VOV WorldVOV World
ຣ້າງດົງ ແລະ ວິວັດທະນາການພິຊິດຕະຫລາດສາກົນ
22/10/2024 11:00
(VOVWORLD) -ບໍລິສັດຫຸ້ນສ່ວນດອກໄຟ, ຟິກນ້ຳຮ້ອນຣ້າງດົງ (ຕົ້ນກຳເນີດແມ່ນໂຮງງານຜະລິດດອກໄຟ, ຟິກນ້ຳຮ້ອນຣ້າງດົງ) ຊື່ງແມ່ນວິສາຫະກິດນຳຫນ້າໃນຂົງເຂດໄຟສະຫວ່າງຢູ່ຫວຽດນາມພາຍຫລັງ 60 ປີແຫ່ງການກໍ່ສ້າງແລະພັດທະນາ. ຈາກບັນດາຜະລິດຕະພັນແມ່ນດອກໄຟ, ຟິກນ້ຳຮ້ອນມາຮອດປະຈຸບັນ, ບັນດາຜະລິດຕະພັນຂອງບໍລິສັດຫຸ້ນສ່ວນດອກໄຟ, ຟິກນ້ຳຮ້ອນຣ້າງດົງນັບມື້ນັບເປັນຫລາກຫລາຍຮູບແບບ, ອຸດົມສົມບູນ, ສົ່ງອອກໄປຂາຍຢູ່ຫລາຍປະເທດໃນໂລກ.
ຣ້າງດົງ ແລະ ວິວັດທະນາການພິຊິດຕະຫລາດສາກົນ
               ຫ້ອງວາງສະແດງຜະລິດຕະພັນ ຣ້າງດົງ. ພາບ: Ngọc Anh  ປີ 1958 ໂຮງງານຜະລິດດອກໄຟ, ຟິກນ້ຳຮ້ອນ ຣ້າງດົງ ໄດ້ຮັບການລົງມືກໍ່ສ້າງຢ່າງເປັນທາງການຢູ່ນະຄອນຫລວງຮ່າໂນ້ຍ. ຫລັງຈາກນັ້ນ 3 ປີຄືວັນທີ 24 ກຸມພາປີ 1961, ໂຮງງານໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ, ກາຍເປັນແຫ່ງທຳອິດບໍ່ພຽງແຕ່ຢູ່ຫວຽດນາມຫາກຍັງນັບທັງຢູ່ອິນດູຈິນທີ່ໄດ້ຜະລິດດອກໄຟແລະຟິກນ້ຳຮ້ອນ. ປະຈຸບັນຣ້າງດົງແມ່ນວິສາຫະກິດໄຟສະຫວ່າງແຫ່ງຫນຶ່ງດຽວຢູ່ຫວຽດນາມລົງທຶນຊອບແວອອກແບບການຄວບຄຸມຄວາມຮ້ອນANSYS ICE PAKໃນການຜະລິດດອກໄຟ LED. ນີ້ແມ່ນຊອບແວທັນສະໄຫມຂອງອາເມລິກາໃຊ້ສະເພາະໃນການອອກແບບການຈຳລອງຄວາມຮ້ອນຂອງບັນດາຜະລິດຕະພັນທີ່ສັບສົນຄື: ໂອໂຕ, ເຮືອບິນ, ກຳປັ່ນ. ບັນດາຜະລິດຕະພັນໂດຍຣ້າງດົງຄົ້ນຄ້ວາອອກແບບຢູ່ຫວຽດນາມໂດຍແມ່ນຊາວຫວຽດນາມເປັນເຈົ້າຂອງເຕັກໂນໂລຊີ. ທ່ານປອ ຫງວຽນຕວນ, ອະດິດລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຊີ, ປະທານສະມາຄົມຫັນເປັນອັດຕະໂນມັດຫວຽດນາມໃຫ້ຮູ້ວ່າ:  “ຣ້າງ ດົງໄດ້ ສ້າງ ຕັ້ງ 4 ສູນ ວິ ທະ ຍາ ສາດ ເຕັກ ໂນ ໂລ ຊີ. ຣ້າງ ດົງມີ ໄລ ຍະ ຫ ນຶ່ງ ໄດ້ ສະ ຫງວນ 20 % ກຳ ໄລຫລັງ ການ ເສຍ ພາ ສີ ເພື່ອ ລົງ ທຶນ ການ ພັດ ທະ ນາ ວິ ທະ ຍາ ສາດ ເຕັກ ໂນ ໂລ ຊີແລະປ່ຽນ ໃຫມ່ ເຕັກ ໂນ ໂລ ຊີ. ນີ້ ແມ່ນ ວຽກ ງານ ຫາ ຍາກບໍ່ ແມ່ນ ວິ ສາ ຫະ ກິດ ໃດ ກໍ່ ເຮັດ ໄດ້. ຣ້າງ ດົງເຊື້ອ ເຊີນໄດ້ ນັກ ວິ ທະ ຍາ ສາດ ຫລາຍ ທ່ານ ທີ່ ມາ ຈາກ ບັນ ດາ ສະ ຖາ ບັນ , ມະ ຫາ ວິ ທະ ຍາ ໄລ , ບັນ ດາ ສູນ ວິ ທະ ຍາ ສາດ ເຕັກ ໂນ ໂລ ຊີ ໃຫ ຍ່ ຂອງ ປະ ເທດ ຊາດ ມາ ຮ່ວມ ມື ກັບຣ້າງ ດົງ. ມີ ນັບ ພັນຂໍ້ ລິ ເລີ່ ມດັດ ປັບ ເຕັກ ນິກ , ນັບ ພັນ ໝາກ ຜົນ ແຫ່ງ ການ ຄົ້ນ ຄ້ ວາໄດ້ ນຳ ມາ ສະ ແດງ ຢູ່ ບັນ ດາ ວັນ ບຸ ນ ປະ ດິດ ຄິດ ສ້າງກໍ່ ຄື ບັນ ດາ ກອງ ປະ ຊຸມ ວິ ທະ ຍາ ສາດ” . ບໍລິສັດຫຸ້ນສ່ວນດອກໄຟ, ຟິກນ້ຳຮ້ອນ ຣ້າງດົງ ໄດ້ສົ່ງອອກຜະລິດຕະພັນ LED ແລະເອເລັກໂຕນິກໄປຍັງບັນດາຕະຫລາດຄື: ຕາເວັນອອກກາງ, ຈີນ, ສ. ເກົາຫລີ, ກູບາ, ສີລັງກາ, ອາເມລິກາ... ຕ່ອງໂສ້ການຜະລິດຟິກນ້ຳຮ້ອນທັນສະໄຫມທີ່ສຸດຢູ່ຫວຽດນາມດ້ວຍກຳລັງຄວາມສາມາດການຜະລິດແມ່ນ 18,5 ລ້ານຜະລິດຕະພັນ/ປີທັງຮັບໃຊ້ການຈຳຫນ່າຍຢູ່ຕະຫລາດພາຍໃນທັງສົ່ງອອກໄປຍັງບັນດາປະເທດຄື: ຍີ່ປຸ່ນ, ຈີນ, ອິນໂດເນເຊຍ, ບຣາຊິນ,ປາກິດສະຖານ. ບັນດາປັດໄຈນັ້ນໄດ້ຊ່ວຍໃຫ້ບໍລິສັດປະສົບຜົນສຳເລັດນັ້ນແມ່ນໃຫ້ບຸລິມະສິດຜະລິດບັນດາຜະລິດຕະພັນສີຂຽວ, ເປັນມິດກັບສິ່ງແວດລ້ອມແລະຍູ້ແຮງການຫັນເປັນດິຈີຕອນ. ທ່ານຫງວຽນດວານທັງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນດອກໄຟ, ຟິກນ້ຳຮ້ອນຣ້າງດົງໃຫ້ຮູ້ວ່າ:
TAG
VOV/VOVworld/ຜະລິດຕະພັນ/ຟິກນ້ຳຮ້ອນ/ດອກໄຟ LED.

More