືອງ ຂອງຫວຽດນາມ ໄດ້ນຳເອົາໄປຂາຍຢູ່ “ ຮ້ານວາງຂາຍສິນຄ້າແຂວງ ຫາຍເຢືອງໃນຂອບເຂດ ໂຄງການລະດັບຊາດກ່ຽວກັບການສົ່ງເສີມການຄ້າ” ຜ່ານໂປແກມການຄ້າເອເລັກໂຕນິກ Lazada ດ້ວຍລາຄາບຸລິມະສິດ ພ້ອມກັບນະໂຍບາຍຫນູນຊ່ວຍການສົ່ງສິນຄ້າທີ່ຈັບໃຈ. ໃນນັ້ນ Lazada ແມ່ນຫົວຫນ່ວຍທຳອິດນຳເອົາໝາກລິ້ນຈີ່ ແທງຮ່າ ເຂົ້າໃນໂປແກມການຄ້າເອເລັກໂຕນິກຢ່າງເປັນທາງການ. ທ່ານ ຟ້າມວັນຢາງ ຫົວຫນ້າກຸ່ມປູກຕົ້ນໝາກລິ້ນຈີ່ ຕາມມາດຕະຖານກຳນົດກ່ຽວກັບການປະຕິບັດການຜະລິດກະສິກຳທີ່ດີສຳລັບບັນດາຜະລິດຕະພັນກະເສດ ສິນໃນນ້ຳ ຢູ່ຫວຽດນາມ (VietGap)ຢູ່ ຕາແສງ ແທງເຊີນ ເມືອງ ແທງຮ່າ ໃຫ້ຮູ້ວ່າ: “ ຜະລິດຕະພັນໄດ້ນຳເອົາມາພົວພັນຄ້າຂາຍທາງເອເລັກໂຕນິກ ນັ້ນ ຕ້ອງມີຄຸນນະພາບດີ ແລະໄດ້ຮັບການນິຍົມ ເຊື່ອໝັ້ນຈາກລູກຄ້າ. ກາໝາຍຫາຕົ້ນກຳເນີດສິນຄ້າ ພ້ອມກັບຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ການບົວລະບັດ ການນຳໃຊ້ຢາປາບສັດຕູພືດ …. ລ້ວນແຕ່ຕ້ອງແຈ້ງລາຍລະອຽດ ເວລານັ້ນ ຜະລິດຕະພັນຂອງຕົນຂາຍທາງອອນລາຍຈຶ່ງບັນລຸປະສິດທິຜົນໄດ້.” ປົດກຸ່ມເລີ່ມຕົ້ນລາຍການນຳເອົາໝາກລິ້ນຈີ່ ແລະ ຜະລິດຕະພັນກະເສດຂອງ ຫາຍເຢືອງ ໄປຂາຍຜ່ານໂປແກມການຄ້າເອເລັກໂຕນິກ ປີນີ້ ສະມັດຕະພາບໝາກລິ້ນຈີ່ຂອງແຂວງ ຫາຍເຢືອງ ຄາດວ່າ ບັນລຸ 55.000 ໂຕນ, ໃນນັ້ນ ສະເພາະເມືອງ ແທງຮ່າ ຄາດວ່າ ບັນລຸປະມານ 40.000 ໂຕນ. ຍ້ອນສະພາບການໂລກລະບາດຜັນແປໄປຢ່າງສັບສົນ, ຄະນະກຳມະການ ປະຊາຊົນ ແຂວງ ຫາຍເຢືອງ ໄດ້ສ້າງແຜນການນຳເອົາໝາກລິ້ນຈີ່ ເຂົ້າທຸລະກຳພົວພັນຄ້າຂາຍທາງເອເລັກໂຕນິກ ຄື: Voso.vn, Sendo.vn ແລະ Lazada.vn. ທ່ານ ເຈີນວັນກວັນ ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ຫາຍເຢືອງ ຢັ້ງຢືນວ່າ: ເລື່ອງຈຳຫນ່າຍ ແລະ ແນະນຳ ຜະລິດຕະພັນກະເສດຂອງແຂວງ ຫາຍເຢືອງ ໃນນັ້ນ ມີໝາກລິ້ນຈີ່ ເຂົ້າທຸລະກຳພົວພັນຄ້າຂາຍທາງເອເລັກໂຕນິກ ແມ່ນມີຄວາມຈຳເປັນທີ່ສຸດ ແລະ ສອດຄອ່ງກັບທ່າອ່ຽງການຄ້າເອເລັກໂຕນິກປະຈຸບັນ.
TAG
VOV/VOVworld/ໝາກລິ້ນຈີ່/ເອເລັກໂຕນິກ
Related
More



.jpg)




