ຊາວກະສິກອນ ພຽງຄວ່າຍ ຍົກສູງມູນຄ່າຕົ້ນໄມ້ກິນໝາກເພື່ອເພີ່ມລາຍຮັບ
01/07/2025 08:00
(VOVWORLD) - ຕາແສງ ພຽງຄວ່າຍ ແຂວງ ເຊີນລາ ໄດ້ຮູ້ຈັກເຖິງແມ່ນເຂດປູກຕົ້ນໝັ້ນເຮົ້າ ດ້ວຍເນື້ອທີ່ກວ້າງໃຫຍ່ປະມານກວ່າ 2.300 ເຮັກຕາ. ຄຽງຄູ່ກັນນັ້ນ ມີຕົ້ນໄມ້ກິນໝາກຫລາຍຊະນິດແມ່ນເໝາະສົມກັບດິນຟ້າອາກາດຂອງທ້ອງຖິ່ນ ກໍ່ໄດ້ນຳເອົາມາປູກ. ຍ້ອນມີເງື່ອນໄຂອາກາດສະດວກ ພ້ອມກັບການຍູ້ແຮງການໝູນໃຊ້ບັນດາຄວາມກ້າວຫນ້າວິທະຍາສາດເຕັກນິກ, ຄຸນນະພາບຂອງຕົ້ນໄມ້ກິນໝາກຢູ່ທີ່ນີ້ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນ.

ຄອບຄົວ ອ້າຍ ຮ່ວາງດຶກລອງ ຢູ່ ບ້ານອາຍ 2 ຕາແສງ ພຽງຄວ່າຍ ແຂວງ ເຊີນລາ ແມ່ນຫນຶ່ງໃນບັນດາຄອບຄົວປູກຕົ້ນໝາກໝັ້ນເຮົ້າໂດຍໄດ້ຮັບການເຊີນຊູຢູ່ ງານບຸນໝາກໝັ້ນ ຊື່ງໄດ້ຈັດຂຶ້ນເປັນຄັ້ງທຳອິດໃນປີ 2025 ຢູ່ ຕາແສງ ພຽງຄວ່າຍ. ປະຈຸບັນ ຄອບຄົວອ້າຍປູກ ແລະ ບົວລະບັດກວ່າ 2 ເຮັກຕາຕົ້ນໝາກໝັ້ນ ດ້ວຍປະລິມານການເກັບກູ້ໄດ້ປະມານ 35 ໂຕນ ຊ່ວຍຄອບຄົວສ້າງລາຍຮັບແຕ່ 15.315-19.142USD/ປີ. ນອກຈາກຕົ້ນໝາກໝັ້ນແລ້ວ ຄອບຄົວອ້າຍ ຍັງພັດທະນາຕົ້ນໄມ້ກິນໝາກຫລາຍຊະນິດຕື່ມອີກ. ອ້າຍ ຮ່ວາງດຶກລອງ ໃຫ້ຮູ້ວ່າ: " ໄລຍະຈະມາເຖິງ ຄອບຄົວຂ້າພະເຈົ້າຢາກປູກບົວລະບັດຕົ້ນໝາກໝັ້ນຕາມທິດ VietGAP, GlobalGAP ເພື່ອຍົກສູງຄຸນນະພາບ ແລະ ບັນລຸມາດຖານສູງກວ່າ. ຄຽງຄູ່ກັນນັ້ນ ຄອບຄົວຂ້າພະເຈົ້າ ກໍ່ຢາກປູກຕົ້ນໄມ້ກິນໝາຍຊະນິດອື່ນຕື່ມອີກຄື: ຕົ້ນ.. ເພື່ອເພີ່ມລາຍຮັບໃຫ້ແກ່ຄອບຄົວ”
TAG
VOV/VOVworld/ສວນປູກຕົ້ນໄມ້ກິນໝາກ/ພຽງຄວ່າຍເຊີນລາ
Related



.jpg)




