VOV WorldVOV World
ຮຶງ​ອຽນ ຍູ້​ແຮງວຽກ​ງານ ​ຊຸກ​ຍູ້ ​ການ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ
04/08/2020 07:00
(VOVWORLD) -ຊຸກຍູ້ ການຄ້າ ແມ່ນແຜນນະໂຍບາຍ ໂດຍແຂວງ ຮຶງອຽນ ຜັນຂະຫຍາຍປະຕິບັດໃນຫລາຍປີມານີ້ ຜ່ານບັນດາງານບຸນ, ງານຕະຫລາດນັດ, ແນະນຳຜະລິດຕະພັນກະເສດພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ. ຍ້ອນເຫດນັ້ນ ເລື່ອງຈຳຫນ່າຍຜະລິດຕະພັນກະເສດຢູ່ແຂວງ ຮຶງອຽນ ແມ່ນມີຄວາມສະດວກກວ່າ ແລະ ມີຜະລິດຕະພັນກະເສດຫລາຍປະເພດຂອງທ້ອງຖິ່ນໄດ້ຮັບຄວາມນິຍົມຈາກລູກຄ້າຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ. ປະຈຸບັນ ແຂວງ ຮຶງອຽນ ມຸ່ງໄປເຖິງເລື່ອງສົ່ງ ຜະລິດຕະພັນກະເສດຫລັກແຫລ່ງຫລາຍປະເພດຂອງແຂວງ ໄປຂາຍຢູ່ບັນດາຕະຫລາດຕ່າງປະເທດ ດ້ວຍວິທີການເພີ່ມທະວີການ ຊຸກຍູ້ ການຄ້າ ຜະລິດຕະພັນກະເສດ.
ຮຶງ​ອຽນ ຍູ້​ແຮງວຽກ​ງານ ​ຊຸກ​ຍູ້ ​ການ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ
ກອງປະຊຸມແມ່ນເນື້ອໃນຈຸດສຸມໃນລະບົບບັນດາເຫດການ ຊຸກຍູ້ ການຄ້າຂອງແຂວງ ຮຶງອຽນ ປີ 2020. ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ, ຮ້ານສັບພະສິນຄ້າ, ບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ມີໂອກາດໄດ້ພົບປະກັບບັນດານັກຄຸ້ມຄອງ, ຫົວຫນ້າສະຫະກອນ, ເຈົ້າຂອງເຮືອນສວນ ເພື່ອຊອກຮູ້ ກ່ຽວກັບ ຜະລິດຕະພັນກະເສດຫລັກແຫລ່ງຂອງແຂວງ ຮຶງອຽນ. ພ້ອມກັບກອງປະຊຸມຄັ້ງນີ້ ປີ 2020 ແຂວງ ຮຶງອຽນ ຍັງມີການເຄື່ອນໄຫວ ຊຸກຍູ້ ການຈຳຫນ່າຍ ຜະລິດຕະພັນກະເສດປະເພດອື່ນໆຄື: ງານບຸນໝາກລຳໄຍ; ກອງປະຊຸມສຳມະນາຫົວເລື່ອງສະເພາະການຜະລິດກະສິກຳການປຸກຝັງປອດສານພິດ, ຍືນຍົງ; ການເຄື່ອນໄຫວທ່ອງທ່ຽວ ຢ້ຽມຊົມສວນລຳໄຍ, ສັບປະດາໝາກລຳໄຍຢູ່ ຮ່າໂນ້ຍ… ຜ່ານບັນດາການເຄື່ອນໄຫວນີ້ ຜູ້ບໍລິໂພກນັບມື້ນັບຮູ້ຈັກເຖິງບັນດາຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຂອງແຂວງ ຮຶງອຽນ.
TAG
VOV/VOVworld/ຮຶງ​ອຽນ/ໝາກ​ລຳ​ໄຍ/ຜະ​ລິດ​ຕະ​ພັນ​ກະ​ເສດ/ຈຳ​ໜ່າຍ

More