Unitel - ແບບຢ່າງການຮ່ວມມືເສດຖະກິດ ຫວຽດນາມ -ລາວ
16/09/2024 01:00
(VOVWORLD) - ບໍລິສັດ Star Telecom ດ້ວຍເຄື່ອງໝາຍການຄ້າແມ່ນເຄືອຂ່າຍ ໂທລະຄົມ Unitel ແມ່ນຫນຶ່ງໃນບັນດາໂຄງການລົງທຶນຢູ່ ສປປ ລາວ ຕາມຮູບການຮ່ວມທຸລະກິດຂອງກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມ ກອງທັບ (Viettel). ປະຈຸບັນ Unitel ແມ່ນນັກສະຫນອງການບໍລິການໂທລະຄົມ ແລະ ການບໍລິການສ່ວນໃຫຍ່, ແມ່ນຫນຶ່ງໃນບັນດາວິສາຫະກິດ ປະກອບສ່ວນເປັນຈຳນວນເງິນຫລາຍໃຫ້ແກ່ງົບປະມານຢູ່ ລາວ. ພັກ ແລະ ລັດ ສອງປະເທດ ຫວຽດນາມ ແລະ ລາວ ລ້ວນແຕ່ຮັບຮູ້ Unitel ແມ່ນແບບຢ່າງໃຫ້ແກ່ການຮ່ວມມືດ້ານເສດຖະກິດ.

ປະຈຸບັນ Unitel ແມ່ນນັກສະຫນອງການບໍລິການໂທລະຄົມ ແລະ ການບໍລິການ ສ່ວນໃຫຍ່, ແມ່ນຫນຶ່ງໃນບັນດາວິສາຫະກິດ ປະກອບສ່ວນເປັນຈຳນວນເງິນຫລາຍໃຫ້ແກ່ງົບປະມານຢູ່ ລາວ. ພາບ: baochinhphu.vn ເອື້ອຍ ຫົງພະຈັນ ພູມມິງ, ເຈົ້າຂອງຮ້ານຄ້າ Madam ພວມເຮັດວຽກ livestream ຂາຍເຄື່ອງທຸກມື້ ແບ່ງບັນວ່າ: ຍ້ອນມີລະດັບຄວາມໄວ ແລະ ເປັນປົກກະຕິຂອງອິນເຕີເນັດ ສະນັ້ນ ບັນດາການຂາຍສິນຄ້າທາງອອນລາຍແຕ່ລະຄັ້ງຂອງເອື້ອຍ ໄດ້ດຶງດູດລູກຄ້ານັບຮ້ອຍໆຄົນຕິດຕາມ ແລະ ຈອງຊື້. “ ເລື່ອງຂາຍເຄື່ອງອອນລາຍ ນັບມື້ນັບກາຍເປັນທ່າອ່ຽງ ແລະ ເພື່ອໃຫ້ໄປທັດທຽມກັບການພັດທະນາຂອງການຄ້າເອເລັກໂຕນິກ ພວກຂ້າພະເຈົ້າກໍ່ຕັດສິນໃຈສ້າງຮູບການຂາຍເຄື່ອງທາງອອນລາຍ ຕື່ມ ອີກ . ກ່ອນນີ້ ລູກຄ້າຕ້ອງມາຮ້ານເພື່ອເລືອກຊື້ສິນຄ້າ ແຕ່ປະຈຸບັນ ແມ່ນສະດວກຫລາຍ , ລູກຄ້າສາມາດຊົມຜະລິດຕະພັນທີ່ຕົນມັກ , ຈອງອອນລາຍ ແລະ ສາມາດຕໍ່ລາຄາໄດ້ . ນັບແຕ່ເມື່ອຂ້າພະເຈົ້າເລືອກໃຊ້ບໍລິການອິນເຕີເນັດ Unitel ຂອງ Star Telecom, ວຽກງານຂາຍເຄື່ອງກໍສະດວກ , ລາຍຮັບເພີ່ມຂຶ້ນ ແລະ ຈຳນວນລູກຄ້າແມ່ນຫລາຍຮູບແບບ ” . ມີ 58% ຈຳນວນຜູ້ບໍລິໂພກຢູ່ ລາວ ພວມໃຊ້ເຄືອຂ່າຍ Unitel ເຊິ່ງແມ່ນເຄື່ອງໝາຍໂທລະຄົມແຖວຫນ້າຢູ່ ລາວ. Unitel ແມ່ນຜົນສຳເລັດຈາກ ການຮ່ວມທຸລະກິດລະຫວ່າງ ບໍລິສັດໃຫຍ່ໂທລະຄົມ Viettel ແລະ Laos Asia Telecom. ປີ 2009 ເຄື່ອງໝາຍການຄ້ານີ້ເລີ່ມມີໜ້າຢູ່ຕະຫລາດລາວ, ແລະ ໄລຍະທຳອິດແມ່ນກວມເອົາອັດຕາສ່ວນຫນ້ອຍ. ຊ່ວງເວລານັ້ນ ຢູ່ ລາວ ມີ 3 ບໍລິສັດເຄືອຂ່າຍອິນເຕີເນັດໃຫຍ່ຄື: ETL, LTC, Beeline ທີ່ມີການເຄື່ອນໄຫວກວ່າ 10 ປີ. ແຕ່ຫລັງຈາກນັ້ນ 2 ປີ (2011), Unitel ໄດ້ຄ່ອຍໆດຶງດູດຜູ້ນຳໃຊ້ການບໍລິການຂອງຕົນ ແລະ ມາຮອດປະຈຸບັນ Unitel ໄດ້ກາຍເປັນເຄື່ອງໝາຍນຳຫນ້າກ່ຽວກັບຕົວເລກຈຳນວນລູກຄ້າໃຊ້ບໍລິການ. ທ່ານ ເພັດ ໄຊສົງຄາມ ອາຍຸ 62 ປີ ຢູ່ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: Unitel ແມ່ນບໍລິສັດສະຫນອງການບໍລິການທີ່ຫລາກຫລາຍຮູບແບບ, ລາຄາເໝາະສົມ, ຜູ້ໃຊ້ໂທລະສັບມືຖືແບບ Smartphone ຄືທ່ານ ກໍ່ພ້ອມທີ່ຈະລົງທຶນເພື່ອໄດ້ເຂົ້າເຖິງ ແລະ ນຳໃຊ້ເຄືອຂ່າຍ ອິນເຕີແເດລະດັບຄວາມໄວສູງຂອງ Unitel ເພື່ອຮັບໃຊ້ບັນດາຄວາມຕ້ອງການທີ່ແຕກຕ່າງກັນ ຈາກການພົວພັນຕິດຕໍ່, ການບັນເທິງຕະຫລອດຮອດການດຳເນີນທຸລະກິດ. “ ພາຍຫລັງ ພັກ ບຳນານ ຂ້າພະເຈົ້າເປີດຮ້ານຂາຍເຄື່ອງ ຍ່ອຍ ແລະ ກໍ່ຂາຍ ທັງ ບັດ ເຕີມເງິນ ໂທລະສັບອີກ . ໄລຍະມໍ່ໆມານີ້ ມີລູກຄ້າຫລາຍຄົນກໍ່ມາຮ້ານຂອງຂ້າພະເຈົ້າຊື້ບັດ ເຕີມເງິນໂທລະສັບ ຂອງເຄືອຂ່າຍ Unitel. ຂ້າພະເຈົ້າເຫັນວ່າ ປະຊາຊົນສ່ວນຫລາຍມັກໃຊ້ບໍລິການອິນເຕີເນັດຂອງ Unitel . ຍ້ອນມີເຄືອຂ່າຍອິນເຕີເນັດຂອງ Unitel ຂ້າພະເຈົ້າ ຈິ່ງ ສາມາດໂອ້ລົມກັບຍາດຕິພີ່ນ້ອງ , ອ້າຍນ້ອງ , ໝູ່ເພື່ອນ ຢູ່ເຂດທີ່ມີສັນຍານອ່ອນ ພິເສດ ແມ່ນເຂດຫ່າງໄກສອກຫລີກ ” .
TAG
VOV/VOVworld/ໂທລະຄົມ/Unitel ຢູ່ ລາວ/ເສດຖະກິດໃຫຍ່ສຸດຢູ່ ລາວ
Related
More



.jpg)




