VOV WorldVOV World
ວິສາຫະກິດເຕັກໂນໂລຊີດິຈິຕອນ ມານະພະຍາຍາມປ່ຽນແປງໃຫມ່ປະດິດຄິດສ້າງ ໃນສັງກາດໃຫມ່
13/05/2025 15:00
(VOVWORLD) -ມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ ສ້າງທ່ວງທ່າໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຊີບຸກທະລຸ. ຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງຂອງບັນດາວິສາຫະກິດນີ້ ພວມສວມບົດບາດສຳຄັນໃນໄລຍະພັດທະນາໃຫມ່ຂອງປະເທດຊາດ.
ວິສາຫະກິດເຕັກໂນໂລຊີດິຈິຕອນ ມານະພະຍາຍາມປ່ຽນແປງໃຫມ່ປະດິດຄິດສ້າງ ໃນສັງກາດໃຫມ່
ທ່ານ ບຸ່ຍຮ່ວາງເຟືອງ, ຮອງລັດຖະມົນຕີ ກະຊວງ ວິທະຍາສາດເຕັກໂນໂລຊີ . (ພາບ: MIC) 98 ຜະລິດຕະພັນ, ການບໍລິການ ແລະ ມາດຕະການເຕັກໂນໂລຊີຂໍ້ມູນຂ່າວສານ ຫາກໍ່ໄດ້ຮັບການເຊີດຊູທີ່ພິທີມອບລາງວັນກ່ຽວກັບວິທະຍາສາດເຕັກໂນໂລຊີ ຊາວເຄວ ປີ 2025. ນີ້ແມ່ນປີທີ 22 ທີ່ດຳເນີນການມອບລາງວັນດັ່ງກ່າວ ໂດຍ ສະຫະສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ (Vinasa) ຈັດຕັ້ງ. ຈຸດແຕກຕ່າງຂອງການມອບລາງວັນປີນີ້ ແມ່ນຈຳນວນສຳເນົາສະເຫນີເພີ່ມຂຶ້ນທົບ 1,5 ເທົ່າ ເມື່ອທຽບໃສ່ປີກາຍ. ນີ້ເປັນການພິສູດໃຫ້ເຫັນຈິດໃຈປ່ຽນແປງໃຫມ່ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງຂອງບັນດາວິສາຫະກິດເຕັກໂນໂລຊີດິຈິຕອນ. ທ່ານ ບຸ່ຍຮ່ວາງເຟືອງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຢືນຢັນວ່າ: “ ສັງກາດ ດິຈິຕອນ ພວກເຮົາເຫັນປະຈັກຕາການພັດທະນາຂອງເຕັກໂນໂລຊີດິຈິຕອນຍຸດທະສາດຄື: AI - ປັນຍາປະດິດ, ຖານຂໍ້ມູນໃຫຍ່. ປະຈຸບັນ ບໍ່ພຽງແຕ່ຢູ່ບັນດາອົງການລັດໃນລະບົບການເມືອງ ຫາກບັນດາວິສາຫະກິດ ກໍ່ ລ້ວນແຕ່ຮັບຮູ້ຢ່າງຈະແຈ້ງເລື່ອງ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະໃຫມ່, ສັງກາດໃຫມ່, ດ້ວຍພື້ນຖານນັ້ນແມ່ນການພັດທະນາຂອງວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ. ການຈັດຕັ້ງລາງວັນດັ່ງກ່າວໃນໄລຍະຜ່ານມາໄດ້ຮ່ວມເດີນທາງກັບການພັດທະນາຢ່າງແຮງຂອງຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ປະຈຸບັນ ແມ່ນຂົງເຂດດິຈິຕອນ”.
TAG
VOV/VOVworld/ເຕັກໂນໂລຊີດິຈິຕອນ/ປະດິດຄິດສ້າງ/ການມອບລາງວັນ/ໂປຼແກລມປັນຍາປະດິດ