ພັດທະນາເສດຖະກິດພາກເອກະຊົນ ແມ່ນໄມ້ງັດໃຫ້ແກ່ ຫວຽດນາມ ວັດທະນາຖາວອນ
08/07/2025 10:13
(VOVWORLD) - ເສດຖະກິດພາກເອກະຊົນຢູ່ ຫວຽດນາມ ພວມພົ້ນເດັ່ນຂຶ້ນ ກາຍເປັນຫນຶ່ງໃນບັນດາ ເສົາຄ້ຳແຖວຫນ້າຂອງພື້ນຖານເສດຖະກິດ. ເສດຖະກິດພາກເອກະຊົນ ແມ່ນກຳລັງຫນູນສຳຄັນ ທີ່ສຸດເພື່ອຊຸກຍູ້ການເຕີບໂຕເສດຖະກິດແຫ່ງຊາດ ແມ່ນໄມ້ງັດໃຫ້ແກ່ ຫວຽດນາມ ວັດທະນາຖາວອນ.

ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍ "ພັດທະນາເສດຖະກິດພາກເອກະຊົນ." Ngọc Anh/VOV5 ປະຈຸບັນ ຢູ່ ຫວຽດນາມ ມີເກືອບ 1 ລ້ານ ວິສາຫະກິດ ແລະ ມີປະມານ 5 ລ້ານຄອບຄົວດຳເນີນທຸລະກິດເອກະຊົນ. ເສດຖະກິດພາກເອກະຊົນ ປະກອບສ່ວນເຂົ້າ GDP ປະມານ 51%, ງົບປະມານແຫ່ງລັດ ກວ່າ 30%, ສ້າງວຽກເຮັດງານທຳໃຫ້ແກ່ 40 ລ້ານຄົນ ກວມເອົາກວ່າ 82% ຍອດຈຳນວນຜູ້ອອກແຮງງານໃນພື້ນຖານເສດຖະກິດ. ໃນການພັດທະນາເສດຖະກິດພາກເອກະຊົນ, ລັດ ຫວຽດນາມ ໄດ້ມີການປ່ຽນແປງວິທີການຄຸ້ມຄອງຢ່າງແຮງ ຫັນຈາກກົນໄກຄຸ້ມຄອງວິສາຫະກິດໄປຍັງກົນໄກ ຮັບໃຊ້ວິສາຫະກິດ. ພິເສດ ມະຕິເລກທີ 68-NQ/TW ຂອງກົມການເມືອງ ທີ່ໄດ້ປະກາດໃຊ້ໃນວັນທີ 4 ພຶດສະພາ ປີ 2025 ກ່ຽວກັບການພັດທະນາ ເສດຖະກິດພາກເອກະຊົນ ໄດ້ເປີດອອກແຫລ່ງກຳລັງສຳຄັນຂອງປະເທດຊາດ. ທ່ານ ປອ ຫວໍຈິແທ່ງ, ອະດີດຮອງຫົວຫນ້າສະຖາບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງ ໃຫ້ຮູ້ວ່າ: “ມະຕິເລກທີ 68 ໄດ້ຮັບຮູ້ ວິສາຫະກິດພາກເອກະຊົນ ແມ່ນກຳລັງຫນູນສຳຄັນທີ່ສຸດ. ເວົ້າເຖິງເສດຖະກິດການຕະຫລາດ ແນ່ນອນວ່າເສດຖະກິດພາກເອກະຊົນແມ່ນໃຈກາງຂອງ ເສດຖະກິດການຕະຫລາດ. ການເຕີບໂຕແບບຍືນຍົງ, ກວມລວມ ແລະ ເສດຖະກິດສີຂຽວ ແລະ ການຫັນເປັນດິຈິຕອນແມ່ນຄວາມເປັນຕາຍ”. ເມື່ອເວົ້າເຖິງວິສາຫະກິດ, ທ່ານ ເລຫວຽດຫາຍ ປະທານ ກຸ່ມບໍລິສັດກໍ່ສ້າງ ຮວ່າບິ່ງ ຖືວ່າ: “ມະຕິເລກທີ 68 ເຕຶ້ອງເຖິງການພັດທະນາ ເສດຖະກິດພາກເອກະຊົນ ແມ່ນນະໂຍບາຍອັນຖືກຕ້ອງ ແລະ ຕ້ອງພັດທະນາຢ່າງຂ້ຽວຂາດ. ບົດຮຽນຂອງ ສ.ເກົາຫລີ ກໍ່ມີຄວາມໝາຍທີ່ສຸດ. ຫວຽດນາມ ອາດຈະຖອດຖອນບົດຮຽນຈາກ ສ.ເກົາຫລີ. ລັດຖະບານ ສ.ເກົາຫລີ ໄດ້ຫນູນຊ່ວຍກຸ່ມບໍລິສັດ Huyndai ຜ່ານຜ່າວິກິດການ. ລັດຖະບານ ຄວນນຳໃຊ້ນະໂຍບາຍຫນູນຊ່ວຍໃຫ້ແກ່ບັນດາວິສາຫະກິດແຖວຫນ້າ ”. ຖ້າຫາກມີສະພາບແວດລ້ອມພັດທະນາຢ່າງສະດວກ, ວິສາຫະກິດພາກເອກະຊົນ ຫວຽດນາມ ອາດຈະໄປໄກກວ່າ, ແກ້ງແຍ້ງແບບຊື່ກົງຈະແຈ້ງໃນໂລກ. ທ່ານ ຈິ້ງບາຢູ໋ງ ຜູ້ອຳນວຍການໃຫຍ່ບໍລິສັດ ຫຸ້ນສ່ວນ ຊາວດ່າລາດ ໃຫ້ຮູ້ວ່າ: “ວິສາຫະກິດບໍ່ຕ້ອງການແຫລ່ງທຶນຈາກລັດ ຫາກຢາກໃຫ້ລັດເອື້ອອຳນວຍຄວາມສະດວກ, ມີກົນໄກເພື່ອເສີມຂະຫຍາຍ. ພວກເຮົາຈົ່ງເລີ່ມຕົ້ນຈາກກຳລັງແຮງພາຍໃນຂອງບັນດາ ວິສາຫະກິດຂະຫນາດກາງ ແລະ ນ້ອຍ ແຕ່ນັ້ນແມ່ນບັນດາວິສາຫະກິດທີ່ມີຄວາມສາມາດບົ່ມຊ້ອນ. ໃນຕົວຈິງ, ຢູ່ໃນໂລກມີຫລາຍວິສາຫະກິດໃຫຍ່ໄດ້ປະສົບຜົນສຳເລັດໂດຍເລີ່ມມາຈາກການເປັນ ວິສາຫະກິດຂະຫນາດກາງ”. ມີບາງວິສາຫະກິດພາກເອກະຊົນ ຫວຽດນາມ ປະຈຸບັນໄດ້ສ້າງເຄື່ອງໝາຍທີ່ມີອິດທິພົນຊື່ສຽງ ຢັ້ງຢືນທີ່ຕັ້ງຢູ່ພາກພື້ນ ແລະ ໃນຕະຫລາດສາກົນຄື: Vingroup, VinFast, Sungroup, Thaco, Vinamilk…
TAG
VOV/VOVworld/ວິສາຫະກິດພາກເອກະຊົນ/ເຄື່ອງໝາຍທີ່ມີອິດທິພົນຊື່ສຽງ/ເສດຖະກິດລວມໝູ່
Related



.jpg)




